Homeຂ່າວການພັດທະນາພະແນກພະລັງງານ ແລະ ບໍ່ແຮ່ ນ.ວ ແຈ້ງຢຸດຈົກດິນຂາຍ ໃນໄລຍະລະດູຝົນ!

ພະແນກພະລັງງານ ແລະ ບໍ່ແຮ່ ນ.ວ ແຈ້ງຢຸດຈົກດິນຂາຍ ໃນໄລຍະລະດູຝົນ!

Published on

truck

ຂປລ. ພະ​ແນ​ກພະລັງງານ ​ແລະ ບໍ່​ແຮ່ ນະຄອນຫລວງ​ວຽງ​ຈັນ ​ໄດ້​ອອກ​ແຈ້ງ​ການ​ເຖິງ​ ຫົວໜ້າ​ຫ້ອງການ ພະລັງງານ ​ແລະ ບໍ່​ແຮ່​ປະຈຳເມືອງ, ບັນດາ​ບໍລິສັດ ​ແລະ ຜູ້​ປະກອບ​ການ​ທຸລະ​ກິດ​ຈົກ​ດິນ ປະ​ເພດ​ຕ່າງໆ ​ໃນ​ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຢຸດ​ເຊົ່າ​ການ​ຈົກ​ດິນ ​ໃນ​ໄລຍະ​ລະດູຝົນ ນັບ​ແຕ່​ວັນ​ທີ 30 ມິຖຸນາ ​ເຖິງ 31 ຕຸລາ 2015.

​ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ ວຽກ​ງານ​ຄຸ້ມ​ຄອງ​ດ້ານ​ບໍ່​ແຮ່​ ຢູ່​ນະຄອນຫລວງ​ວຽງ​ຈັນ ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ​ເປັນ​ເອກະ​ພາບ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ຄື: ​ໃຫ້​ຢຸດເຊົາ​ການ​ຈົກ​ດິນ ​ປະ​ເພດ​ຕ່າງໆ ນັບ​ແຕ່​ວັນ​ທີ 30 ມິຖຸນາ ​ເຖິງ 31 ຕຸລາ 2015 ​ເພາະ​ໄລຍະ​ນີ້ ​ເປັນ​ລະດູຝົນ ​ເຊິ່ງການ​ຂົນ​ສົ່ງ​ດິນ​ປະ​ເພດ​ຕ່າງໆ ​ໄດ້​ສ້າງ​ຄວາມ​ເປີະ​ເປື້ອນ​ ແກ່ເສັ້ນທາງ ​ແລະ ທາງ​ບາງ​ບ່ອນ​ບໍ່​ສາມາດ​ຮັບ​ນ້ຳໜັກ​ ຂອງ​ລົດ​ບັນທຸກ​ໜັກ​ໄດ້ ຈຶ່ງ​ພາ​ໃຫ້​ສະພາບ​ ເສັ້ນທາງ​ເກີດ​ເປັນ​ບວກ, ​ເປັນ​ຂຸມ, ນ້ຳ​ຂັງ, ​ເປີະ​ເປື້ອນ ​ແລະ ສ້າງ​ຄວາມ​ເສຍຫາຍ​ ແກ່​ຊັບ​ສິນ​ຂອງ​ລັດ ​ແລະ ຂອງ​ບຸກຄົນ. ສຳລັບ​ໂຄງ ການ​ກໍ່ສ້າງ​ຕ່າງ​ໆ ທີ່​ໄດ້​ຮັບ​ບູລິ​ມະ​ສິດ​ ຈາກ​ລັດຖະບານ ​ແລະ ​ເປັນ​ໂຄງການ​ເລັ່ງດ່ວນ ​ແມ່ນ​ໃຫ້​ສ້າງ​ແຜນການ​ຂໍ​ ສືບຕໍ່​ຈົກ​ດິນ ພ້ອມ​ທັງ​ມີ​ຕົວ​ເລກ​ບໍລິ​ມາດ​ດິນ ທີ່​ຕ້ອງການ​ສະໜອງ​ເຂົ້າຮັບ​ໃຊ້ ​ໂຄງການ​ທັງ​ໝົດ ​ໂດຍ​ແມ່ນ​ເຈົ້າ​ຂອງ​ໂຄງການ (ຍທຂ) ​ເປັນ​ຜູ້​ຢັ້ງຢືນ ​ແລ້ວ​ສະ​ເໜີ​ມາ​ຍັງ​ພະ​ແນກພະລັງງານ ​ແລະ ບໍ່​ແຮ່ ນະຄອນຫລວງ​ວຽງ​ຈັນ ​ເພື່ອຄົ້ນຄວ້າ, ສົມທົບ​ກັບ​ຂະ​ແໜງ​ການ​ກ່ຽວຂ້ອງ​ພິຈາລະນາ.

ພ້ອມ​ ກັນ​ນີ້ ກໍ​ໄດ້​ແຈ້ງ​ໃຫ້​ຫົວໜ້າ​ພະ​ແນ​ກການ, ຫົວໜ້າ​ຫ້ອງການພະລັງງານ ​ແລະ ບໍ່​ແຮ່ ປະຈຳ​ເມືອງ​ທີ່​ຕົນ​ ໄດ້​ອອກ​ອະນຸຍາດ ​ແລະ ສະ​ເໜີ​ກຸ່ມ​ບ້ານ ​ແລະ ບ້ານ​ທີ່​ກ່ຽວຂ້ອງ​ຊ່ວຍ​ຊີ້​ນຳ, ຕິດຕາມ​ການ​ກວດກາ​ ການ​ເຄື່ອນ​ໄຫວ​ຂອງ​ບໍລິສັດ ​ແລະ ຜູ້​ປະກອບ​ການ ​ໃຫ້​ປະຕິບັດ​ຕາມ​ແຈ້ງ​ການ ​ສະບັບ​ນີ້​ຢ່າງ​ເຂັ້ມ​ງວດ, ຖ້າ​ຍັງ​ມີ​ການ​ຝ່າຝືນ ​ແລະ ລະ​ເມີດ ຂະ​ແໜງ​ການ​ກ່ຽວຂ້ອງ ​ກວດກາ​ພົບຈະ​ຖືກ​ປະຕິບັດ ຕາມ​ລະບຽບ​ກົດໝາຍ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...