Homeຂ່າວການສຶກສາຂ່າວທາງການຈາກກະຊວງສຶກສາຯ ເລື່ອງເລື່ອນການສອບເສັງ ມ7

ຂ່າວທາງການຈາກກະຊວງສຶກສາຯ ເລື່ອງເລື່ອນການສອບເສັງ ມ7

Published on

11539642_1642587975954376_4209142079366754029_n

ແຫຼ່ງຂ່າວຈາກ ກະຊວງສຶກສາທິການແລະກິລາ ໄດ້ໃຫ້ຂໍ້ມູນແກ່ທີມຂ່າວລາວໂພສຕ໌ວ່າ ຕອນເຊົ້າຂອງວັນທີ 26 ມິຖຸນາ 2015 ນີ້ ໃນຂະນະທີ່ສູນສອບເສັງຊັ້ນ ມ7 ຕ່າງໆ ໃນທົ່ວປະເທດກຳລັງຈະດຳເນີນການສອບເສັງ ນັ້ນ ໄດ້ມີຂ່າວລືທາງສື່ສັງຄົມອອນລາຍນ໌ວ່າ “ຫົວບົດສອບເສັງຮົ່ວ” ດັ່ງນັ້ນ, ເພື່ອເປັນການຕັດໄຟແຕ່ຕົ້ນລົມ ແລະເພື່ອເຮັດໃຫ້ການສອບເສັງຄັ້ງນີ້ ມີຄວາມປອດໃສໄດ້ຄຸນນະພາບ ທາງກະຊວງສຶກສາທິການແລະກິລາ ຈຶ່ງໄດ້ສັ່ງໂຈະການສອບເສັງ 2 ວິຊາສຸດທ້າຍໄວ້ກ່ອນ ເພື່ອຄົ້ນຄວ້າກວດສອບ.
ແນວໃດກໍຕາມ, ເພື່ອເຮັດໃຫ້ການສອບເສັງດັ່ງກ່າວ ດຳເນີນຕໍ່ໄປໄດ້ຢ່າງສຳເລັດຜົນ ກົມມັດທະຍົມ ກະຊວງສຶກສາທິການແລະກິລາ ໄດ້ຮີບຮ້ອນອອກຫົວບົດສອບເສັງ 2 ວິຊາສຸດທ້າຍຄືນໃໝ່ ແລະຈະສາມາດສົ່ງຫົວບົດສອບເສັງດັ່ງກ່າວ ໄປຍັງສູນສອບເສັງທົ່ວປະເທດໄດ້ທັນເວລາ. ສຳລັບຂ່າວລືຂໍ້ສອບຮົ່ວນັ້ນ ກໍຈະຍັງສືບຕໍ່ຄົ້ນຄວ້າແກ້ໄຂຕໍ່ໄປ.

ດັ່ງນັ້ນ, ທາງກົມມັດທະຍົມ ກະຊວງສຶກສາທິການ ແລະກິລາ ຈຶ່ງອອກແຈ້ງການຢ່າງເປັນທາງການ ກ່ຽວກັບສອບເສັງ 2 ວິຊາສຸດທ້າຍດັ່ງນີ້:

ແຈ້ງການເລກທີ 2623 /ຫກ. ມຍ/2015 ອອກວັນທີ 26 ມິຖຸນາ 2015
ເຖິງ: ຫົວໜ້າພະແນກສຶສາທິການແລະກິລາ ແຂວງ/ນະຄອນຫຼວງ
ເລື່ອງ: ການຈັດຕັ້ງສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ວິຊາຄະນິດສາດ ແລະປະຫວັດສາດ ປະຈຳສົກຮຽນ 2014-2015

ຫ້ອງການກະຊວງສຶກສາທິການ ແລະກິລາ ຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ: ເນື່ອງຈາກວ່າ ມີບາງເມືອງ ມີຄວາມຫຍຸ້ງຍາກ ແລະບໍ່ທັນມີຄວາມພ້ອມ ໃນການຈັດຕັ້ງສອບເສັງບາງວິຊາ ຕາມຕາຕະລາງກຳນົດ. ສະນັ້ນ, ຈຶ່ງເລື່ອນການສອບເສັງວິຊາ ຄະນິດສາດແລະປະຫວັດສາດ ໄປໃສ່ວັນຈັນ ວັນທີ 29 ມິຖຸນາ 2015 ຄື:
– ເວລາ 9:00-11:00 ສອບເສັງວິຊາ ຄະນິດສາດ
– ເວລາ 14:00-15:30 ສອບເສັງວິຊາ ປະຫວັດສາດ
ຈຶ່ງແຈ້ງມາເພື່ອຊາບ ແລະຈັດຕັ້ງປະຕິບັດຕາມຄວາມ ເໝາະສົມ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...