Homeຂ່າວຕ່າງປະເທດເຊຍຣາລີໂອນ ຢ້ານອີໂບລາກັບຄືນສູ່ເມືອງຫລວງ ຫລັງພົບຜູ້ຕິດເຊື້ອລາຍໃໝ່ 3 ຄົນ!

ເຊຍຣາລີໂອນ ຢ້ານອີໂບລາກັບຄືນສູ່ເມືອງຫລວງ ຫລັງພົບຜູ້ຕິດເຊື້ອລາຍໃໝ່ 3 ຄົນ!

Published on

558000007416601

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ມິຖຸນາຜ່ານມານີ້ວ່າ ປະຊາຊົນໃນນະຄອນຫລວງຟຣີທາວ ເມືອງຫລວງຂອງປະເະທດເຊຍຣາລີໂອນ ມີຄວາມກັງວົນຕໍ່ກັບການກັບຄືນມາຂອງພະຍາດອີໂບລາ ຫລັງຈາກທີ່ເຈົ້າໜ້າທີ່ສາທາລະນະສຸກ ໄດ້ກວດພົບຜູ້ຕິດເຊື້ອລາຍໃໝ່ 3 ຄົນ ໃນເຂດຊຸມຊົນແອອັດ ແມກາຊີນວາບ ທາງພາກຕາເວັນຕົກຂອງເມືອງດັ່ງກ່າວ ຫລັງຈາກທີ່ນະຄອນຫລວງຟຣີທາວ ສາມາດຄວບຄຸມການລະບາດຂອງພະຍາດດັ່ງກ່າວໄດ້ແລ້ວ ເຊິ່ງຜູ້ຕິດເຊື້ອລາຍສຸດທ້າຍ ແມ່ນຖືກພົບເມື່ອ 3 ອາທິດທີ່ຜ່ານມາ ເຮັດໃຫ້ການພົບຜູ້ຕິດເຊື້ອລາຍໃໝ່ ຈຳນວນ 3 ຄົນດັ່ງກ່າວນີ້ ໄດ້ເຮັດປະຊາຊົນທີ່ອາໄສຢູ່ໃນເຂດຊຸມຊົນແອອັດ ພາກັນຢ້ານວ່າພະຍາດດັ່ງກ່າວນີ້ ຈະກັບມາແຜ່ລະບາດຄືນອີກ.

ຈາກຂໍ້ມູນຂອງອົງການອະນາໄມໂລກພົບວ່າ ຈົນເຖິງວັນທີ 21 ມິຖຸນາຜ່ານມານີ້ ມີຜູ້ຕິດເຊື້ອພະຍາດອີໂບລາ ໃນປະເທດກີເນ, ເຊຍຣາລີໂອນ ແລະ ໄລເບຣີ ລວມທັງໝົດ 27,443 ຄົນ ເຊິ່ງໃນນັ້ນແມ່ນເສຍຊີວິດເຖິງ 11,207 ຄົນ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...