Homeຂ່າວຕ່າງປະເທດດ່ວນ! ເຮືອໂດຍສານຂ້າມຟາກຫລົ້ມຢູ່ຟິລິບປິນ ພົບຜູ້ເສຍຊີວິດແລ້ວ 36 ຄົນ!

ດ່ວນ! ເຮືອໂດຍສານຂ້າມຟາກຫລົ້ມຢູ່ຟິລິບປິນ ພົບຜູ້ເສຍຊີວິດແລ້ວ 36 ຄົນ!

Published on

EyWwB5WU57MYnKOuXxtuOV9eIZnnqtA1oED6tPKIoeh40Hzk1v5VjS

ສຳນັກຂ່າວຕ່າງປະເທດ ລາຍງານຂ່າວດ່ວນວ່າ ໃນເວລາ 12:50 ໂມງຂອງມື້ນີ້ (2​ ກໍລະກົດ) ຕາມເວລາໃນທ້ອງຖິ່ນ ໄດ້ກີດເຫດເຮືອໂດຍສານຂ້າມຟາກ ຫລົ້ມກາງທະເລ ນອກຊາຍຝັ່ງເມືອງທ່າອໍມັອກ ຊິຕີ້ ແຂວງເລເຕ ປະເທດຟິລິບປິນ ເຊິ່ງເບື້ອງຕົ້ນມີລາຍງານວ່າ ພົບຜູ້ເສຍຊີວິດແລ້ວ 36 ຄົນ ແລະ ມີຜູ້ໂດຍສານຈຳນວນປະມານ 50 ກ່ວາຄົນ ໄດ້ຖືກຊ່ວຍເຫລືອນຳສົ່ງໂຮງໝໍ ໃນຂະນະທີ່ທີມກູ້ໄພຂອງຟິລິບປິນ ກຳລັງເລັ່ງຄົ້ນຫາ ແລະ ຊ່ວຍເຫລືອຢ່າງຮີບດ່ວນ.

ແຫລ່ງຂ່າວໄດ້ລະບຸວ່າ ເຮືອໂດຍສານລຳດັ່ງກ່າວແມ່ນຊື່ ‘NB Nervana’ ເຊິ່ງມີຜູ້ໂດຍສານ ແລະ ລູກເຮືອລວມກັນແລ້ວ 189 ຄົນ ໄດ້ອອກຈາກເມືອງອໍມັອກ ຊິຕີ້ ເພື່ອຈະເດີນທາງໄປເກາະຄາໂມເຕດ ໃນແຂວງເຊບູ ແຕ່ໄດ້ເກີດເຫີດອັບປາງລົງຫ່າງຈາກຊາຍຝັ່ງປະມານ 200 ແມັດ ເນື່ອງຈາກປະເຊີນກັບຄື່ນລົມແຮງ ຈົນເຮັດໃຫ້ເຮືອພິກຂວ້ຳ.

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...