Homeຂ່າວການສຶກສາມອບ-ຮັບ ອາຄານຫລັງໃໝ່ ສະຖາບັນວິຈິດສິນແຫ່ງຊາດ

ມອບ-ຮັບ ອາຄານຫລັງໃໝ່ ສະຖາບັນວິຈິດສິນແຫ່ງຊາດ

Published on

vijit

ຂປລ. ​ ວັນ​ທີ 3 ກໍລະກົດ 2015 ນີ້ ທີ່ສະ​ຖາ​ບັນ​ວິຈິດ​ສິນ​ແຫ່ງ​ຊາດ ​ໄດ້​​ມີພິທີ ມອບ-​ຮັບ ​ອາຄານ​ຫລັງ​ໃໝ່ ຂອງສະ​ຖາ​ບັນ ​ວິຈິດ​ສິນແຫ່ງ​ຊາດ ​​ເປັນ​ກຽດ​ເຂົ້າ​ຮ່ວມມີ ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ​ນະ​ທຳ ​ແລະ ທ່ອງ​ທ່ຽວ, ຫົວໜ້າ​ກົມ​ ຮອງ​ກົມ, ພະນັກງານ, ​ຄູອາ​ຈານ ​​ແລະ ນັກຮຽນ​ເຂົ້າ​ຮ່ວມ. ​ເປັນ​ກຽດຮັບ​ໂດຍ​ທ່ານ ດຣ. ​ໄມ່ສິງ ຈັນ​ບຸດ​ດີ ຜູ້ອຳນວຍການ​ສະ​ຖາ​ບັນ​ວິຈິດ​ສິນ ​ແຫ່ງ​ຊາດ ​ແລະ ມອບ​ໂດຍທ່ານ​ນາງ ສຸດ​ສະ​ດີ ລືໄຊ ປະທານ​ບໍລິສັດລື​ໄຊ​ກໍ່ສ້າງ.

ທ່ານ ດຣ. ​ໄມ່ສິງ ຈັນ​ບຸດ​ດີ ​ກ່າວ​ວ່າ: ສະ​ຖາ​ບັນ​ວິຈິດ​ສິນ ​ໄດ້​ເລີ່ມ​ກໍ່ສ້າງ​ແຕ່​​ເດືອນພຶດສະພາ 2014 ​ແລະ ສຳ​ເລັດ​ໃນ​​ເດືອນມິຖຸນາ 2015 ​ໂດຍ​ແມ່ນບໍລິສັດລື​ໄຊ ກໍ່ສ້າງ ​ເປັນ​ຜູ້​ຮັບ​​ເໜົາ ມີ​ມູນ​ຄ່າການ​ກໍ່ສ້າງປະມານ 48 ຕື້​ ກວ່າກີບ, ​​ເປັນອາຄານ​ຮຽນ 4 ຊັ້ນ, ​ຮູບ​ໂຕ​ຢູ ​​ໃນ​ໂຄງ​ສ້າງ​ອາຄານ ​ເປັນ​ເບ​ຕົງ​ເສີມ​​ເຫລັກ, ຫລັງຄາ​ມຸງ​ດ້ວຍ​ຊີ​ແຟກ, ປູ​ດ້ວຍ​ກາ​ໂລ້, ​ຕິດ​ຕັ້ງ​ລະບົບ​ໄຟຟ້າ, ລະບົບ​ລິບ ພ້ອມ​ເຄື່ອງ​ອຳນວຍ​ຄວາມ​ສະດວກທີ່​ທັນ​ສະ​ໄໝ ​ຄົບ​ຊຸດ​ໄດ້​ມາດຕະຖານ​ສາ​ກົນ.

ທ່ານ ​ໄມ່ສິງ​ ຈັດ​ບຸດ​ດີ ກ່າວ​ຕ່ືມ​ວ່າ: ​ຈະ​ປົກ​ປັກ​ຮັກສາ ​ແລະ ​ນຳ​ໃຊ້ອາຄານ​ຫລັງ​ນີ້​ໃຫ້​ເປັນ​ປະ​ໂຫຍ​ດສູງ​ສຸດ, ມີ​ປະສິດທິ​ຜົນ ​ແລະ ມີ​ຄຸນ​ນະພາ​ບ​ໃນ​ການ​ຮຽນ​ການ​ສອນ​ ໃນ​ລະດັບ​ຊັ້ນ​ກາງ, ຊັ້ນ​ສູງ, ຊັ້ນ​ປະ​ລີ​ນຍາ​ຕີ ທີ່​ມີ​ໃນ​ປັດຈຸບັນ. ປະ​ລີ​ນຍາ​ໂທ, ປະ​ລີ​ນຍາ​ເອກ ​ໃນ​ອະນາ​ຄົດ, ຜະລິ​ດບຸກຄະລາ​ກອນ​ເປັນ​ນັກວິຊາການ, ​ເປັນ​ນັກວິ​ໄຈ ​ແລະ ​ເປັນ​ນັກ​ສິນລະປິນ​ອອກ​ຮັບ​ໃຊ້​ສັງຄົມ​ໃຫ້​ຫລາຍ​ຂຶ້ນ.

ສະ ​ຖາ​ບັນ​ວິຈິດ​ສິນ ​ແຫ່ງ​​ຊາດ ​ເປີດ​ສອນ​​ໃນ​ລະດັບ​ຊັ້ນ​ສູງ ​ແລະ ປະລີນ​ຍາ​ຕີ ​ປັດຈຸບັນ​ມີ ຢູ່ 5 ວິຊາເຊັ່ນ​: ພາກ​ວິຊາ​ຈິດຕະກຳ, ພາກ​ວິຊາ​ພາບ​ພິມ, ພາກ​ວິຊາ​ປະຕິ​ມະ​ກຳ, ພາກ​ວິຊາ​ສິລະ​ປະ​ພື້ນ​ເມືອງ, ປະຕິສັງຂອນ ພ້ອມ​ນີ້​ກໍ​ມີພາກ​ວິຊາ​ອອກ​ແບບ​ນິ​ເທດ​ສິນ 4 ຫລັກ​ສູດ​ວິຊາ ​ຄື: ຄວັດ​​ແກະສະ​ລັກ, ປັ້ນ-ຫລໍ່, ປັ້ນດິນ​ເຜົາ ​ແລະ ສິລະ​ປະ​ໂລຫະ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...