spot_img
HomeຄວາມງາມCC ກັບ BB ຕ່າງ​ກັນ​ແນວໃດ?

CC ກັບ BB ຕ່າງ​ກັນ​ແນວໃດ?

Published on

20259

          CC ກັບ BB ຕ່າງ​ກັນ​ແນວໃດ? ມາ​ຮຽນ​ຮູ້​ຄວາມ​ແຕກ​ຕ່າງ​ລະຫວ່າງ​ບີ​ບີ​ຄີມ​ແລະ​ຊີ​ຊີ​ຄີມ ແລ້ວ​ມາ​ເລືອກ​ສິ່ງ​ທີ່​ໃຊ້​ສຳລັບ​ຜິວ​ຂອງ​ທ່ານ​ກັນ​
ແຕ່ກ່ອນຖ້າ​ເວົ້າ​ເຖິງ​ເລື່ອງ​ການ​ແຕ່ງ​ໜ້າໃຜ​ໆກໍ​ມັກ​ຈະ​ນິຍົມ​ໃຊ້​ຮອງ​ພື້ນສຳລັບ​ປົກ​ປິດ​ຣິ້ວ​ຮອຍ​ໃຫ້​ໃບ​ໜ້າ​ລຽບ​ນຽນແຕ່​ຖ້າ​ເປັນ​ທຸກ​ມື້​ນີ້ ບອກ​ເລີຍ​ວ່າ​ມີ​ຜະລິດຕະພັນ​ຕ່າງໆຫລວງຫລາຍ​ອອກ​ມາ​ເອົາ​ໃຈ​ເຈົ້າ​ສາວໆກັນ​ຫລາຍທີ່​ສຳຄັນ​​ສາມາດ​ໃຊ້​ແທນ​ຮອງ​ພື້ນ​ໄດ້​ເປັນ​ຢ່າງ​ດີແຖມ​ຍັງມີ​ຄຸນສົມບັດ​ກັນ​ແດດ​ແລະ​ປົກ​ປິດ​ໄດ້​ລຽບ​ນຽນ​ຫລາຍ​ຂຶ້ນ ໂດຍ​ຜະລິດຕະພັນ​ທີ່​ວ່າ​ນີ້​ກໍ​ຄື “ບີ​ບີ​ຄີມ” ແລະ “ຊີ​ຊີ​ຄີມ” ແຕ່​ສາວໆສ່ວນ​ໃຫຍ່​ກໍ​ຍັງ​ຄົງ​ສັບ​ສົນ​ວ່າ​ບີ​ບີ​ຄີມ ແລະ​ ຊີ​ຊີ​ຄີມ​ນັ້ນ​ຄື​ຫຍັງ ແລະ​ແຕກ​ຕ່າງ​ກັນແນວໃດ ມື້​ນີ້​ລາໂພສ​ມີ​ຂໍ້​ມູນ​ມາ​ໃຫ້​ສາວໆໄດ້​ສຶກ​ສາ​ກັນ​ເພື່ອ​ໃຜ​ທີ່​ກຳ​ລັງ​ຄິດ​ຈະ​ຊື້​ບີ​ບີ​ຄີມ​ຫລື​ຊີ​ຊີ​ຄີມ​ມາ​ໃຊ້​ແທນ​ຮອງ​ພື້ນ ຈະ​ໄດ້​ເລືອກ​ໃຊ້​ໄດ້​ຖືກ​ກັບ​ສະພາບ​ຜິວ​ຂອງ​ຕົວ​ເອງ​
   –   ບີ​ບີ​ຄີມ (BB Cream) ຄຸນສົມບັດ​ເດັ່ນ ປ້ອງ​ກັນ​ແສງ​ແດດ ແລະ ​ປົກ​ປິດ​ຜິວ​ຈາກ​ຮອຍ​ເມັນ, ຝ້າ,ສິວ ແລະ ​ຈຸດ​ດ່າງ​ດຳ​ຕ່າງໆເທິງ​ໃບ​ໜ້າ​ໄດ້​ນຽນ​

      ບີ​ບີ​ຄີມເປັນ​ຄີມ​ທີ່​ສາວໆນິຍົມ​ໃຊ້​ກັນ​ມາ​ເປັນ​ໄລ​ຍະ​ເວລາ​ດົນ​ແລ້ວ ແລະ ​ຖືກ​ຜະລິດ​ຂຶ້ນ​ມາ​ກ່ອນ​ຊີ​ຊີ​ຄີມ ໂດຍ​ບີ​ບີ​ຄີມ​ຈະ​ມີ​ຄຸນສົມບັດ​ຄ້າຍ​ໆກັບ​ຮອງ​ພື້ນ​ທີ່​ສາວໆໃຊ້​ກັນ​ຢູ່​ທົ່ວ​ໄປແຕ່​ທັງ​ນີ້​ບີ​ບີ​ຄີມ​ຈະ​ມີ​ເນື້ອທີ່​ບາງ​ເບົາ​ກວ່າ ປົກ​ປ້ອງ​ຜິວ​ຈາກ​ແດດ​ໄດ້​ດີກວ່າ ນອກ​ຈາກ​ນີ້​ຍັງ​ໂດດ​ເດັ່ນ​ໃນ​ເລື່ອງ​ຂອງ​ການ​ປົກ​ປິດ​ຮອຍ​ສິວ​ແລະ​ຮອຍ​ເມັນ,ຮອຍ​ຝ້າ​ທັງ​ຫລາຍ​ໄດ້​ຢ່າງ​ນຽນ​ໃສ ແຕ່​ທັງ​ນີ້​ບີ​ບີ​ຄີມ​ກໍ​ຍັງ​ຄົງ​ມີ​ບັນຫາ​ໃນ​ເລື່ອງ​ຂອງ​ການ​ມີ​ເສດ​ສີ​ໃຫ້ເລືອກໃຊ້​ແລ້ວ​ເຮັດໃຫ້​ສີ​ຜິວ​ປ່ຽນ​ລະຫວ່າງ​ມື້ອັນ​ເປັນ​ສາ​ເຫດ​ເຮັດໃຫ້​ບາງ​ຄົນ​ໃບ​ໜ້າ​ໝອງ​ຄ້ຳ​ຂຶ້ນ​ນັ້ນ​ເອງ
–   ຊີ​ຊີ​ຄີມ (CC Cream) ຄຸນສົມບັດ​ເດັ່ນ ປ້ອງ​ກັນ​ແດດປັບ​ລະ​ດັບ​ສີ​ຜິວ​ໃຫ້​ສະຫວ່າງ​ຂາວ​ແລະ​ລຽບ​ນຽນ​ຂຶ້ນ
ສຳລັບ ຊີ​ຊີ​ຄີມ ນີ້ເປັນ​ຄີມ​ທີ່​ພັດທະນາ​ມາ​ຈາກ ບີ​ບີ​ຄີມ ມີ​ຄຸນສົມບັດ​ຄ້າຍ​ ກັບ​ບີ​ບີ​ຄີມ ແຕ່​ສິ່ງ​ທີ່​ເຮັດໃຫ້​ ຊີ​ຊີ​ຄີມ ​ແຕກ​ຕ່າງ​ຈາກ​ ບີ​ບີ​ຄີມ ​ກໍ​ຄື​ການ​ເພີ່ມ​ຄຸນສົມບັດ​ຂອງ​ການ​ຄວບ​ຄຸມ​ສີ​ຜິວ​ແລະ​ປັບ​ສະພາບ​ສີ​ຜິວ​ໃຫ້​ຂາວ​ນຽນ​ແລະ​ສະຫວ່າງ​ໃສ​ຂຶ້ນ​ຢ່າງ​ເປັນ​ທຳມະຊາດທີ່​ສຳຄັນ​ຍັງ​ສາມາດ​ໃຊ້​ໄດ້​ທຸກ​ເສດ​ສີ​ຜິວແລະ​ບໍ່​ເຮັດໃຫ້​ສີ​ຜິວ​ປ່ຽນ​ລະຫວ່າງ​ມື້ ເອີ້ນ​ໄດ້​ວ່າ​ເປັນ​ຕົວ​ເຕີມ​ເຕັມ​ຈຸດ​ບົກຜ່ອງ​ຂອງ​ ບີ​ບີ​ຄີມ ​ເລີຍ​ກໍ​ວ່າ​ໄດ້ແຕ່​ທັງ​ນີ້​ໃນ​ເລື່ອງ​ຂອງ​ການ​ປົກ​ປິດ ຊີ​ຊີ​ຄີມ​ຈະ​ປົກ​ປິດ​ໄດ້​ໃນ​ລະ​ດັບ​ທີ່​ບາງ​ເບົາ​ກວ່າ
ໂດຍ​ສະຫລຸບ​ແລ້ວ​ກໍ​ຄື ຫາກ​ໃຜ​ທີ່​ຢາກ​ຈະ​ປົກ​ປິດ​ຮອຍ​ສິວ,ເມັນ, ຝ້າ​ໃຫ້​ລຽບ​ນຽນ​ກໍ​ໃຫ້​ເລືອກ​ໃຊ້ ບີ​ບີ​ຄີມ ແຕ່​ສຳລັບ​ໃຜ​ທີ່​ບໍ່​ໄດ້​ມີ​ບັນຫາ​ຮອຍ​ສິວ​ເທົ່າໃດແຕ່​ຢາກ​ຈະໃຫ້​ໜ້າ​ເບິ່ງ​ຜ່ອງ​ແລະ​ຂາວ​ນຽນ​ແບບ​ທຳມະຊາດ​ກໍ​ໃຫ້​ເລືອກ​ໃຊ້ ຊີ​ຊີ​ຄີມ ແທນ ແລະ ​ນີ້​ກໍ​ຄື​ຄວາມ​ແຕກ​ຕ່າງ​ລະຫວ່າງ 2 ສິ່ງ​ນີ້​ ​ສາວໆຄົງ​ຈະ​ເລືອກ​ໃຊ້​ໃຫ້​ເໝາະ​ກັບ​ຜິວ​ຂອງ​ເຈົ້າ​ກັນ​ໄດ້​

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...