spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຕົກນະລົກທັງເປັນມາ 15 ປີ

ຕົກນະລົກທັງເປັນມາ 15 ປີ

Published on

ມັນເປັນເລື່ອງທີ່ໜ້າອາຍທີ່ສຸດ ແລະລາມົກທີ່ສຸດ ທີ່ຂ້ອຍຈະບອກກ່ຽວກັບເລື່ອງລາວ ແລະຮູບພາບ ກ່ຽວກັບອະໄວຍະວະເພດຂອງຂ້ອຍ ຕໍ່ສາທາລະນະຊົນໄດ້ຮັບຮູ້ ແຕ່ຂ້ອຍເຮັດດ້ວຍຄວາມຫວັງດີ ແລະຂ້ອຍຄິດວ່າປະສົບການຂອງຂ້ອຍ ຈະເປັນຄະຕິເຕືອນໃຈຢ່າງດີ ໃຫ້ແກ່ໝູ່ເພື່ອນ ແລະລຸ້ນນ້ອງ ທີ່ກຳລັງຄິດຄະນອງຈະເຮັດຄືກັນກັບຂ້ອຍ.

ປີ 2000 ຂ້ອຍກຳລັງຮຽນມັດທະຍົມ ຢູ່ໂຮງຮຽນແຫ່ງໜຶ່ງ ຂ້ອຍມີໝູ່ຫຼາຍໆຄົນ ທີ່ຕ່າງຄົນຕ່າງຄວາມຄິດ ລົມກັນໄປຫຼາຍໆເລື່ອງ ແລະມາຮອດມື້ໜຶ່ງ ພວກຂ້ອຍລົມກັນເຖິງເລື່ອງເພດ ລົມກັນເຖິງຄວາມສຸກ ຄວາມມ່ວນ ຂອງການຮ່ວມເພດ ແລະເວົ້າເຖິງການເພິ່ມຂະໜາດ ຂອງອະໄວຍະວະເພດໃຫ້ໃຫຍ່ຂຶ້ນ ກໍເລີຍໄດ້ມີໝູ່ຜູ້ໜຶ່ງເວົ້າວ່າ ຖ້າຢາກໃຫ້ອະໄວຍະວະໃຫຍ່ ກໍພຽງແຕ່ເອົານ້ຳມັນຈຳປາທອງ ມາສີດເຂົ້າໄປແລ້ວນວດມັນ ແລ້ວພວກຂ້ອຍກໍພາກັນໄປ ຊອກຫາຊື້ເອົານ້ຳມັນຈຳປາທອງ ມາສັກໃສ່ ເຊິ່ງຕອນສັກນັ້ນ ຮູ້ສຶກເຈັບພໍສົມຄວນ ແຕ່ກໍພໍອົດທົນໄດ້ຢູ່ ເມື່ອສີດໃສ່ແລ້ວກໍນວດ ແລ້ວກໍຮູ້ສຶກວ່າຂອງໃຫຍ່ຂຶ້ນແທ້ ແຕ່ໃຫຍ່ບໍ່ເປັນທຳມະຊາດ ມັນມີບ່ອນຫຼຸບບ່ອນໂນນ ບໍ່ງາມ ແຕ່ກໍໄດ້ເຮັດໄປແລ້ວເອົາອອກຄືນບໍ່ໄດ້.

ທີ່ສຳຄັນມັນບໍ່ພຽງແຕ່ຮູບຮ່າງບໍ່ງາມ ຕໍ່ມາບໍ່ດົນມັນກໍເລິ່ມຮູ້ສຶກເຈັບປວດ ອັກເສບ ແລະເປື່ອຍເປັນໜອງອອກມາ ລາມຈາກອະໄວຍະວະເພດ ລົງໃສ່ຖົງອັນທະ ຂ້ອຍຄິດວ່າຈະປົວມັນແຕ່ດົນ ແຕ່ຂ້ອຍຢ້ານວ່າແພດຈະຜ່າຕັດ ເອົາອັນທະຂອງຂ້ອຍອອກ ຂ້ອຍຢ້ານວ່າຊິບໍ່ສາມາດມີລູກໄດ້ ດັ່ງນັ້ນ ຂ້ອຍຈຶ່ງອົດທົນມາເປັນເວລາ 12 ປີ ຂ້ອຍຈຶ່ງໄດ້ແຕ່ງງານແລະມີລູກ.

ການສ້າງຄອບຄົວຂອງຂ້ອຍບໍ່ແມ່ນ ຈະສ້າງຄວາມສຸກໄດ້ຄືກັນກັບຄົນອື່ນ ເພາະຂ້ອຍມີບັນຫາເລື່ອງອະໄວຍະວະເພດ ຂ້ອຍຮູ້ສຶກເຈັບຕະຫຼອດເວລາ ໂດຍສະເພາະແມ່ນເວລາມັນແຂງໂຕ ແລະຍິ່ງເວລາຮ່ວມເພດ ຂ້ອຍໂຄດທໍລະມານທີ່ສຸດ ແລະທີ່ຮ້າຍໄປກວ່ານັ້ນອີກ ຂ້ອຍຮູ້ສຶກຢ້ານວ່າ ມັນຈະກາຍເປັນມະເຮັງຮ້າຍ ປົວບໍ່ດີອີກຕ່າງຫາກ.

ມື້ນີ້ ຂ້ອຍມາວຽງຈັນ ເພື່ອປຶກສາແພດ ແລະກຽມຈະຜ່າຕັດປິ່ນປົວ ຂ້ອຍເລີຍຖືໂອກາດນີ້ເລົ່າເຫດການ ທີ່ເກີດຂຶ້ນກັບຂ້ອຍສູ່ສາທາລະນະຊົນ ໃຫ້ໄດ້ຮັບຮູ້ແລະເອົາໄວ້ເປັນບົດຮຽນ ຢ່າເຮັດຄືກັນກັບຂ້ອຍ ເພາະຂ້ອຍເຮັດມາກ່ອນແລ້ວ ຂ້ອຍຢາກບອກວ່າມັນບໍ່ຄຸ້ມ ມັນບໍ່ໄດ້ເພິ່ມຄວາມສຸກ ຫຼືເພິ່ມສະເໜ່ໃຫ້ແກ່ຂ້ອຍເລີຍ ກົງກັນຂ້າມ ມັນພັດບັ່ນທອນຄວາມສຸກ ບັ່ນທອນຄວາມໝັ້ນໃຈ ທຸກທໍລະມານ ຈາກປີ 2000 ເຖິງປີນີ້ 2015 ເປັນເວລາ 15 ປີທີ່ຂ້ອຍຢາກບອກວ່າ ເປັນ 15 ປີ ທີ່ຂ້ອຍຕົກນະລົກທັງເປັນ ຜູ້ໃດໄດ້ອ່ານຂໍ້ຄວາມນີ້ ການເລົ່າຂອງຂ້ອຍນີ້ ຂໍໃຫ້ບອກຕໍ່ຄົນອື່ນໆ ບອກຕໍ່ຄົນທີ່ທ່ານຮັກດ້ວຍ ຂໍບອກເປັນຄຳສຸດທ້າຍວ່າ ຂອງທຳມະຊາດດີກວ່າ ຂອງປອມ ແລະຖ້າບໍ່ຢາກຕົກນະລົກທັງເປັນ ຢ່າໄດ້ເຮັດຄືຂ້ອຍເລີຍ ເພາະມັນເຈັບ ມັນທໍລະມານທັງໃຈ ທັງກາຍ ບໍ່ເປັນຄືຂ້ອຍກໍບໍ່ຮູ້ດອກວ່າ ມັນທໍລະມານສ່ຳໃດ…
ຂໍໃຫ້ການເລົ່າປະສົບການຂອງຂ້ອຍ ຈົ່ງເປັນຜົນບຸນຊ່ວຍໃຫ້ການປິ່ນປົວ ຂອງຂ້ອຍຈົ່ງຫາຍດີ ສາທຸ!

ຂໍອະໄພຫຼາຍໆ ທີ່ຮູບພາບລຸ່ມນີ້ບໍ່ຈະເລີນຕາ ຂໍໃຫ້ເບິ່ງເປັນບົດຮຽນທາງດ້ານສຸຂະພາບ

11235407_657277644373714_8269626862670147698_o 11221420_657277757707036_7724949628982390386_o

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...