Homeຂ່າວເຫດການກອງປະຊຸມສະໄໝສາມັນ ເທື່ອທີ 9 ສະພາແຫ່ງຊາດ ຊຸດທີ VII ໄຂຂຶ້ນຢ່າງເປັນທາງການ!

ກອງປະຊຸມສະໄໝສາມັນ ເທື່ອທີ 9 ສະພາແຫ່ງຊາດ ຊຸດທີ VII ໄຂຂຶ້ນຢ່າງເປັນທາງການ!

Published on

National_Assembly_of_Laos_4X3
(ພາບປະກອບ)
ຂປລ. ກອງ​ປະຊຸມ ສະ​ໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ VII ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ ໃນ​ຕອນ​ເຊົ້າຂອງ​ວັນ​ທີ 1 ກໍລະກົດ 2015 ທີ່​ຫໍ​ສະພາ​ແຫ່ງ​ຊາດ, ພາຍໃຕ້​ການ​ເປັນ​ປະທານ ​ຂອງ​ທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ​ໂດຍ​ເປັນ​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ປະຊາຊົນປະຕິວັດ​ລາວ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ, ມີ​ບັນດາ​ຜູ້ນຳພັກ-ລັດ, ອະດີດການນຳຂັ້ນສູງ ພ້ອມ​ດ້ວຍ ສະມາຊິກສະພາແຫ່ງຊາດ ​ແຂກ​ຖືກ​ເຊີນ ​ເຂົ້າ​ຮ່ວມ​.

ທ່ານນາງ ປານີ ຢາ​ທໍ່​ຕູ້ ກ່າວ​​ບາງ​ເນື້ອໃນ​ໂອກາດ​​ໄຂ​ກອງ​ປະຊຸມ​ ວ່າ: ກອງປະຊຸມ ຈະໄດ້ຮັບຟັງການປະກອບຄຳເຫັນຈາກບັນດາກຳມາທິການ ແລະ ຄະນະປະຈຳ ສະພາແຫ່ງຊາດ ຕໍ່ບົດລາຍງານ ຂອງລັດຖະບານ, ອົງການກວດສອບແຫ່ງລັດ, ອົງການໄອຍະການ ແລະ ສານປະຊາຊົນສູງສຸດ; ຟັງ ການປະກອບຄຳຄິດຄຳເຫັນ ຂອງຜູ້ຕາງໜ້າອົງການແນວລາວສ້າງຊາດ ແລະ ຜູ້ຕາງໜ້າອົງການຈັດຕັ້ງ ມະຫາຊົນຂັ້ນສູນກາງຕໍ່ການເຄື່ອນໄຫວ ວຽກງານຂອງ ສະພາແຫ່ງຊາດ, ຮັບຟັງການຊີ້ແຈງອະທິບາຍ ຂອງກະຊວງ, ອົງການກ່ຽວຂອງຈຳນວນໜຶ່ງຕໍ່ຂໍ້ຊັກຖາມ ຂອງ ສະມາຊິກ ສະພາແຫ່ງຊາດ ເຊິ່ງບັນດາ ເນື້ອໃນທີ່ຈະນຳມາພິຈາລະນາໃນຄັ້ງນີ້ລ້ວນແຕ່ມີຄວາມໝາຍສຳຄັນຍິ່ງ ແລະ ມີຜົນໂດຍກົງຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດ ບັນດາຄາດໝາຍ ແລະ ທິດທາງ ທີ່ກຳນົດໄວ້ ໃນແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳສົກປີ 2015-2016 ກໍຄື ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ VII.

ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ນີ້​ ຈະ​ສຸມ​ໃສ່​ຄົ້ນຄວ້າ, ພິຈາລະນາ ​ແລະ ຮັບຮອງ​ບັນຫາ​ສຳຄັນຕ່າງໆ ​ເປັນ​ຕົ້ນ ພິຈາລະນາຮັບຮອງ​ເອົາບົດລາຍງານ ຂອງ​ລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການຈັດ​ຕັ້ງ​ປະຕິບັດ ນະໂຍບາຍເງິນຕາ ປະຈຳສົກປີ 2014-2015 ແລະ ທິດທາງແຜນການ ສົກປີ 2015-2016; ພິຈາລະນາ ຮັບຮອງ​ເອົາ ການສະເໜີແຕ່ງຕັ້ງ ສະມາຊິກລັດຖະບານໃໝ່ ຕາມການສະເໜີ ຂອງນາຍົກລັດຖະມົນຕີ; ບົດລາຍງານ ການ ເຄື່ອນໄຫວວຽກງານ ຂອງອົງການກວດສອບແຫ່ງລັດ ປະຈຳສົກປີ 2014-2015 ແລະ ທິດທາງ ແຜນການ ສົກປີ 2015-2016; ບົດລາຍງານ ການຕິດຕາມກວດກາ ຜົນການກວດສອບ ຕາມມະຕິຂອງ ສະພາແຫ່ງຊາດ; ບົດລາຍງານ ກ່ຽວກັບການເຄື່ອນໄຫວວຽກງານ ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ປະຈຳສົກ ປີ 2014-2015 ແລະ ທິດທາງແຜນການ ສົກປີ 2015-2016, ບົດລາຍງານການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ປະຈຳສົກປີ 2014-2015 ແລະ ທິດທາງ ແຜນການ ສົກປີ2015-2016.  ພ້ອມ​ນີ້, ຍັງຈະໄດ້ພິຈາລະນາ, ຮັບຮອງ​ເອົາ​ການ​ສ້າງ, ປັບປຸງ ​ແລະ ທາ​ບທາມກົດໝາຍ ຈຳນວນ 6 ສະບັບ, ໃນນັ້ນ ພິຈາລະນາຮັບຮອງ​ເອົາກົດໝາຍ ຈຳນວນ 3 ສະບັບຄື: ຮ່າງກົດໝາຍສ້າງໃໝ່ 2 ສະບັບ: ກົດໝາຍວ່າດ້ວຍການຕ້ານອາຊະຍາກຳ ທາງລະບົບຄອມພິວເຕີ ແລະ ກົດໝາຍວ່າ ດ້ວຍການແຂ່ງຂັນ ທາງທຸລະກິດ; ຮ່າງກົດໝາຍສະບັບປັບປຸງ1 ສະບັບ ຄື: ກົດໝາຍວ່າ ດ້ວຍການສຶກສາ ​ແລະ ທາບທາມຮ່າງ​ກົດໝາຍ ຈຳນວນ 3 ສະບັບຄື: ກົດໝາຍວ່າດ້ວຍສະພາແຫ່ງ ຊາດສະບັບປັບປຸງ, ກົດໝາຍວ່າດ້ວຍ ສະພາປະຊາຊົນທ້ອງຖິ່ນ, ກົດໝາຍວ່າ ດ້ວຍການເລືອກຕັ້ງ ສະ ມາຊິກສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນທ້ອງຖິ່ນ ສະບັບປັບປຸງ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...