Homeຂ່າວເຫດການນາຍົກເນັ້ນ! ຮັບລັດຖະກອນໃໝ່ສົກນີ້ ຕ້ອງເອົາຄຸນນະພາບຫລາຍກວ່າປະລິມານ!

ນາຍົກເນັ້ນ! ຮັບລັດຖະກອນໃໝ່ສົກນີ້ ຕ້ອງເອົາຄຸນນະພາບຫລາຍກວ່າປະລິມານ!

Published on

thongsing

ໃນການປືກສາຫາລືກ່ຽວກັບວຽກງານການຄຸ້ມຄອງລັດຖະ ກອນໃນສົກປີ 2014- 2015 ແລະ ແຜນຄວາມຕ້ອງການລັດຖະກອນໃໝ່ສົກປີ 2015-2016 ໃນກອງ ປະຊຸມຄະນະລັດຖະບານສະໄໝສາມັນປະຈໍາເດືອນມິຖຸນາ 2015, ໂດຍການເປັນ ປະທານຂອງທ່ານ ນາຍົກລັດຖະມົນຕີ ທອງສິງ ທໍາ ມະວົງ ເຊິ່ງຕໍ່ບັນຫາດັ່ງກ່າວ ທ່ານ ນາຍົກ ລັດຖະມົນຕີໄດ້ແນະນໍາໃຫ້ ແຕ່ລະຂະແໜງການນັບທັງສູນ ກາງ ແລະ ທ້ອງຖິ່ນເອົາໃຈໃສ່ຄົ້ນ ຄວ້າກວດກາຄືນກ່ຽວກັບບຸກຄະ ລະກອນທີ່ມີ ແລະ ກວດກາຄືນຕໍາ ແໜ່ງງານໃຫ້ຈະແຈ້ງ, ຊັດເຈນ ແລະ ສິ່ງສໍາຄັນແມ່ນບຸກຄະລະ ກອນຜູ້ໜຶ່ງຕ້ອງສາມາດຮັບຜິດ ຊອບໄດ້ ສອງວຽກຂຶ້ນໄປ, ສ່ວນ ການຈັດສັນໂກຕາບຸກຄະລະກອນກໍຕ້ອງຈັດລຽງບູລິມະສິດຂະແໜງການທີ່ຈໍາເປັນ ແລະ ເຫັນວ່າມີ ຄວາມຕ້ອງການກັບໜ້າວຽກຕົວ ຈິງແທ້, ການຮັບພະນັກງານລັດຖະກອນໃໝ່ ຕ້ອງເປັນຜູ້ມີຄວາມຮູ້,ຄວາມສາມາດ, ມີຄຸນ ສົມບັດດີ, ມີ ຄວາມດຸໝັ່ນຫ້າວຫັນ ແລະ ສັດຊື່ສຸ ຈະລິດທັງນີ້ກໍເພື່ອຫລີກລ້ຽງບັນຫາພະນັກງານເຫລືອບໍ່ພໍ ແລະ ຕ້ານ ປາກົດການຫຍໍ້ທໍ້ອື່ນໆ. ຄຽງຄູ່ກັນ ນັ້ນກໍໃຫ້ຫັນພະນັກງານລັດຖະ ກອນຜູ້ທີ່ມີຄວາມຮູ້ຄວາມສາມາດແລະ ມີປະສົບການ ລົງຊ່ວຍວຽກ ຢູ່ທ້ອງຖິ່ນຕົວຈິງໃຫ້ຫລາຍຂຶ້ນ, ພ້ອມທັງປັບປຸງຄຸນນະພາບຂອງ ລັດຖະກອນໃນການເຮັດວຽກໃຫ້ມີປະສິດ ທິຜົນສູງກວ່າເກົ່າ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...