Homeຂ່າວຕ່າງປະເທດອະດີດນັກຮົບເກົ່າອາເມຣິກາເຜີຍ ລັດຖະບານໂອບາມາ ຄືສະປອນເຊີ້ຫລັກ ກຸ່ມ IS ເພື່ອໂຄ່ນລົ້ມລັດຖະບານຊີຣີ!

ອະດີດນັກຮົບເກົ່າອາເມຣິກາເຜີຍ ລັດຖະບານໂອບາມາ ຄືສະປອນເຊີ້ຫລັກ ກຸ່ມ IS ເພື່ອໂຄ່ນລົ້ມລັດຖະບານຊີຣີ!

Published on

558000007839301

Manager Online – ເວັບຂ່າວອອນລາຍສື່ດັງຂອງໄທ ລາຍງານໃນວັນທີ 5 ກໍລະກົດຜ່ານມານີ້ວ່າ ທ່ານ ຣອດນີ ມາຕິນ ອະດີດນັກຮົບເກົ່າຊາວອາເມຣິກາ ເຊິ່ງເຄີຍຜ່ານສົງຄາມຢູ່ໂຊມາລີມາກ່ອນ ແລະ ປັດຈຸບັນຜັນໂຕມາເຄື່ອນໄຫວທາງການເມືອງ ໄດ້ອອກມາເປີດເຜີຍຜ່ານສະຖານີໂທລະພາບ ເພຣສທີວີ ຂອງອີຣ່ານ ໃນທ້າຍອາທິດຜ່ານມານີ້ວ່າ ໃນຄວາມເປັນຈິງແລ້ວ ລັດຖະບານສະຫະລັດອາເມຣິກາ ພາຍໃຕ້ການນຳຂອງປະທານາທິບໍດີ ບາຣັກ ໂອບາມາ ກຳລັງກຽມສົ່ງທະຫານຮັບຈ້າງຊາວຕ່າງຊາດ ເຂົ້າໄປປະເທດຊີຣີ ເພື່ອພາລະກິດໃນການສັງຫານ ປະທານາທິບໍດີ ບາຊາ ອັນ-ອັດຊາດ ຂອງຊີຣີໂດຍສະເພາະ.

ທ່ານ ຣອດນີ ມາຕິນ ຍັງເປີດເຜີຍຕໍ່ອີກວ່າ ທີ່ຜ່ານມາລັດຖະບານໂອບາມາ ແມ່ນເປັນຜູ້ສະໜັບສະໜູນລາຍສຳຄັນຂອງກຸ່ມ IS ໂດຍເປົ້າໝາຍທີ່ແທ້ຈິງຂອງລັດຖະບານໂອບາມາ ແມ່ນໃຊ້ກຸ່ມລັດອິດສະລາມ ຫລື ກຸ່ມ IS ດຳເນີນການສ້າງຄວາມບໍ່ສະຫງົບພາຍໃນປະເທດຊີຣີ ໂດຍຫວັງໂຄ່ນລົ້ມລັດຖະບານອັດຊາດ ທີ່ມາຈາກການເລືອກຕັ້ງຂອງປະຊາຊົນຊາວຊີຣີໂດຍກົງ.

ທ່ານ ມາຕິນ ໄດ້ກ່າວວ່າ ” ທີ່ຜ່ານມາ ພວກເຮົາທັງຫລາຍຕ່າງກໍຖືກເຮັດໃຫ້ເຂົ້າໃຈຜິດມາໂດຍຕະຫລອດວ່າ ສັດຕູໝາຍເລກໜຶ່ງຂອງລັດຖະບານໂອບາມາ ຄືກຸ່ມ IS, ແຕ່ໃນຄວາມເປັນຈິງແລ້ວ ລັດຖະບານໂອບາມານີ້ລະ ທີ່ເປັນຜູ້ສະໜັບສະໜູນລາຍໃຫຍ່ຂອງກຸ່ມ IS ເພາະສະຫະລັດ ຕ້ອງການໂຄ່ນລົ້ມລະບອບການປົກຄອງຂອງອັດຊາດ ແລະ ສະຖາປະນາລັດຖະບານໃໝ່ໃນຊີຣີ ທີ່ເປັນມິດຕໍ່ຜົນປະໂຫຍດຂອງສະຫະລັດຫລາຍກ່ວາ “

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...