Homeຂ່າວຕ່າງປະເທດເກົາຫລີໃຕ້ປະກາດງົດເກັບຄ່າວີຊ່າ ຫວັງກະຕຸ້ນການທ່ອງທ່ຽວ ຫລັງປະເຊີນກັບພະຍາດ MERS ລະບາດໜັກ!

ເກົາຫລີໃຕ້ປະກາດງົດເກັບຄ່າວີຊ່າ ຫວັງກະຕຸ້ນການທ່ອງທ່ຽວ ຫລັງປະເຊີນກັບພະຍາດ MERS ລະບາດໜັກ!

Published on

628866-01

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ກໍລະກົດນີ້ວ່າ ທາງການເກົາຫລີໃຕ້ ໄດ້ປະກາດງົດການເກັບຄ່າທຳນຽມການຂໍວີຊ່າ ສຳລັບນັກທ່ອງທ່ຽວຈາກປະເທດຈີນ ແລະ ບາງປະເທດອາຊຽນ ເພື່ອກະຕຸ້ນການທ່ອງທ່ຽວ ຫລັງຈາກທີ່ໄດ້ປະເຊີນກັບບັນຫາການແຜ່ລະບາດຂອງພະຍາດ MERS ຢ່າງໜັກ ຈົນເຮັດໃຫ້ອຸດສາຫະກຳການທ່ອງທ່ຽວຂອງເກົາຫລີໃຕ້ ຕ້ອງພົບກັບສະພາບການຖົດຖອຍ ໂດຍມາດຕະການງົດເກັບຄ່າທຳນຽມຂໍວີຊ່າດັ່ງກ່າວນີ້ແລ້ວ ເກົາຫລີໃຕ້ຍັງອະນຸຍາດຂະຫຍາຍເວລາຈາກວີຊ່າທີ່ຂໍ ໃຫ້ສາມາດຢູ່ໃນປະເທດໄດ້ເຖິງ 90 ມື້ ຫລື 3 ເດືອນ ໃນໄລຍະລະດູການທ່ອງທ່ຽວຂອງເກົາຫລີໃຕ້ ລະຫວ່າງແຕ່ເດືອນກໍລະກົດນີ້ ໄປຈົນເຖິງເດືອນສິງຫາ.

ທັງນີ້ ຄ່າທຳນຽມການຂໍວີຊ່າເຂົ້າປະເທດເກົາຫລີໃຕ້ ແມ່ນເກັບເງິນເງິນ 15 ໂດລາຕໍ່ຄົນ ແຕ່ພາຍໃຕ້ມາດຕະການດັ່ງກ່າວນີ້ ແມ່ນຈະຖືກງົດເກັບ ນັບຕັ້ງແຕ່ວັນທີ 6 ກໍລະກົດນີ້ ໄປຈົນເຖິງວັນທີ 30 ກັນຍາ ສະເພາະນັກທ່ອງທ່ຽວທີ່ເດີນທາງມາເປັນກຸ່ມ ຈາກປະເທດຈີນ, ກຳປູເຈຍ, ອິນໂດເນເຊຍ, ຟິລິບປິນ ແລະ ຫວຽດນາມ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...