spot_img
HomeຄວາມງາມDIY ລິບ​ສະຄຣັບຫອມ​ຫວານ ໃຫ້​ປາກ​ນຸ່ມ​ໜ້າ​ສຳພັດ!

DIY ລິບ​ສະຄຣັບຫອມ​ຫວານ ໃຫ້​ປາກ​ນຸ່ມ​ໜ້າ​ສຳພັດ!

Published on

1

          DIY ລິບສະຄຣັບ​ຫອມ​ຫວານ ດ້ວຍ​ສ່ວນ​ປະສົມ​ຈາກ​ທຳມະຊາດ​ທີ່​ຈະ​ບໍ່​ເຮັດໃຫ້​ລະ​ຄາຍ​ເຄືອງ ແຖມ​ຍັງ​ປະ​ຫຍັດ​ເງີນ​ນຳ ຈະ​ເຮັດ​ໃຊ້​ເອງ​ໄດ້​ຢ່າງໃດ​ນັ້ນ ຕ້ອງ​ມາ​ເບິ່ງ​ກັນ

ຂອງ​ທີ່​ຕ້ອງ​ກຽມ
–  ວາດ​ສະລີນ 1 ບ່ວງແກງ
– ນ້ຳເ​ຜຶ້ງ 1 ບ່ວງແກງ
– ນ້ຳ​ເຊື່ອມ​ກິ່ນ​ຕ່າງໆ ຫລື​ນ້ຳ​ມັນ​ຫອມ​ລະ​ເຫຍ 1-2 ຫຍົດ
– ນ້ຳ​ຕານ 2 ບ່ວງແກງ

ວິທີເຮັດ
ນຳ​ສ່ວນ​ປະສົມ​ທັງ​ໝົດ​ມາ​ໃສ່​ລວມ​ກັນ​ໃນ​ຊາມຈາກ​ນັ້ນ​ຄົນໆທຸກ​ຢ່າງ​ເຂົ້າ​ກັນ​ເປັນ​ເນື້ອ​ລະອຽດ ອາດຈະ​ໃສ່​ນ້ຳ​ຕານ​ຫລື​ນ້ຳເ​ຜຶ້ງ​ເພີ່ມ​ກໍ​ໄດ້​ຕາມ​ທີ່​ຕ້ອງ​ການແລ້ວ​ຄ່ອຍ​ນຳ​ມາ​ເທ​ໃສ່​ພາ​ຊະນະ​ນ້ອຍ​ໆທີ່​ພົກ​ພາ​ໄປ​ໃສມາ​ໃສ​ໄດ້​ສະ​ດວກ ເວລາ​ໃຊ້​ກໍ​ພຽງຕັກ​ມາ​ຂະໜາດເງີນ​ຫລຽນ ນຳ​ມາ​ນວດໆເທິງ​ຮີມ​ສົບ​​ຈັກ 1-3 ນາ​ທີ ຫລື​ຈະ​ໃຊ້​ແປງ​ສີ​ແຂ້ວ​ເກົ່າ​ມາ​ນວດໆນຳກໍ​ໄດ້ ສຳເລັດ​ແລ້ວ​ລ້າງ​ອອກ​ແລ້ວ​ບຳ​ລຸງ​ຮີມສົບ​ດ້ວຍ​ລິບ​ບາລ໌​ມ ເທົ່ານີ້​ກໍ​ຈະ​ໄດ້​ຮິມ​ສົບ​ງາມ​ອົມບົວ​ໜ້າ​ສຳພັດ​ແລ້ວ​

2

3

21510

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...