spot_img
Homeຂ່າວຕ່າງປະເທດຝົນຕົກໜັກນ້ຳຖ້ວມກະທັນຫັນ ຢູ່ລັດຄຸດຣາດຂອງອິນເດຍ ມີຜູ້ເສຍຊີວິດຢ່າງໜ້ອຍ 45 ຄົນ!

ຝົນຕົກໜັກນ້ຳຖ້ວມກະທັນຫັນ ຢູ່ລັດຄຸດຣາດຂອງອິນເດຍ ມີຜູ້ເສຍຊີວິດຢ່າງໜ້ອຍ 45 ຄົນ!

Published on

558000007479312

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ມິຖຸນານີ້ວ່າ ເກີດເຫດນ້ຳຖ້ວມກະທັນຫັນໃນຫລາຍພື້ນທີ່ຂອງລັດຄຸດຣາດ (Gujarat) ທາງພາກຕາເວັນຕົກຂອງອິນເດຍ ຫລັງຈາກທີ່ຝົນຕົກລົງມາຢ່າງໜັກ ແລະ ຕໍ່ເນື່ອງຕະຫລອດ 24 ຊົ່ວໂມງຜ່ານມາ ໂດຍມີລາຍງານພົບຜູ້ເສຍຊີວິດອຸທົກກະໄພດັ່ງກ່າວນີ້ແລ້ວ ຢ່າງໜ້ອຍ 45 ຄົນ ໂດຍສ່ວນໃຫຍ່ແມ່ນຢູ່ເຂດເສົາວະຣັດຕຣະ ແລະ ສາເຫດຂອງການເສຍຊີວິດ ສ່ວນໃຫຍ່ແມ່ນຈົມນ້ຳ ແລະ ການຖືກເຮືອນຊານທີ່ບໍ່ໄດ້ມາດຕະຖານພັງລົງມາທັບ.

ທັງນີ້ລັດຄຸດຣາດ ເປັນລັດທີ່ຕິດກັບຊາຍແດນຂອງປະເທດປາກີສະຖານ ເຊິ່ງເປັນສູນກາງທາງດ້ານອຸດສາຫະກຳແຫ່ງຕົ້ນໆຂອງປະເທດ ອີກທັງຍັງເປັນບ້ານເກີດຂອງ ມະຫາຕະມະຄານທີ ບິດາແຫ່ງເອກະລາດຂອງອິນເດຍອີກດ້ວຍ.

558000007479301

558000007479302

558000007479311

558000007479314

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...