Homeຂ່າວຕ່າງປະເທດຣັດເຊຍສົ່ງຍານອະວະກາດໂປຣເກຣດ ຂຶ້ນໄປສົ່ງສະບຽງເທິງສະຖານີອະວະກາດສາກົນ ສຳເລັດ!

ຣັດເຊຍສົ່ງຍານອະວະກາດໂປຣເກຣດ ຂຶ້ນໄປສົ່ງສະບຽງເທິງສະຖານີອະວະກາດສາກົນ ສຳເລັດ!

Published on

558000007859801

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ກໍລະກົດຜ່ານມານີ້ວ່າ ຣັດເຊຍປະສົບຜົນສຳເລັດ ໃນການສົ່ງຍານອາວະກາດ ໂປຣເກຣດ ເອັມ-28 ເອັມ ເຊິ່ງເປັນຍານບັນທຸກສິ່ງຂອງແບບບໍ່ມີຄົນຂັບ ຂຶ້ນໄປເຂົ້າທຽບສະຖານີອະວະກາດສາກົນໄດ້ສຳເລັດ ໃນເວລາ 10:11 ໂມງ ຂອງວັນທີ 5 ກໍລະກົດ ຕາມເວລາຂອງນະຄອນຫລວງມົດສະກູ ໂດຍຍານລຳດັ່ງກ່າວຖືກປ່ອຍຂຶ້ນຈາກຖານຍິງຢູ່ກາຊັກສະຖານ ໃນມື້ວັນທີ 3 ກໍລະກົດຜ່ານມາ ໂດຍໄດ້ວົນອ້ອມໂລກ ຈຳນວນ 34 ຮອບ ກ່ອນທີ່ຈະເຂົ້າທຽບທ່າສະຖານີອາວະກາດສາກົນໄດ້ສຳເລັດ.

ຍານໂປຣເກຣດລຳດັ່ງກ່າວ ແມ່ນໄດ້ບັນທຸກສິ່ງຂອງໜັກ 2,300 ກິໂລກຣາມ ເຊິ່ງປະກອບມີອົກຊີເຢັນ, ເຊື້ອໄຟ, ອາຫານ, ອຸປະກອນທາງວິທະຍາສາດ ຕະຫລອດຮອດເຄື່ອງໃຊ້ສ່ວນຕົວ ສຳລັບມະນຸດອະວະກາດ 3 ຄົນ ໃນສະຖານີອະວະກາດ ເຊິ່ງເປັນຄົນຣັດເຊຍ 2 ຄົນ ແລະ ຄົນອາເມຣິກາ 1 ຄົນ ກຳລັງອາໄສຢູ່ເທິງອະວະກາດໃນປັດຈຸບັນ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...