Homeຂ່າວຕ່າງປະເທດຈັບໄດ້ແລ້ວ! ໜຸ່ມອາເມຣິກັນ ອາຍຸ 21 ປີ ກໍ່ເຫດສັງຫານໝູ່ຄົນຜິວດຳໃນໂບດ ຢູ່ສະຫະລັດອາເມຣິກາ!

ຈັບໄດ້ແລ້ວ! ໜຸ່ມອາເມຣິກັນ ອາຍຸ 21 ປີ ກໍ່ເຫດສັງຫານໝູ່ຄົນຜິວດຳໃນໂບດ ຢູ່ສະຫະລັດອາເມຣິກາ!

Published on

news03

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ມິຖຸນານີ້ວ່າ ເຈົ້າໜ້າທີ່ຕຳຫລວດເມືອງຊານສະຕັນ ລັດເຊົ້າແຄໂຣໄລນາ ສະຫະລັດອາເມຣິກາ ສາມາດຈັບກຸມຕົວຜູ້ກໍ່ເຫດກວາດຍິງສັງຫານໝູ່ຊາວອາເມຣິກັນຜິວດຳ ຈຳນວນ 9 ຄົນ ທີ່ໂບດແຫ່ງໜຶ່ງໃຈກາງເມືອງ ໂດຍຜູ້ກ່ຽວໄດ້ກໍ່ເຫດໃນມື້ວັນທີ 17 ມິຖຸນາທີ່ຜ່ານມາ ຄົນຮ້າຍຊື່ວ່າ ທ້າວ ດີແລນ ຣູບ ອາຍຸ 21 ປີ ໂດຍເຂົາໄດ້ເຂົ້າໄປລີ້ຢູ່ໃນຫ້ອງອ່ານພະຄຳພີປະມານ 1 ຊົ່ວໂມງ ກ່ອນທີ່ຈະເປີດສາກຍິງໃສ່ຊາວຜິວດຳຢູ່ໃນໂບດ ແຕ່ເຂົາກໍໄດ້ໄວ້ຊີວິດຜູ້ຍິງຄົນໜຶ່ງ ເພື່ອຕ້ອງການໃຫ້ນາງໄປເລົ່າເຖິງວີລະກຳຂອງເຂົາໃນເທື່ອນີ້.

ແຫລ່ງຂ່າວໄດ້ລະບຸວ່າ ທ້າວ ດີແລນ ຫາກໍໄດ້ຮັບປືນເປັນຂອງຂວັນວັນເກີດຈາກພໍ່ຂອງເຂົາ ໃນເດືອນເມສາທີ່ຜ່ານມານີ້ ສ່ວນສິ່ງທີ່ຈູງໃຈພາໃຫ້ກໍ່ເຫດ ເຈົ້າໜ້າທີ່ຕຳຫລວດໄດ້ຕັ້ງປະເດັນ ເປັນການກຽດຊັງເຊື້ອຊາດ ແລະ ສີຜິວຢ່າງຮຸນແຮງ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...