spot_img
Homeຄວາມງາມສິວ​ຫົວ​ດຳ ກຳຈັດ​ໃຫ້​ກ້ຽງ​ດ້ວຍ 3 ຂັ້ນຕອນ

ສິວ​ຫົວ​ດຳ ກຳຈັດ​ໃຫ້​ກ້ຽງ​ດ້ວຍ 3 ຂັ້ນຕອນ

Published on

21213
ສິວ​ຫົວ​ດຳ​ຕົວ​ການ​ຮ້າຍ​ທີ່​ເຮັດໃຫ້​ໜ້າ​ເບິ່ງ​ໝົ່ນ​ໝອງ​ບໍ່​ໃສ​​ຢ່າງ​ທີ່​ຕ້ອງ​ການ ໃຜ​ທີ່​ກຳ​ລັງ​ເປັນ​ຢູ່​ບໍ່​ຕ້ອງ​ຄຽດ ແພຽງເຮັດຕາມ 3 ຂັ້ນຕອນນີ້
ລອງ​ຄິດ​ເບິ່ງ​ວ່າ​ຖ້າເບິ່ງ​ໄກໆແລ້ວ​ໜ້າ​ເຈົ້າ​ງາມສົມບູນແບບແຕ່​ຖ້າເບີ່ງ​ໃກ້​ໆແລ້ວ​ສິວ​ຫົວ​ດຳ​ຝັງ​ຢູ່​ເຕັມ​ໄປຫມົດ ໂດຍ​ສະເພາະ​ບ່ອນ​ດັງ​​ ທາງ​ທີ່​ດີ​ມາ​ກຳຈັດ​ສິວ​ຫົວ​ດຳ​ທັງ​ຫລາຍ​ໃຫ້​ສິ້ນ​ຊາກ ດ້ວຍ 3 ຕອນງ່າຍໆ ຮັບຮອງ​ວ່າ​ໜ້າ​ໃສ​ກັນແນ່ນອນ
ວິທີທຳອິດ​​ເລີ່ມ​ຈາກ​ການ​ໃຊ້​ໄອ​ນ້ຳ​ເຂົ້າ​ຊ່ວຍໂດຍ​ໃຫ້​ຕົ້ມ​ນ້ຳ​ໃຫ້​ເດືອດ ຈາກ​ນັ້ນ​ນຳ​ມາ​ໃສ່​ຊາມ​ແລ້ວ​ເອົາ​ໜ້າ​ກົ້ມໃສ່​ໄອ​ນ້ຳ​ທີ່​ຂຶ້ນ​ມາ ຫລື ​ວ່າ​ຈະ​ໃຊ້​ຜ້າ​ຂົນ​ໜູ​ຊຸບ​ນ້ຳ​ຮ້ອນ​ມາ​ວາງ​ໄວ້​ເທິງ​ໃບ​ໜ້າ​ກໍ​ໄດ້ ວິທີ​ນີ້​ຈະ​ຊ່ວຍ​ໃຫ້​ສິວ​ຫົວ​ດຳ​ທີ່​ຝັງ​ຢູ່​ເທິງ​ໜ້າ​ຂອງ​ສາວໆຫລຸດ​ອອກ​ມາ​ໄດ້​ງ່າຍ​ຫລາຍ​ຂຶ້ນ
ວິທີ​ຕໍ່​ມາ​ຄື​ການ​ສະຄຣັບ​ໜ້າ​ເພື່ອ​ໃຫ້​ສິວ​ຫົວ​ດຳ​ຫລຸດ​ອອກ​ມາ ໂດຍ​ໃຫ້​ນຳ​ຜະລິດຕະພັນ​ສະຄຣັບຂັດ​ຫນ້າທີ່​ໃຊ້​ຢູ່​ມາ​ຂັດ​ເບົາໆໃຫ້​ທົ່ວ ຖ້າ​ຂັດ​ແຮງ​ລະ​ວັງ​ຜິວ​ໜ້າ​ຈະ​ພັງ​​ໄດ້
ຖ້າ​ຫາກ​ຍັງ​ເບິ່ງເຫັນ​ສິວ​ຫົວ​ດຳ​ຢູ່​ເທິງ​ໃບ​ໜ້າ​ຢ່າ​ປ່ອຍ​ໄວ້​ຕ້ອງ​ກຳຈັດ​ໃຫ້​ກ້ຽງ​ດ້ວຍ​ໄມ້​ຕາຍ​ສຸດ​ທ້າຍ ນັ້ນ​ຄື​ການ​ໃຊ້​ມາດດູດ​ສິວ​ຫົວ​ດຳ​ນັ້ນ​ເອງ ລອງ​ເລືອກ​ມາດກ໌​ດີໆ ມາ​ທາ​ລົງ​ເທິງ​ໃບ​ໜ້າປະ​ໄວ້​ແລ້ວ​ລ້າງ​ອອກ​ດ້ວຍ​ຜ້າ​ຂົນ​ໜູ​ຊຸບ​ນ້ຳ​ອຸ່ນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...