Homeຂ່າວເຫດການຄອບຄົວສຸພານຸວົງ ຖວາຍພາເຂົ້າທິບຢູ່ວັດນ້ຳກ້ຽງເໜືອ ໂອກາດວັນຄ້າຍວັນເກີດ ປະທານສຸພານຸວົງ 106 ປີ!

ຄອບຄົວສຸພານຸວົງ ຖວາຍພາເຂົ້າທິບຢູ່ວັດນ້ຳກ້ຽງເໜືອ ໂອກາດວັນຄ້າຍວັນເກີດ ປະທານສຸພານຸວົງ 106 ປີ!

Published on

yord

ຂປລ. ໃນວັນທີ 4 ກໍລະກົດ 2015 ນີ້ ທ່ານນາງ ຍອດແກ້ວມະນີ ສຸພານຸວົງ ລັດຖະມົນຕີວ່າການ ຮອງຫົວໜ້າຫ້ອງວ່າການ ສູນກາງພັກປະຊາຊົນ ປະຕິວັດລາວ, ​ໄດ້ຈັດພິທິທາງ ສາສະໜາຖວາຍພາເຂົ້າທິບ ແລະ ເຄື່ອງປັດໄຈ ໄຊຍະທານຈຳນວນໜຶ່ງ ໃຫ້ແກ່ພະສົງທີ່ ວັດນຳກ້ຽງເໜືອ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເພື່ອເປັນການ ສ້າງບຸນກຸສົນ ອຸທິດຫາດວງວິນຍານ ເຖິງ ປະທານສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນບັນດາເຜົ່າ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະທານສຸພານຸວົງ ຄົບຮອບ 106 ປີ ( 13 ກໍລະກົດ 1909­­-13 ກໍລະກົດ 2015 ) ແລະ ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ ( 2 ທັນວາ 1975 ເຖິງ 2 ທັນວາ 2015 )ທີ່ປະທານສຸພານຸວົງ ດຳລົງຕຳແໜ່ງປະທານປະເທດທຳອິດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ( 2 ທັນວາ 1975 ­­­ເຖິງ 2 ທັນວາ 2015).

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...