Homeຂ່າວຕ່າງປະເທດຊາຍຍີ່ປຸ່ນ ຈູດໄຟຂ້າໂຕຕາຍເທິງລົດໄຟຊິນຄັນເຊັນ ມີຜູ້ໂດຍສານເສຍຊີວິດ 2 ຄົນ!

ຊາຍຍີ່ປຸ່ນ ຈູດໄຟຂ້າໂຕຕາຍເທິງລົດໄຟຊິນຄັນເຊັນ ມີຜູ້ໂດຍສານເສຍຊີວິດ 2 ຄົນ!

Published on

558000007634701

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ມິຖຸນານີ້ວ່າ ເກີດອຸບັດເຫດໄຟໄໝ້ລົດໄຟຊິນຄັນເຊັນ ທີ່ກຳລັງເດີນທາງຈາກນະຄອນຫລວງໂຕກຽວ ໄປເມືອງໂອຊາກ້າ ຫັລງຈາກທີ່ມີຜູ້ໂດຍສານຄົນໜຶ່ງ ພະຍາຍາມຂ້າໂຕຕາຍດ້ວຍການເອົານ້ຳມັນຫົດຕົນຕົວ ແລ້ວຈູດໄຟເຜົາຕົນເອງ ເຊິ່ງເປັນຜົນເຮັດໃຫ້ມີຜູ້ເສຍຊີວິດຈາກເຫດການດັ່ງກ່າວ 2 ຄົນ ແລະ ມີຜູ້ທີ່ບາດເຈັບອາການສາຫັດ ຫົວໃຈຢຸດເຕັ້ນອີກ 2 ຄົນ.

ດ້ານໂຄສົກຂອງບໍລິສັດ JR Central ເຊິ່ງເປັນຜູ້ປະກອບການລົດໄຟໃຫ້ເປີດເຜີຍວ່າ ເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 11:30 ໂມງ ຕາມເວລາໃນທ້ອງຖິ່ນ ໃນຊ່ວງເສັ້ນທາງລະຫວ່າງສະຖານີຊິນ ໂຢໂກຮາມາ ແລະ ສະຖານີໂອດາວາຣະ ເຊິ່ງຕັ້ງຢູ່ແຂວງຄານາງາວະ.

ທັງນີ້ ຕາມລາຍງານຂ່າວໄດ້ເປີດເຜີຍວ່າ ຕົ້ນເພີງແມ່ນເກີດຂຶ້ນໃນບໍລິເວນໃກ້ກັບຫ້ອງນ້ຳ ໂດຍມີ 2​ ຄົນ ມີອາການຢຸດຫາຍໃຈ ຫລັງຈາກດົມຄັວນເຂົ້າໄປຈຳນວນຫລາຍ, ພ້ອມກັນນັ້ນ ຍັງມີຜູ້ໂດຍສານທີ່ໄດ້ຮັບບາດເຈັບອີກຫລາຍຄົນ ສ່ວນຊາຍທີ່ຈູດໄຟເພື່ອຂ້າໂຕຕາຍນັ້ນ ແມ່ນເສຍຊີວິດແລ້ວ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...