Home​ຂ່າວທ່ອງທ່ຽວຕາດຕະແລ ຕາດທີ່ເກີດຈາກເງືອກຍາດຜູ້ສາວ

ຕາດຕະແລ ຕາດທີ່ເກີດຈາກເງືອກຍາດຜູ້ສາວ

Published on

ຕາດຕະແລ ຕັ້ງຢູ່ບ້ານຕະແລ, ຫ່າງຈາກເທດ ສະບານເມືອງຮຸນປະມານ 20 ກວ່າກິໂລແມັດ, ການເຂົ້າເຖິງເປັນເສັ້ນທາງດິນແດງ. ຈຸດເດັ່ນຂອງຕາດນີ້ ເປັນນ້ຳຕົກຕາດແຫ່ງໜຶ່ງທີ່ມີຄວາມສວຍສົດງົດງາມທາງທຳມະຊາດ ເຊິ່ງອ້ອມຮອບດ້ວຍປ່າດົງດິບ ແລະ ປ່າເຄິ່ງດົງດິບທີ່ມີຕົ້ນໄມ້ໃຫຍ່, ນ້ອຍທີ່ມີໃບດົກໜາ ຂຽວງາມ ແລະ ເຕັມໄປດ້ວຍນົກນາໆຊະນິດ, ນ້ຳ ຕົກຕາດແຫ່ງນີ້ມີທັງໝົດ 7 ຕາດດ້ວຍກັນ, ມີທັງຕາດໃຫຍ່, ຕາດນ້ອຍຢັ່ງຢາຍໄປ ຕາມສາຍນ້ຳຕະ ແລະ ຍາວປະມານ 600 ກວ່າແມັດຄື:
ນ້ຳຕົກຕາດຕະແລ ແຫ່ງນີ້ ມີຕຳນານເລົ່າຂານປາກຕໍ່ປາກສືບຕໍ່ກັນມາວ່າ: ແຕ່ປາງກ່ອນມີບ່າວເງືອກຜູ້ໜຶ່ງຊື່ວ່າ ທ້າວ ພັກ ໄດ້ລົງໄປຫຼິ້ນບຸນຢູ່ຫຼວງພະບາງ, ໄປເຫັນສາວເງືອກຜູ້ໜຶ່ງ ຊື່ວ່າ ນາງ ຄຳຜີວ ທີ່ອາໄສຢູ່ນ້ຳຄານ ທ້າວພັກ ເກີດມີຄວາມຮັກມັກກັບ ນາງຄຳຜີວ ແລະ ໄດ້ລັກເອົານາງຄຳຜີວ ມານຳ, ຕໍ່ຈາກນັ້ນມາ ມີບ່າວເງືອກຄົນໜຶ່ງ ທີ່ຢູ່ຫຼວງພະບາງທີ່ເຄີຍຮັກມັກກັບ ນາງຄຳຜິວ ມາກ່ອນໜ້ານີ້ ໄດ້ນຳມາເອົານາງຄຳຜິວຄືນ ແລະ ເກີດມີການຕໍ່ສູ້ກັນ, ສ່ວນທ້າວພັກ ກໍ່ໄດ້ສ້າງດ່ານຕ້ານກັນໄວ້ເປັນຈຸດໆ ຢູ່ທີ່ນ້ຳຕະແລ ແລະ ດ່ານດັ່ງກ່າວກໍ່ກາຍໄປຕາດຕະແລໃນປະຈຸບັນ.

10411753_931800620203570_6732113976362880965_n 11026785_845733918795298_8346103549565558429_n 11182123_845733915461965_5804430913080535009_n 11182177_845733922128631_2781662723066649809_n 11403203_931800616870237_868292764802872706_n

ຂອບໃຈຮູບພາບແລະຂໍ້ມູນຈາກ: ທ່ຽວທົ່ວລາວ (www.facebook.com/traveloverlaos)

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...