Homeຂ່າວເຫດການລັດຖະບານຫາລືຫລາຍບັນຫາສຳຄັນປະຈຳເດືອນມິຖຸນາ

ລັດຖະບານຫາລືຫລາຍບັນຫາສຳຄັນປະຈຳເດືອນມິຖຸນາ

Published on

government

ແຫລ່ງຂ່າວລັດຖະບານໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 29-30 ມິຖຸນານີ້, ລັດຖະ ບານໄດ້ມີກອງປະຊຸມສະໄໝສາມັນປະຈຳເດືອນມິຖຸນາ 2015, ໂດຍການເປັນ ປະທານຂອງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ແລະ ສະມາ ຊິກລັດ ຖະບານເຂົ້າຮ່ວມຢ່າງພ້ອມພຽງ ເພື່ອພ້ອມກັນປືກສາຫາລືໃນຫລາຍບັນຫາສຳຄັນ ຂອງຊາດຄື: ໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນໃສ່ບົດລາຍງານກ່ຽວກັບການ ຊຸກຍູ້ການຜະລິດລະດູຝົນ, ແຜນການປັບປຸງບັນດາດ່ານສາກົນ, ຜົນການກວດກາ ແລະ ປະເມີນຜົນຄວາມທຸກຍາກ ແລະ ພັດທະນາ 5 ປີ (211-2015), ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ລັດຖະກອນ ປະຈຳສົກປີ 2014-2015 ແລະ ແຜນຄວາມຕ້ອງການລັດຖະກອນໃໝ່ໃນສົກປີ 2015-2016, ຮ່າງດຳລັດວ່າດ້ວຍເອກະ ສານທາງການ ແລະ ຮ່າງດຳລັດວ່າດ້ວຍປ້າຍ, ພ້ອມນີ້ກອງປະຊຸມຈະໄດ້ຮັບຟັງການຊີ້ນຳຈາກທ່ານນາຍົກລັດຖະມົນຕີກ່ຽວ ກັບແຜນວຽກຈຸດສຸມປະຈຳເດືອນກໍລະກົດ 2015.

ແຫລ່ງຂ່າວໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ລັດຖະບານໄດ້ສຳເລັດການຮ່າງກົດໝາຍວ່າດ້ວຍລັດຖະບານສະບັບປັບປຸງ   ໃໝ່, ດັ່ງນັ້ນ ເພື່ອໃຫ້ກົດໝາຍດັ່ງກ່າວມີປະສິດທິພາບ, ມີຄວາມໂປ່ງໃສ, ມີຄວາມເປັນເອກກະພາບໃນຂອບເຂດທົ່ວປະເທດ, ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍມີຄຸນນະພາບ, ຮັດກຸມ, ເຂົ້າໃຈງ່າຍ, ສາມາດຈັດຕັ້ງປະຕິບັດໄດ້ ແລະ ສອດຄ່ອງກັບ ສະພາບຄວາມເປັນຈິງຂອງປະເທດ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນໃນການສ້າງລັດແຫ່ງກົດ ໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ເຊິ່ງກົດໝາຍດັ່ງກ່າວຈະໄດ້ນຳເຂົ້ພິຈາລະ ນາໃນກອງປະຊຸມສະ ໄໝສາມັນຂອງສະພາແຫ່ງຊາດຊຸດທີ VII ໃນທ້າຍປີ 2015 ນີ້, ດັ່ງນັ້ນຄະນະຮັບຜິດຊອບຊີ້ນຳການປັບປຸງຮ່າງກົດ ໝາຍສະບັບນີ້, ຈຶ່ງຂໍເປັນກຽດແຈ້ງມາຍັງສື່ມວນຊົນ, ພະນັກງານ, ທະຫານ, ຕຳຫລວດ, ພໍ່ຄ້າຊາວຂາຍ, ປະຊາຊົນ ບັນດາເຜົ່າ ແລະ ທຸກພາກສ່ວນສັງຄົມໄດ້ປະກອບສ່ວນຄຳຄິດເຫັນໃສ່ຮ່າງກົດໝາຍດັ່ງກ່າວຕາມເຫັນສົມ ຄວນທີ່ເວບໄຊຂອງຫ້ອງລັດຖະບານ www.laogovt.gov.la

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...