spot_img
Homeຄວາມງາມແປງ​ແຕ່ງ​ໜ້າ ພ້ອມ​ວິທີ​ໃຊ້​ທີ່​ຖືກ​ຕ້ອງ

ແປງ​ແຕ່ງ​ໜ້າ ພ້ອມ​ວິທີ​ໃຊ້​ທີ່​ຖືກ​ຕ້ອງ

Published on

1

     ບໍ່​ວ່າ​ເຈົ້າ​ຈະ​ເປັນ​ຊ່າງ​ແຕ່ງ​ໜ້າ​ມື​ໂປ​ຫລື​ຫາກໍ່​ຮຽນ​ຮູ້​ວິທີ​ການ​ແຕ່ງ​ໜ້າ ແປງ​ແຕ່ງ​ໜ້າ ເປັນ​ອຸປະກອນ​ອັນ​ດັບ​ຕົ້ນໆ ທີ່​ຄວນ​ຈະ​ເສຍ​ເງີນ​ລົງ​ທຶນ​ບໍ່​ນ້ອຍ​ໄປ​ກວ່າ​ເຄື່ອງ​ສຳ​ອາງ​ເລີຍ ເພາະ​ແປງ​ແຕ່ງ​ໜ້າ​ຊ່ວຍ​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ຂັ້ນ​ຕອນ​ການ​ແຕ່ງ​ໜ້າ​ໄດ້​ຫລາຍ​ເຖິງ​ຫລາຍ​ທີ່ສຸດ ແຕ່​ສຳລັບ​ຄົນ​ງົບ​ນ້ອຍ​ອາດ​ຫາ​ຊື້ແປງ​ແຕ່ງ​ໜ້າພື້ນ​ຖານ​ຫລັກໆ​ ພຽງ 2-3 ອັນທີ່​ຈຳ​ເປັນ​ກໍ​ໄດ້​​ນັ້ນ​ກໍ​ຄື ແປງ​ອາຍ​ແຊ​ໂດວ໌ ແປງ​ປັດ​ຄິ້ວ ແລະ ​ແປງ​ອາຍ​ໄລ​ເນີ ການ​ທີ່​ຈະ​ເບິ່ງ​ວ່າ​ແປງ​ຊະນິດ​ໃດ​ມີ​ຄຸນນະພາບ​ດີ​ຕາມ​ທີ່​ຕ້ອງ​ການ​ຫລື​ບໍ່ ກ່ອນ​ອື່ນ​ຄວນ​ເຮັດ​ຄວາມ​ຄຸ້ນ​ເຄີຍ​ກັບ​ຄວາມ​ຫລາກ​ຫລາຍ​ຂອງ​ແປງ​ຊະນິດ​ຕ່າງໆລວມ​ທັງ​ຮູບ​ຊົງ​ແລະ​ຊະນິດ​ຂອງ​ແປງ​ກັນ​ກ່ອນ

  1. ແປງ​ປັດ​ແກ້ມ ຂົນ​ແປງ​ມີ​ຄວາມ​ກວ້າງ​ຫລາຍ​ພໍ​ທີ່​ຈະ​ໃຊ້​ປັດ​ໄດ້​ທົ່ວ​ບໍລິເວນ​ໂໜກ​ແກ້ມ ປາຍ​ໂຄ້ງ​ມົນ ລະ​ອຽດ ແລະ ​ຄວນ​ເປັນ​ຂົນ​ຈາກ​ທຳມະຊາດ​ທີ່​ມີ​ຄວາມ​ນຸ່ມ

 2

  1. ແປ​ງບ​ຣອນ​ເຊີ ແປງ​ຊະນິດ​ນີ້​ຈະ​ມີ​ຂົນ​ແປງ​ໜາ​ຟູ​ຫລາຍກວ່າ​ແປງ​ປັດ​ແກ້ມ ແລະ​ມີ​ປາຍ​ຕັດ​ຊື່ເພື່ອ​ສ້າງ​ຄວາມ​ອົບ​ອຸ່ນ​ເບິ່ງ​ເປັນ​ທຳມະຊາດ​ໃຫ້​ກັບ​ຜິວ

 

 3

  1. ແປງ​ທາ​ຄິ້ວ ເປັນ​ແປງ​ທີ່​ມີ​ຂົນ​ແຂງ​ແລະ​ສັ້ນ ຕັດ​ເປັນ​ມຸມ​ອຽງ ເບິ່ງ​ຫາ​ຂົນ​ແປງ​ທີ່​ໃຊ້​ວັດສະ​ດຸ​ປະສົມ​ກັນ​ລະຫວ່າງ​ຂົນ​ສັງ​ເຄາະ​ແລະ​ຂົນ​ທຳມະຊາດ​ເພາະ​ຂົນ​ສັງ​ເຄາະ 100% ຈະ​ມີ​ຄວາມ​ແຂງ​ເກີນ​ໄປ​ແລະ​ສີ​ບໍ່​ຄ່ອຍ​ຕິດ

 4

  1. ແປງ​ທາ​ຄອນ​ຊິນ​ເລີ້ ເປັນ​ແປງ​ທີ່​ມີ​ຂົນ​ແໜ້ນ​ນຸ່ມ​ແລະ​ບໍ່​ແຂງ​ຈົນ​ເກີນ​ໄປເບິ່ງ​ຫາ​ແປງ​ທີ່​ມີ​ຂົນ​ສັງ​ເຄາະ​ເນື້ອ​ມັນ​ເງົາ​ຈະ​ຊ່ວຍ​ໃຫ້​ເກ່ຍ​ເນື້ອ​ຜະລິດຕະພັນ​ມື່ນ​ໄປ​ກັບ​ຜິວ ປາຍ​ຂອງ​ແປງ​ມີ​ລັກສະນະ​ລຽວ​ມົນ​ເພື່ອ​ຊ່ວຍ​ທາ​ຄອນ​ຊິນ​ເລີລ໌​ໄດ້​ໃນ​ຈຸດ​ທີ່​ເຂົ້າ​ເຖິງ​ຢາກ

 5

 

  1. ແປງ​ເບ​ລນ​ສີ​ອາຍ​ແຊ​ໂດ ຂົນ​ແປງ​ຄວນ​ມີ​ລັກສະນະ​ຍາວ ນຸ່ມ,ຟູ ເພື່ອ​ຊ່ວຍ​ເກ່ຍ​ສີ​ອາຍ​ແຊ​ໂດໃຫ້​ກົມ​ກືນ​ກັນ​ແລະ​ສາມາດ​ນຳ​ມາ​ໃຊ້​ແຕະ​ແປ້ງ ເພື່ອ​ທາ​ທັບ​ລົງ​ເທິງ​ ຄອນ​ຊີນ​ເລີ​ຫລື​ຮອງ​ພື້ນ​ບໍລິເວນ​ຮອບ​ດວງ​ຕາ​ແລະ​ປົກ​ປິດ​ຮອຍ​ສິວ​ໃຫ້​ຢູ່​ຕົວ​ຕິດ​ທົນ​ນານ

 6

  1. ແປງ​ຄອນ​ທົວ​ເປືອກ​ຕາ ຄວນ​ເປັນ​ແປງ​ຂົນ​ທຳມະຊາດ​ທີ່​ມີ​ຫົວ​ແປງ​ມົນ ຂົນ​ແປງ​ສັ້ນ ປາຍ​ຕັດ​ແລະ​ເນື້ອ​ແໜ້ນ ຊ່ວຍ​ເກັບ​ເນື້ອ​ສີ​ອາຍ​ແຊ​ໂດ ເພື່ອ​ສ້າງ​ເຄົ້າ​ໂຄງ​ຕາ​ໃຫ້​ມີ​ມິຕິ

7

        7. ແປງ​ເສດ​ດິ້ງ​ເປືອກ​ຕາ ແປງ​ຫົວ​ກວ້າງ​ປາຍ​ຕັດ​ຈະ​ຊ່ວຍ​ເຮັດໃຫ້​ສາມາດ​ທາ​ອາຍ​ແຊ​ໂດເທິງ​ເປືອກ​ຕາ​ໄດ້​ຢ່າງ​ທົ່ວ​ເຖິງ​ໃນ​ເທື່ອ​ດຽວ

8

 

  1. ແປງ​ເກ່ຍ​ເປືອກ​ຕາ ຫົວ​ແປງ​ຂະໜາດ​ນ້ອຍ​ປາຍ​ກົມ​ມົນ ຊ່ວຍ​ໃນ​ການ​ເກ່ຍ​ເສັ້ນ​ອາຍ​ໄລເນີ​ໃຫ້​ເບິ່ງ​ຟຸ້ງ​ເພື່ອ​ສ້າງ​ລຸກ​ໃໝ່ແບ​ບ​ໂມກ​ກີ້​ອາຍ

9

  1. ແປງແຕ້ມ​ອາຍ​ໄລ​ເນີ ຫົວ​ແປງ​ນ້ອຍ, ຂົນ​ແປງ​ສັ້ນ, ແໜ້ນ, ປາຍ​ຕັດ​ສຽງ ອອກ​ແບບ​ມາ​ເພື່ອ​ແຕ້ມອາຍ​ໄລ​ເນີຫລື​ຖ້າ​ໃຜ​ບໍ່​ມີ​ແປງ​ທາ​ຄິ້ວ ກໍ​ສາມາດ​ໃຊ້​ແປງ​ຊະນິດ​ນີ້​ເຕີມ​ຄິ້ວ​ໄດ້

10

       10.ແປງ​ຂຽນ​ອາຍ​ໄລ​ເນີ (ຫົວ​ແປ) ແປງ​ທີ່​ແປ​ແລະ​ແໜ້ນ​ຈະ​ຊ່ວຍ​ເຮັດໃຫ້​ໄດ້​ເສັ້ນ​ທີ່​ແມ່ນ​ຄົມ​ ແນວ​ຂົນ​ຕາ​ໃຊ້​ກັບ​ອາຍ​ໄລ​ເນີ​ໄດ້​ທັງ​ແບບ​ປຽກ​ແລະ​ແຫ້ງ

 11

   11. ແປງ​ທາ​ຮອງ​ພື້ນ ຂົນ​ແປງ​ປາຍ​ແປ​ຂະໜາດ​ໃຫຍ່​ເຮັດ​ມາ​ຈາກ​ຂົນ​ສັງ​ເຄາະ​ຊ່ວຍ​ກະ​ປະລິມານ​ຂອງ​ຮອງ​ພື້ນ​ເທິງ​ຜິວ​ໃຫ້​ພໍດີ

 12

      12.ແປງ​ທາ​ໜ້າ ຫົວ​ແປງ​ກົມ​ມົນ ຂົນ​ຟູ ສາມາດ​ໃຊ້​ໄດ້​ກັບ​ບະ​ຫລອນ​ເຊີລ໌ ບະ​ຫລັດ​ອອນ ຫລື​ແປ້ງ

13

       13.ແປງ​ທາ​ແປ້ງ ຂົນ​ແປງ​ທຳມະຊາດ​ມີ​ຂະໜາດ​ໃຫຍ່ ຂົນ​ຟູ,ນຸ່ມ,ປາຍ​ແປງ​ໂຄ້ງ​ມົນ​ຊ່ວຍ​ໃນ​ການ​ທາ​ຜິວ​ບໍລິເວນ​ຮອບ​ດັງ​ແລະ​ໄດ້​ດວງ​ຕາ ສາມາດ​ໃຊ້​ໄດ້​ທັງ​ແປ້ງ​ຝຸ່ນ​ແລະ​ແປ້ງ​ອັດ​ແຂງ

 14

   14. ແປງ​ທາ​ປາກ ຂົນ​ແປງ​ແໜ້ນ,ຍາວ,ປາຍ​ຄ່ອນ​ຂ້າງ​ແຫລມຊ່ວຍ​ໃນ​ການ​ທາ​ສີ​ລິບສະ​ຕິກ​ໄດ້​ຢ່າງ​ດີ

15

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...