Homeຂ່າວພາຍ​ໃນທາງການຫຼວງພະບາງປະຕິເສດ ຕໍ່ຂ່າວການໃຫ້ນັກລົງທຶນສຳປະທານ ເຂດຕາດກວາງຊີ

ທາງການຫຼວງພະບາງປະຕິເສດ ຕໍ່ຂ່າວການໃຫ້ນັກລົງທຶນສຳປະທານ ເຂດຕາດກວາງຊີ

Published on

ທາງການຫຼວງພະບາງປະຕິເສດ ຕໍ່ຂ່າວການໃຫ້ນັກລົງທຶນສຳປະທານ ເຂດຕາດກວາງຊີ ໂດຍລະບຸວ່າ ຍັງຢູ່ໃນໄລຍະສຶກສາຄົ້ນຄວ້າ ແລະຂຽນບົດວິພາກຢູ່

ຫຼັງຈາກທີ່ມີຂ່າວທາງສື່ອອນລາຍນ໌ ວ່າ ອຳນາດການປົກຄອງແຂວງຫຼວງພະບາງ ໄດ້ອະນຸມັດໃຫ້ບໍລິສັດ ອາໂຈກຣຸບ ສປ ຈີນ ເປັນຜູ້ສຳປະທານພັດທະນາ ເຂດຕາດກວາງຊີ ເມືອງຫຼວງພະບາງ ແຂວງຫຼວງພະບາງ ແລະມີປະຊາຊົນລາວຈຳນວນຫຼາຍ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ໃຊ້ເວລາພິຈາລະນາຄັກແນ່ກ່ອນ ນັ້ນ, ຫຼ້າສຸດທາງການແຂວງຫຼວງພະບາງ ໄດ້ເຜີຍຜ່ານ ສຳນັກຂ່າວສານປະເທດລາວ ໂດຍລະບຸວ່າ: ຍັງບໍ່ໄດ້ມີການອະນຸມັດໃຫ້ບໍລິສັດ ອາໂຈກຣຸບ ສປ ຈີນເປັນຜູ້ສໍາປະທານພັດທະນາຢູ່ຂອບເຂດຕາດກວາງຊີເທື່ອ ໂດຍໄດ້ຍົກເອົາມາດຕາ 2 ໃນຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ຂຶ້ນມາສະແດງດັ່ງນີ້:

ເນື້ອໃນມາດຕາ 2 ຂອງຂໍ້ຕົກລົງມີຄື: “ມອບໃຫ້ພະແນກແຜນການ ແລະ ການລົງທຶນແຂວງເປັນເຈົ້າການສົມທົບກັບ ພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເມືອງຫລວງພະບາງ ແລະ ຂະແໜງການກ່ຽວຂ້ອງເຈລະຈາ ປຶກສາຫາລື ກັບ ບໍລິສັດອາໂຈກຣຸບ ສປ.ຈີນເພື່ອເຮັດເປັນບົດບັນທຶກຄວາມເຂົ້າໃຈການສໍາປະທານລວມເຖິງການສໍາຫລວດ, ອອກແບບ ແລະ ຂຽນບົດວິພາກເສດຖະກິດເພື່ອສະເໜີໃຫ້ແຂວງອະນຸມັດແຕ່ລະກິດຈະກໍາໃນການສໍາປະທານໂດຍຮັກສາໄດ້ວັດທະນະທໍາ, ຮີດຄອງປະເພນີຂອງຊາດກໍຄືຊາວຫລວງພະບາງ ແລະ ຮັກສາໄດ້ທໍາມະຊາດສິ່ງແວດລ້ອມ”.

ສະນັ້ນ ຂັ້ນຕອນທັງໝົດຖືວ່າ: ຍັງຢູ່ຂັ້ນຕອນການປຶກສາຫາລື ແລະ ຢູ່ໃນຂະບວນການຂຽນບົດວິພາກຜົນກະທົບດ້ານຕ່າງໆ ລວມທັງຜົນໄດ້ຜົນເສຍໃນໄລຍະສັ້ນ ແລະ ໄລຍະຍາວ.

ແລະວ່າການອອກຂ່າວຂອງສື່ ອອນລາຍໃນໄລຍະທີ່ຜ່ານມາ ແມ່ນຍັງບໍ່ຊັດເຈນ, ມີການຕີຄວາມ ຫຼືປ່ຽນແປງຄວາມໝາຍໄປ ຕ່າງໆນານາ (ຂ່າວສານປະເທດລາວກ່າວ).

11229766_1455144064802343_6763993489243380480_n

10696338_1455144058135677_7695266265854509448_n  11295848_1455144061469010_1264304656991680483_n

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...