Homeຂ່າວການພັດທະນາກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ ຈະ​ໄດ້​ຮັບ​ລາງວັນອົງການພັດທະນາດີເດັ່ນ ຈາກ​ອາ​ຊຽນ​!

ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ ຈະ​ໄດ້​ຮັບ​ລາງວັນອົງການພັດທະນາດີເດັ່ນ ຈາກ​ອາ​ຊຽນ​!

Published on

1014328_537970119596805_171399287_n

​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 19 ມິຖຸນາ​ນີ້, ຢູ່​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ​ໄດ້​ຈັດ​ຖະ​ແຫລ​ງ​ກ່ຽວ​ກັບ ການ​ຮັບຮອງ​ອົງການ​ພັດທະນາ​ດີ​ເດັ່ນ ​ເພື່ອ​ເປັນ​ຕົວ​​ແທນ​ຮັບ​ລາງວັນ​ອາ​ຊຽນທີ່​ຈະ​ຈັດ​ຂຶ້ນ​​ເປັນ​ປີທີ 2 ຢູ່​ນະຄອນຫລວງ​ວຽງ​ຈັນ​ໃນ​ມໍ່ໆ​ນີ້, ​ເຊິ່ງມີ​ທ່ານ ຈິດ ທະວີ​ໃສ ຫົວໜ້າ​ຫ້ອງ​ແຜນການ ​ແລະ ພົວພັນ​ຕ່າງປະ​ເທດຄະນະ​ພັດທະນາ​ຊົນນະບົດ ​ເປັນ​ຜູ້​ຖະ​ແຫລ​ງ ​ແລະ ມີ​ບັນ​ດາ​ສື່​ມວນ​ຊົນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ.

ທ່ານ ຈິດ ທະວີ​ໃສ ​ໄດ້​ຖະ​ແຫລ​ງວ່າ: ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາຂະ​ແໜງ​ການ​ພັດທະນາ​ຊົນນະ​ບົດ ​ແລະ ລຶບ ລ້າງ​ຄວາມທຸກ​ຍາກ​ອາ​ຊຽນ​ໄດ້​ຈັດ​ໃຫ້​ມີ​ການ​ມອບ-ຮັບ​ລາງວັນ​ອາ​ຊຽນ​ໃຫ້​ແກ່​ອົງການ, ສະມາຄົມ​ຂອງ​ບັນດາ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ, ​ໂດຍ​ມີ​ຈຸດປະສົງ​ເພື່ອ​ຜັນ​ຂະຫຍາຍ​ກອບ​ການ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ອາ​ຊຽນປີ 2011 ຫາ ປີ 2015 ທີ່​ສົ່ງ​ເສີມ​ການ​ປະກອບສ່ວນ​ຂອງ​ທຸກ​ພາກສ່ວນ​ໃນ​ສັງຄົມແນ​ໃສ່​ເຮັດ​ໃຫ້​ອາ​ຊຽນ​ເປັນ​ພາກ​ພື້ນທີ່​ປາສະຈາກ​ຄວາ​ມທຸກ​ຍາກ​ປະຊາຊົນ​ດຳລົງ​ຊີວິດດ້ວຍ​ຄວາມ​ຢູ່​ດີ​ກິນ​ດີ. ສໍາລັບ ສປປ ລາວ, ​ໃນ​ຖານະ​ເປັນ​ຈຸດ​ປະສານ​ງານ​ຂອງ​ອາ​ຊຽນທາງ​ດ້ານ​ການ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາ​ມທຸກ​ຍາກ, ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາ​ມທຸກ​ຍາກ​ຂັ້ນ​ສູນ​ກາງຫ້ອງ​ວ່າການ​ລັດຖະບານ ໄດ້​ປະຕິບັດ​ທິດ​ຊີ້​ນຳຄັ້ງ​ວັນ​ທີ 30 ມີນາ 2015 ຂອງ​ທ່ານ​ຮອງນາຍົກລັດຖະມົນຕີຜູ້ຊີ້​ນຳ​ວຽກ​ງານ​ປົກຄອງ, ​ໄດ້​ແຕ່ງ​ຕັ້ງ​ໃຫ້ມີ​ຄະນະ​ຮັບຜິດຊອບ​ການ​ຄັດ​ເລືອກ​ຂຶ້ນ, ​ເພື່ອ​ເຜີຍ​ແຜ່​ມາດຕະຖານ​ອາ​ຊຽນ​ໃຫ້​ບັນດາ​ອົງການ, ກອງ​ທຶນ, ມູນນິທິ, ສະມາ​ຄົມ, ໜ່ວຍ​ອົງການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຢູ່​ທ້ອງ​ຖິ່ນໃຫ້ຊາບ ​ແລະ ສົ່ງ​ບົດ​ລາຍ​ງານ​ຜົນງານ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາ​ທຸກ​ຍາກເຂົ້າ​ມາ​ຮ່ວມ​ຄັດ​ເລືອກ, ​ເຊິ່ງ​ໄດ້​ດຳ​ເນີນ​ມາ​ຕັ້ງ​ແຕ່​ເດືອນ​ເມສາ-​ເດືອນ​ພຶດສະພາ ​ແລະ ມາ​ຮອດ​ປັດຈຸບັນຄະນະ​ຮັບຜິດຊອບ​ການ​ຄັດ​ເລືອກ​ດັ່ງກ່າວ ​ໄດ້​ຕົກລົງ​ເປັນ​ເອກະສັນ​ກັນ​ວ່າ: ​​ໃຫ້​ກອງ​ທຶນ​ຫລຸດຜ່ອນ​ຄວາ​ມທຸກ​ຍາກ​​ເປັນ​ຕົວ​​ແທນ​ຮັບ​ລາງວັນ​ອາ​ຊຽນ, ​ເຊິ່ງ​ເຫັນ​ວ່າ​ກອງ​ທຶນ​ດັ່ງ​ກ່າວ ມີ​ມາດຕະຖານ​ຄົບ​ຖ້ວນ, ມີ​ຜົນງານຕາມ​ຄວາມ​ຕ້ອງການ​ທຸກ​ປະການຄື: ​ໃນ​ໄລຍະ 2 ປີຜ່ານມາ, ກອງ​ທຶນ​ຫລຸດຜ່ອນ​ຄວາ​ທຸກ​ຍາກ ​ໄດ້​ມີ​ຜົນງານ​ໃນ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ​ຂະໜາດ​ນ້ອຍ, ຊຶ່ງ​ລວມມີ: ຫົນທາງ, ສຸກສາລາ, ນ້ຳ​ສະອາດ, ​ໂຮງຮຽນ, ຊົນລະປະທານ, ສົ່ງ​​ເສີມ​ການ​ຜະລິດ​ເປັນ​ສິນຄ້າ ​ແລະ ​ໂພຊະນາ​ການ​ຢູ່ 1.900 ບ້ານ ​ແລະ 200 ກຸ່ມ​ບ້ານ, ຢູ່ 43 ​ເມືອງ ​ໃນ 10 ​ແຂວງ​ທົ່ວ​ປະ​ເທດ​ເຊິ່ງມີ​ຜູ້​ໄດ້ຮັບ​ຜົນ​ປະ​ໂຫຍ​ດ​ເກືອບ 5 ​ແສນ​ຄົນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...