Homeຂ່າວຕ່າງປະເທດຈີນ - ອິນເດຍ ເປີດເສັ້ນທາງຂ້າມພູຫິມາໄລ ເຊື່ອມຜູ້ສະແຫວງບຸນ ເຂົ້າເຖິງດິນແດນຕິເບດ

ຈີນ – ອິນເດຍ ເປີດເສັ້ນທາງຂ້າມພູຫິມາໄລ ເຊື່ອມຜູ້ສະແຫວງບຸນ ເຂົ້າເຖິງດິນແດນຕິເບດ

Published on

EyWwB5WU57MYnKOuXxvgKhUt6H6qNM8uGx8dOpgZUxuvRDWokCnhG2

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ມິຖຸນານີ້ວ່າ ຈີນຈັດພິທີເປີດເສັ້ນທາງເຊື່ອມຕໍ່ ລະຫວ່າງພື້ນທີ່ທາງພາກເໜືອຂອງປະເທດອິນເດຍ ເຂົ້າສູ່ເຂດປົກຄອງຕົນເອງຕິເບດຂອງຈີນ ໃນມື້ວັນທີ 22 ມິຖຸນາຜ່ານມານີ້ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກສະແຫວງບຸນຊາວອິນດຽວ ທີ່ຈະເດີນທາງຂ້າມພູຫິມາໄລ ເຂົ້າໄປໃນຕິເບດ ໂດຍອາດໃຊ້ເວລາດົນປະມານ 12 ມື້ ກ່ອນທີ່ຈະເຂົ້າເຖິງພູໄກຣລາດ ແລະ ທະເລສາບສັກສິດໃນດິນແດນຕິເບດ ເຊິ່ງເປັນສະຖານທີ່ສຳຄັນທາງສາສະໜາຂອງຊາວພຸດ ແລະ ຊາວຮິນດູອີກດ້ວຍ.

ທັງນີ້ ການເປີດເສັ້ນທາງດັ່ງກ່າວນີ້ ແມ່ນມີຂຶ້ນຫລັງຈາກທີ່ ທ່ານ ສີ ຈິ້ນຜິງ ປະທານາທິບໍດີແຫ່ງ ສປ ຈີນ ໄດ້ເດີນທາງໄປຢ້ຽມຢາມອິນເດຍ ໃນປີ 2014 ຜ່ານມາ ໂດຍໄດ້ເຈລະຈາກັບ ນາຍົກລັດຖະມົນຕີອິນເດຍ ທ່ານ ນະເຣນທຣາ ໂມດີ ເພື່ອຟື້ນຟູຄວາມສຳພັນ ພ້ອມທັງແກ້ໄຂຂໍ້ຂັດແຍ່ງຕາມບໍລິເວນຊາຍແດນຮ່ວມກັນ ເຮັດໃຫ້ທັງສອງຝ່າຍ ເຫັນດີທີ່ຈະເປີດເສັ້ນທາງດັ່ງກ່າວຂຶ້ນ ເພື່ອແລກປ່ຽນດ້ານວັດທະນະທຳທາງສາສະໜາ.

 

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...