Homeຂ່າວພາຍ​ໃນເປີດໂປງແມ່ຄ້າ ສັກຢາດອງສົບໃສ່ກຸ້ງ ແລະຕີນໄກ່

ເປີດໂປງແມ່ຄ້າ ສັກຢາດອງສົບໃສ່ກຸ້ງ ແລະຕີນໄກ່

Published on

ເປີດໂປ່ງກົນກົງຂອງພໍ່ຄ້າແມ່ຄ້າຕ່າງປະເທດ ຫລື ຊາວຕ່າງດ້າວທີ່ນໍາເອົາກຸ້ງ ແລະ ຕີນໄກ່ເຂົ້າມາຂາຍຢູ່ ສປປ ລາວໂດຍໃຊ້ວິທີສັກສານເຄມີຟອກມູນກັນບູດໄປຄວບຄູ່ກັບການສັກສານເຄມີເຮັດໃຫ້ຊີ້ນເບັງ ຫລື ເຄັ່ງຕືງຕະຫລອດເວລາເພື່ອເປັນຈຸດລໍ້ໃຈລໍ້ຕາລູກຄ້າເຫັນແລ້ວເປັນຕາສະອອນ ສຸດທ້າຍຕັດສິນໃຈຊື້ໄປປຸງແຕ່ງເປັນອາຫານ ອີກ 3 ປີຕໍ່ມາ ພາຍຫລັງຮັບປະທານເຂົ້າໄປແລ້ວພົບວ່າຜູ້ຮັບປະທານທຸກໆຄົນກາຍເປັນມະເຮັງສາລະພັດຢ່າງ ແລະ ໃນທີ່ສຸດກໍຕາຍໂດຍໄຮ້ຈໍາເລີຍ ແລະ ບໍ່ສາມາດນໍາເອົາຄວາມຜິດນໍາໃຜ. ຊ່ຽວຊານດ້ານຍຸດທະສາດຍຸດໂທບາຍລະດັບຊາດເປີດເຜີຍວ່າຮູບແບບການກະທໍາດັ່ງກ່າວເປັນອີກຮູບແບບຫນຶ່ງໃນການສັງຫານຄົນລາວເຮົາໃຫ້ຕາຍເທື່ອລະເລັກລະນອ້ຍໂດຍບໍ່ຕອ້ງໃຊ້ກໍາລັງ ແລະ ກໍເປັນສັດຕູແບບບໍ່ມີຕົນແບບບໍ່ມີໂຕ ສະນັ້ນບັນຫາດັ່ງກ່າວພວມກາຍເປັນສິ່ງທ້າທາຍໃຫ້ເຈົ້າຫນ້າທີ່ຕໍາຫລວດ,ພາສີ ແລະ ສາທາລະນະສຸກຕອ້ງເລັ່ງກວດກາ ແລະ ຕິດຕາມຢ່າງໃກ້ຊິດ. ຜູ້ບໍລິໂພກຄວນເລືອກຊື້ຈາກ ບໍລິສັດນຳເຂົ້າ ທີ່ໜ້າເຊື່ອຖືທໍ່ນັ້ນ.

1625548_1454764014840348_5513889841641622815_n 11425762_1454763984840351_6238997194134041278_n 11535812_1454764001507016_551272646631699609_n

ຂ່າວຈາກ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...