spot_img
Homeຂ່າວຕ່າງປະເທດໄຕ້ຫວັນເປີດໂຕ”ເຂົ້າໜົມປັງໝາກໂມ”ຂາຍດີຈົນເຮັດບໍ່ທັນ

ໄຕ້ຫວັນເປີດໂຕ”ເຂົ້າໜົມປັງໝາກໂມ”ຂາຍດີຈົນເຮັດບໍ່ທັນ

Published on

222659

ຮ້ານ​ເບ​ເກີ​ຣີ“Jimmy’s Bakery”ຕັ້ງ​ຢູ່​ທີ່​ມົນ​ທົນ​ອີ​ຫລານທາງ​ຕອນ​ເໜືອ​ຂອງ​ໄຕ້​ຫວັນ ຊຶ່ງ​ເປັນ​ຮ້ານ​ທີ່​ຂຶ້ນ​ຊື່​ໃນ​ເລື່ອງ​ຂອງ​ເຂົ້າໜົມ​ປັງ​ຊະນິດ​ໜຶ່ງທີ່​ຂາຍ​ດີ​ຫລາຍ​ຕອນ​ໄລຍະ​ລະດູ​ຮ້ອນ​ຂອງ​ທຸກໆ​ປີ

ມັນ​ເປັນພຽງ​ເຂົ້າໜົມ​ປັງ​ທຳ​ດາໆ​ເທົ່າ​ນັ້ນແຕ່​ທີ່​ມັນ​ບໍ່​ທຳມະດາ​ກໍ​ຄື​ຮູບ​ຮ່າງ​ຂອງ​ມັນ​ທີ່​ເຮັດ​ອອກ​ມາ​ໄດ້​ຄື​ໝາກ​ໂມ​ຫລາຍ​ໆຈົນ​ເຮັດໃຫ້​ເຂົ້າໜົມ​ປັງ​ໂຕນີ້​ຂາຍ​ດີ​ເປັນ​ເທ​ນ້ຳ​ເທ​ທ່າ​ມາ​ແລ້ວ

ລີ​ເຫວີນ​ຟະ”ເຈົ້າ​ຂອງ​ຮ້ານ​ເບ​ເກີ​ລີໄດ້​ເລີ່ມ​ຕົ້ນ​ເຮັດ​ຂະໜົມ​ປັງ​ສຸດ​ພິເສດ​ເປັນ​ຮູບ​ໝາກໂມ ເພື່ອ​ເພີ່ມ​ຍອດ​ຂາຍຈາກ​ເດັກນ້ອຍ​ໃນ​ໄລຍະ​ລະດູ​ຮ້ອນ​ຂອງ​ທຸກ​ປີ

ໃນ​ໄລຍະ​ລະດູ​ຮ້ອນ​ອຸນຫະພູມ​ສະເລ່ຍ​ຂອງ​ປະເທດ​ໄຕ້​ຫະ​ຫວັນ​ນັ້ນ​ຈະ​ຢູ່​ທີ່35ອົງ​ສາ​​ເຮັດໃຫ້​ເດັກນ້ອຍ​ໃນ​ທ້ອງ​ຖິ່ນ​ຕ່າງ​ພາ​ກັນ​ບໍ່​ຢາກ​ຈະ​ກິນ​ເຂົ້າໜົມ​ປັງໃນ​ໄລຍະ​ທີ່​ມີ​ອາ​ກາດ​ຮ້ອນ​ແບບ​ນັ້ນ
ແຕ່​“ລີ​ເຫວີນ​ຟະ”ໄດ້​ເຮັດໃຫ້​ເຂົ້າໜົມ​ປັງ​ທີ່​ຮ້ານ​ຂອງ​ລາວ​ເບິ່ງ​ໜ້າ​ສົນ​ໃຈດ້ວຍ​ການ​ໃຊ້​ສີ​ຂອງ​ຜົງ​ສະຕໍ​ເບີ​ລີ,ຖ່ານ​ໄມ້​ໄຜ່ແລະ​ສີ​ປະສົມ​ອາຫານໃນ​ການເຮັດ​ເຂົ້າໜົມປັງຮູບ​ໝາກໂມ​ອອກ​ມາ

ເຂົ້າໜົມ​ປັງ​ຮູບ​ໝາກ​ໂມ​ນັ້ນ​ຈະ​ໄດ້ຮັບ​ກາ​ນອົບ​ໃຫ້​ອຸ່ນ​ເປັນ​ກ້ອນ​ຈາກ​ໃນ​ເຕົາແລະ​ນຳ​ກ້ອນ​ເຂົ້າໜົມ​ປັງ​ນັ້ນ​ມາ​ຊອຍ​ອອກ​ເປັນ​ຕ່ອນນ້ອຍ​ໆແບ່ງ​ຂາຍຮ້ານ​ເບ​ເກີ​ຣີ“Jimmy’s Bakery”ຈະ​ຜະລິດ​ເຂົ້າໜົມ​ປັງ​ກ້ອນ​ອອກ​ມາ​ເກືອບ100ກ້ອນ​ຕໍ່​ມື້ຊຶ່ງ​ຈະ​ເຮັດໃຫ້​ໄດ້​ເຂົ້າໜົມ​ປັງ​ຮູບ​ໝາກ​ໂມ​ກວ່າ1, 500 ອັນໃນ​ການ​ແບ່ງ​ຂາຍ​ໃນ​ແຕ່​ລະ​ມື້ແຕ່​ເບິ່ງຄືວ່າ​ຈຳນວນ​ຂອງ​ທີ່​ຮ້ານຈະ​ຍັງ​ບໍ່​ພໍ​ກັບ​ຄວາມ​ຕ້ອງ​ການ​ຂອງ​ທາງ​ລູກ​ຄ້າ​ຢູ່ດີ

222658

 

222660

 

222661

 

222662

 

222663

 

222664

 

 

ບົດຄວາມຫຼ້າສຸດ

ມອບ-ຮັບເຂົ້າສານຈ້າວ 100 ກວ່າໂຕນ ໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ແຂວງຫຼວງນໍ້າທາ

ໃນຕອນເຊົ້າວັນທີ 26 ກັນຍາ 2024, ອົງການກາແດງແຫ່ງຊາດລາວ,ອົງການອາຫານໂລກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະນຳແຂວງຫຼວງນໍ້າທາ ແລະ ອົງການກາແດງແຂວງ ໄດ້ລົງແຈກຢາຍເຂົ້າສານຈ້າວໃຫ້ປະຊາຊົນທີ່ປະສົບໄພນໍ້າຖ້ວມ ໂດຍການເຂົ້າຮ່ວມຂອງທ່ານ ຄຳລາວັນ...

ໄພນໍ້າຖ້ວມໜັກ ທີ່ມ.ຊະນະຄາມ ຂ.ວຽງຈັນ ບ້ານນາສັກ ແລະ ບ້ານນາປາຝາ

ເມືອງຊະນະຄາມ ແຂວງວຽງຈັນ ເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເລີ່ມແຕ່ວັນທີ 21-24 ກັນຍາ 2024 ເຮັດໃຫ້ປະລິມານນ້ຳໃນແມ່ນ້ຳຕ່າງໆເພີ່ມຂຶ້ນ ໂດຍສະເພາະແມ່ນ້ຳມີ້ ແລະ ເໝືອງຝາຍຫຼາຍແຫ່ງ ໄດ້ລົ້ນຝັ່ງກາຍເປັນມວນນ້ຳໃຫຍ່ໄຫຼລົງສູ່ບ່ອນຕ່ຳ ເກີດມີໄພນ້ຳຖ້ວມໜັກຢູ່...

ປກສ ຫົວພັນ ຈັບພໍ່ຕູ້ 72 ປີ ຂໍ້ຫາເສບຢາເສບຕິດ-ຄ້າຂາຍ ຈຳນວນ 1874 ເມັດ

ໃນວັນທີ 13 ກັນຍາ ທີ່ຜ່ານມານີ້, ເຈົ້າໜ້າທີ່ ປກສ ເມືອງຊຳໃຕ້ ໄດ້ອອກກວດກາການສັນຈອນ ຕາມສາຍທາງ ເສັ້ນທາງຊຳໃຕ້ ຫາ ດ່ານທ່າເຫຼົ້າ ໄດ້ພົບເຫັນທ້າວ ຈັນພອນ...

ເປີດກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ທີ່ ນວ

ໃນຕອນເຊົ້າຂອງ ວັນທີ 26 ກັນຍາ 2024 ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ໄດ້ໄຂຂື້ນຢ່າງເປັນທາງການ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ...