Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າ​ໜ້າ​ທີ່​ເລັ່ງນຳ​ຈັບ​ຕົວ​​ ໄວ​ໜຸ່ມກໍ່​ເຫດ​ແທງ​ກັນ​ເສຍ​ຊີວິດ 1 ຄົນ ຢູ່​ເມືອງ​ປາກ​ເຊ!

ເຈົ້າ​ໜ້າ​ທີ່​ເລັ່ງນຳ​ຈັບ​ຕົວ​​ ໄວ​ໜຸ່ມກໍ່​ເຫດ​ແທງ​ກັນ​ເສຍ​ຊີວິດ 1 ຄົນ ຢູ່​ເມືອງ​ປາກ​ເຊ!

Published on

Untitled

ພາຍຫລັງ​​ໄດ້ເກີດ​ເຫດມີໄວ​ຫນຸ່ມ ​​ໃຊ້​ມີດ​ໄລ່​ແທງ​ກັນ​ຢ່າງ​ໂຫດ​ຫ້ຽມ ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 23 ມິຖຸນາ​ນີ້, ​ຢູ່ບ້ານໂພນ ໄຊ ເມືອງ ປາກເຊ ແຂວງຈຳປາສັກ ຈົນ​ມີ​ຜູ້​ເສຍ​ຊີວິດ​ໜຶ່ງ​ຄົນ​ຄື ທ້າວ ກັນ (ສັນຊາດຫວຽດນາມ) ອາຍຸ 30 ປີ ອາຊີບກຳມະກອນ ພັກເຊົາຢູ່ບ້ານ ຫລັກ 21 ເມືອງປາກເຊ ແຂວງຈຳປາສັກ.

ຈາກການສອບ​ຖາມປະຊາຊົນຜູ້​ເຫັນ​ເຫດການຂອງເຈົ້າໜ້າທີ່ໃຫ້ຮູ້​ໃນ​ເບື້ອງຕົ້ນວ່າ: ກ່ອນ​ເກີດ​ເຫດ ທ້າວ ກັນ ໄດ້​ໄປທີ່​ເຮືອນຂອງທ້າວ ຈອນນີ້ ​ແລະ ຫຼັງຈາກນັ້ນ ບໍ່ພໍເທົ່າໃດນາທີ ທ້າວ ຈອນນີ້ ກໍໄດ້ແລ່ນ​ອອກ​ມາ​ຈາກເຮືອນ​ພ້ອມ​ກັບໃຊ້ມີດປາຍແຫລມແທງເຂົ້າບໍລິ​ເວນໜ້າເອີກຂອງ​ທ້າວ ​ກັນ 1 ບາດ ແລະ ຫລັງ 2 ບາດ ຈຶ່ງ​ເຮັດ​​ໃຫ້​ທ້າວ​ກັນ ​ໄດ້​ຮັບ​ບາດ​ເຈັບ ​ແລະ ແລ່ນ​ໜີ​ຕາຍ​ໄປ​ຫາ​ບ້ານປະຊາຊົນ​ທີ່ຢູ່​​ໃກ້​ຄຽງ, ຈາກ​ນັ້ນ ​ໄດ້ມີ​ພົນລະ​ເມືອງ​ດີ​ນຳ​ຕົວ​ສົ່ງ​ໂຮງໝໍ​, ​ແຕ່​ຜູ້ກ່ຽວທົນ​ຕໍ່​ຄວາມ​ເຈັບ​ປວດ​ບໍ່​ໄຫວ ​ຈຶ່ງ​ໄດ້​ເສຍ​ຊີວິດ​ໃນ​ເວລາ​ຕໍ່​ມາ. ສ່ວນ​ທ້າວ ຈອນ​ນີ້ ​ໄດ້​ຫລົບໜີ. ປັດຈຸບັນ​ເຈົ້າ​ໜ້າ​ທີ່ພວມ​ເລັ່ງ​ສືບສວນ-ສອບ​ສວນຫາ​ສາ​ເຫດ​ຂອງ​ການ​ກໍ່​ເຫດ​ຄັ້ງ​ນີ້ ​ແລະ ນຳ​ຕົວ​ຜູ້​ກະທຳ​ຜິດ​ມາ​ລົງ​ໂທດຕາມ​ລະບຽບ​ກົດໝາຍ​ໂດຍ​ໄວ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...