Homeພາສາລາວໜັງສືລາວເກີດກ່ອນໜັງສືໄທ ຢ່າງໜ້ອຍ 113 ປີ

ໜັງສືລາວເກີດກ່ອນໜັງສືໄທ ຢ່າງໜ້ອຍ 113 ປີ

Published on

ຄົນໄທເກືອບໝົດປະເທດເຊື່ອຕຳລາວ່າ ອັກສອນໄທເປັນອັກສອນທີ່ພໍ່ຂຸນຣາມຄຳແຫງປະດິດຂຶ້ນຄັ້ງທຳອິດເມື່ອ ພສ 1826 ຫຼື 731 ປີມາແລ້ວ. ປະຫວັດສາດອັກສອນໄທບອກໄວ້ຊັດເຈນມາດົນນານແລ້ວວ່າລາວຮັບອັກສອນພໍ່ຂຸນລາມຄຳແຫງໄປໃຊ້ໃນສະໄໝຫຼັງໆມານີ້. ແຕ່ການຄົ້ນພົບຈາລຶກອັກສອນລາວລະບຸສັກກະຫຼາດ ພສ 1713 ຫຼື 844 ປີມາແລ້ວ ມີອາຍຸເກົ່າກວ່າອັກສອນໄທຂອງພໍ່ຂຸນລາມຄຳແຫງ ປະມານ 113 ປີ ຖ້າເປັນຈິງຕາມນີ້ໝາຍຄວາມວ່າອັກສອນລາວເກົ່າກວ່າອັກສອນໄທປະມານ 113 ປີ ແລະອັກສອນໄທໄດ້ຈາກອັກສອນລາວຫຼືບໍ່?

ບົດຄວາມເລື່ອງອ່ານສິລາຈາລຶກ 835ປີ ໂດຍ ບຸນມີ ເທບສີເມືອງ ໃນວາລະສານທ່ອງທ່ຽວເມືອງລາວ ສະບັບທີ 26 ເດືອນກໍລະກົດ-ກັນຍາ 2005 ຄໍລ່ຳ ມໍລະດົກລາວ ໜ້າ 40-43 ຖອດຄວາມໂດຍສະຫຼຸບດັ່ງນີ້:

ມີສິລາຈາລຶກອັກສອນລາວອາຍຸ 844 ປີ ຫຼັກໜຶ່ງ ສ້າງຂຶ້ນໃນປີ ຈຸລະສັກກະຫຼາດ 532 ກົງກັບ ພສ 1713 ຄສ 1170 ປັດຈຸບັນໄດ້ປະດິດສະຖານຢູ່ໃນສິມວັດວິຊຸນບ້ານວິຊຸນ ເມືອງຫຼວງພະບາງ ແຂວງຫຼວງພະບາງ.

ຖ້າທຽບໃສ່ສິລາຈາລຶກຣາມຄຳແຫງທີ່ປະເທດໄທ ເຫັນວ່າສິລາຈາລຶກອັກສອນລາວຫຼັກນີ້ມີອາຍຸຫຼາຍກວ່າ 113 ປີ ການສົມທຽບດັ່ງກ່າວແມ່ນອີງໃສ່ຕົວເລກທີ່ບອກປີຈາລຶກໄວ້ໃນສິລາຈາລຶກຣາມຄຳແຫງນັ້ນ (ສ້າງຂຶ້ນທີ່ເມືອງສຸໂຂໄທໃນປີມະຫາສັກກະຫຼາດ 1208 ກົງກັບຈຸລະສັກກະຫຼາດ 645).

ສິລາຈາລຶກອັກສອນລາວຫຼັກນີ້ປະດິດສະຖານຢູ່ວັດວິຊຸນມາດົນນານປານໃດແລ້ວ, ວັດວິຊຸນມີຄວາມສຳຄັນແນວໃດ ເພິ່ນຈຶ່ງເອົາສິລາຈາລຶກບູຮານຫຼັກນີ້ມາປະດິດສະຖານໄວ້?

ສິ່ງປຸກສ້າງທີ່ສຳຄັນໃນວັດນີ້ແມ່ນ ພະທາດໝາກໂມ ຊື່ນີ້ເອີ້ນຕາມຊາວບ້ານນິຍົມເອີ້ນກັນມາແຕ່ດົນນານຈົນເປັນຊື່ທີ່ຮູ້ກັນໂດຍທົ່ວໄປ ຕາມຄວາມເປັນຈິງນັ້ນພະທາດນີ້ມີຊື່ເປັນທາງການວ່າ ພະທາດປະທຸມມະເຈດີ ແປວ່າ ພະທາດດອກບົວ ສ່ວນເສີມຂອງວັດວິຊຸນນີ້ ກໍມີຮູບຊົງແບບສະຖາປັດຕະຍະກຳລາວເດີມ ສະໄໝອານາຈັກລາວລ້ານຊ້າງຍຸກຕົ້ນຄິດຕະສະຕະວັດທີ 14 .

K8554480-9

ຄຳອ່ານ#ສິລາຈາລຶກ#ອັກສອນລາວ “ຫຼານກວານຕາຍຮໍ່ຫາພໍ່ຮຽມ 4 ພີ່ນ້ອງໜີເຂົ້າປ່າ ຈຸລະສັງກາດ 532 ແຕ່ນັ້ນ ສະປາສົນໃດ ໄວ້ແກ່ຕູ ຢ່າຮ້ອນໃຈກວານຜູ້ນັ້ນເບົາ ເປັນຄົນຮ້າຍໄວ້ແກ່ຕູ” ອ່ານໂດຍ ບຸນມີ ເທບສີເມືອງ ຜູ້ຊ່ຽວຊານດ້ານອັກສອນລາວບູຮານ

ວັດວິຊຸນມີຊື່ເຕັມຂຽນໄວ້ຢູ່ປ້າຍໜ້າວັດວ່າ “ວັດວິຊຸນນະລາດ” ຖ້າຂຽນຖືກຕາມເຄົ້າສັບແທ້ແມ່ນ “ວິຊຸລະລາດ”(ອ່ານວ່າ ວິຊຸນລະລາດ) ແປວ່າສາຍຟ້າ. ເຊິ່ງຕັ້ງຂຶ້ນຕາມພະນາມຂອງພະເຈົ້າວິຊຸລະລາດ ຜູ້ນຳພາສ້າງວັດນີ້ເມື່ອ ຈສ 874 ວັນເສົາ ຂຶ້ນ 12 ຄ່ຳ ເດືອນ 6 ປີເຕົ່າສັນ ກົງກັບ ພສ 2055 ຫຼື ຄສ 1512

ມີປະຫວັດບັນທຶກວ່າ ພາຍຫຼັງທີ່ພະເຈົ້າວິຊຸລລາດໄດ້ຂຶ້ນເປັນເຈົ້າແຜ່ນດິນອານາຈັກລາວລ້ານຊ້າງໃນປີ ຈສ 863 ແລ້ວ ພະອົງກໍໄດ້ປັບປຸງການບໍລິຫານບ້ານເມືອງໃຫ້ເປົນລະບົບລະບຽບດີຕາມຮີດຄອງປະເພນີ ແລ້ວກໍໄດ້ຫັນມາບຳລຸງສ້າງວັດວາສາດສະໜາໃຫ້ຈະເລີນຮຸ່ງເຮືອງ ໃນນັ້ນພະອົງໄດ້ເປັນເຈົ້າສັດທານຳພາປະຊາຊົນສ້າງວັດວິຊຸນຂຶ້ນເພື່ອເປັນບ່ອນປະດິດສະຖານພະບາງ (ກ່ອນໜ້ານັ້ນພະບາງຍັງປະດິດສະຖານຢູ່ທີ່ວັດມະໂນລົມ).

ໃນການສ້າງນີ້ເພິ່ນໄດ້ກຳໜົດອານາເຂດກວ້າງຂວາງໃຫ້ເປັນອາລາມຫຼວງ ສ້າງສິມໃຫ້ກວ້າງໃຫຍ່ເພື່ອໃຫ້ເປັນບ່ອນປະກອບພະລາຊະພິທີຕ່າງໆ ເມື່ອສຳເລັດແລ້ວກໍອັງເຊີນເອົາພະບາງມາປະດິດສະຖານຢູ່ໃນສິມແຫ່ງນີ້.

ສິມວັດວິຊຸນຫຼັງເກົ່າ ສ້າງດ້ວຍໄມ້ມີຄ່າສູງໝົດທັງຫຼັງ ມີຂະໜາດຍາວ 36 ແມັດ ກວ້າງ 18 ແມັດ ປະດັບເອ້ດ້ວຍໄມ້ ຄວັດລວດລາຍ ສິລະປະທີ່ວິຈິດຈົບງາມຫຼາຍ ມີປະຕູເຂົ້າ-ອອກ 4 ປ່ອງ ມີປ່ອງຢ້ຽມ 21 ປ່ອງ.

ຄຽງຄູ່ກັບການສ້າງສິມຫຼັງນີ້ ພະນາງພັນຕິນະຊຽງເບດ ພະອັກຄະມະເຫສີຂອງເຈົ້າວິຊຸລລາດກໍໄດ້ສະຫຼະຊັບສ່ວນພະອົງ ນຳພາໄພ່ຟ້າປະຊາຊົນສ້າງປະທາດອົງໜຶ່ງຂຶ້ນ ຊື່ວ່າ ພະທາດປະທຸມມະເຈດີ ແປວ່າ ພະທາດດອກບົວ ເຊິ່ງຕັ້ງໂດດເດັ່ນຢູ່ທາງໜ້າສິມຢ່າງສະຫງ່າງາມ ໃນເວລາຕໍ່ມາ ຄົງເປັນຍ້ອນລັກສະນະຂອງພະທາດຄ້າຍຄື ໜ່ວຍໝາກໂມຕັດເຄິ່ງ ຄົນທົ່ວໄປຈຶ່ງພາກັນເອີ້ນວ່າ ພະທາດໝາກໂມມາຈົນຮອດຊູ່ມື້ນີ້.

luangprabangtours-35

ສິມວັດວິຊຸນ ແລະພະທາດໝາກໂມ ຕັ້ງໂດດເດັ່ນສະຫງ່າງາມມາ 376 ປີ ຈຶ່່ງໄດ້ຖືກພວກໂຈນຫໍ້ມາມ້າງເພທຳລາຍໃນປີ ຄສ 1888 ເພື່ອເອົາຂອງມີຄ່າສູງເຊິ່ງປະດັບຢູ່ຍອດຊໍ່ຟ້າຂອງສິມແລະຍອດພະທາດ.

ປີ ຄສ 1894 ພະເຈົ້າສັກກະລິນ ກະສັດຫຼວງພະບາງ ໄດ້ປຶກສາຫາລືກັບຄະນະສົງຕົກລົງກັນສ້ອມແປງສິມວັດວິຊຸນຂຶ້ນໃໝ່ ເພາະສິມຫຼັງເກົ່າຊຸດໂຊມເພພັງຫຼາຍ ໃນການກໍ່ສ້າງປົວແປງສິມຂຶ້ນໃໝ່ ແມ່ນກໍ່ຝາຜະໜັງແລະເສົາດ້ວຍດິນຈີ່ ເຮັດໃຫ້ມີຮູບຊົງຄືເກົ່າ ພາຍຫຼັງສຳເລັດແລ້ວ ບັນດານັກປາດອາຈານທັງລາວແລະຝຣັ່ງ ໃນເວລານັ້ນໄດ້ຕົກລົງກັນຮິບໂຮມເອົາວັດຖຸບູຮານ ແລະສິລາຈາລຶກຕ່າງໆ ທີ່ມີຢູ່ຕາມວັດຮ້າງ ວັດເກົ່າແກ່ຕ່າງໆ ເຊິ່ງບໍ່ມີການປົກປັກຮັກສາທີ່ດີ ເຂົ້າມາເກັບມ້ຽນໄວ້ໃນສິມວັດວິຊຸນນີ້ ເພື່ອປ້ອງກັນບໍ່ໃຫ້ຖືກທຳລາຍຫຼືສູນຫາຍໄປ.

ສິລາຈາລຶກອັກສອນລາວອາຍຸ 844 ປີ ໄດ້ປະດິດສະຖານຢູ່ໃນສິມວັດວິຊຸນນີ້ມາແຕ່ທ້າຍຄິດຕະສະຕະວັດທີ່ 19 ພາຍຫຼັງການບູລະນະປະຕິສັງຂອນສິມວັດວິຊຸນຂຶ້ນໃໝ່ ໃນສິມວັດວິຊຸນປັດຈຸບັນມີສິລາຈາລຶກປະດິດສະຖານຢູ່ 6 ຫຼັກ ຈາລຶກອັກສອນລາວ 4 ຫຼັກ ອັກສອນທຳ 2 ຫຼັກ ທັງໝົດຕັ້ງຢູ່ເທິງແທ່ນໄມ້ລຽນກັນເປັນແຖວຢູ່ທາງເບື້ອງຊ້າຍຂອງພະເຈົ້າອົງຫຼວງ ຫຼັກທີ 1 ນັບຈາກດ້ານຂວາມືແມ່ນສິລາຈາລຶກອັກສອນລາວອາຍຸ 844 ປີ.

ລັກສະນະທົ່ວໄປຂອງສິລາຈາລຶກເປັນເສົາຫິນສູງຍາວຮີ ດ້ານໜ້າສ່ວນເທິງເປັນພື້ນພຽງສົມຄວນ ຈາລຶກອັກສອນໃສ່ໄວ້ ສ່ວນລຸ່ມເປັນພື້ນບໍ່ຮາບພຽງຍັງຄົງສະພາບຮອຍຫິນແຕກຕາມທຳມະຊາດ ດ້ານຂ້າງແລະດ້ານຫຼັງມີຮູບຊົງສ້ວຍຮີ ແບບຮູບສີ່ລ່ຽມຄາງໝູ ບໍ່ມີຈາລຶກໂຕອັກສອນ ສິລາຈາລຶກຫຼັກນີ້ຕັ້ງຢູ່ເທິງແທ່ນໄມ້ຮູບ 4 ລ່ຽມ. ຂະໜາດສູງຈາກແທ່ນເຖິງຍອດ 103 ຊັງຕີແມັດ ຄວາມກວ້າງສ່ວນປາຍ 21 ຊັງຕີແມັດ ສ່ວນກາງ 36 ຊັງຕີແມັດ ສ່ວນລຸ່ມຕິດແທ່ນ 32 ຊັງຕີແມັດ ຄວາມໜາສະເລ່ຍ 12 ຊັງຕີແມັດ. ເປັນຫິນແຂງ ທົນທານຕໍ່ການລຶບເລືອນ ຄ້າຍຄືກັບຫິນແກຣນິກ, ສີເທົາ. ຈາລຶກດ້ວຍອັກສອນແລະພາສາບູຮານລາວ. ຈາລຶກໄວ້ໃນປີ ຈສ 532 ກົງກັບ ພສ 1713, ຄສ 1170 ໄລ່ອາຍຸມາຮອດປີ 2014 ມີອາຍຸໄດ້ 835 ປີ. ຜູ້ປົກຄອງປະເທດ ຄົງເປັນຫົວໜ້າຊຸມຊົນລາວເຈົ້ານະຄອນລັດໃດລັດໜຶ່ງ ເພາະວ່າສິລາຈາລຶກຫຼັກນີ້ ສ້າງຂຶ້ນກ່ອນພະເຈົ້າຟ້າງຸ່ມມະຫາລາດ ສ້າງຕັ້ງອານາຈັກລາວລ້ານຊ້າງ 183 ປີ.

Laopost.com_

ຂໍ້ມູນຈາກ: ບົດຄວາມເລື່ອງອ່ານສິລາຈາລຶກ 835ປີ ໂດຍ ບຸນມີ ເທບສີເມືອງ ໃນວາລະສານທ່ອງທ່ຽວເມືອງລາວ ສະບັບທີ 26 ເດືອນກໍລະກົດ-ກັນຍາ 2005 ຄໍລ່ຳ ມໍລະດົກລາວ ໜ້າ 40-43

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...