Homeຂ່າວຕ່າງປະເທດເຫດດ່ວນ! ຊາຍຜິວຂາວບຸກກວາດຍິງ ໂບດຄົນດຳຢູ່ອາເມຣິກາ ເສຍຊີວິດແລ້ວ 9 ຄົນ!

ເຫດດ່ວນ! ຊາຍຜິວຂາວບຸກກວາດຍິງ ໂບດຄົນດຳຢູ່ອາເມຣິກາ ເສຍຊີວິດແລ້ວ 9 ຄົນ!

Published on

EyWwB5WU57MYnKOuXxv8vbOSvEF95VcLQxfY7P516V6uIQHM4zD5Hg

ເກີດເຫດລະທຶກຂັ້ວນ ເມື່ອມີຊາຍຜິວຂາວ ເຂົ້າໄປກວາດຍິງຢ່າງໂຫດຫ້ຽມທີ່ໂບດຄົນຜິວດຳແຫ່ງໜຶ່ງ ໃນເມືອງຊາເລສຕັນ ລັດເຊົ້າແຄໂຣໄລນາ ປະເທດສະຫະລັດອາເມຣິກາ ມີຜູ້ເສຍຊີວິດແລ້ວ 9 ຄົນ.

ສຳນັກຂ່າວຕ່າງປະເທດ ລາຍງານຂ່າວດ່ວນດັ່ງກ່າວພາຍໃນມື້ນີ້ (18 ມິຖຸນາ) ວ່າ ເກີດເຫດການໜຸ່ມຜິວຊາວຄົນໜຶ່ງ ໃຊ້ອາວຸດປືນກວາດຍິງທີ່ໂບດຂອງຊາວອາເມຣິກັນຜິວດຳ ເຂດໃຈກາງເມືອງຊາເລສຕັນ ລັດເຊົ້າແຄໂຣໄລນາ ສະຫະລັດອາເມຣິກາ ເມື່ອເວລາ 21:00 ໂມງ ຂອງຄືນວັນພຸດທີ 17 ມິຖຸນາ ຕາມເວລາໃນທ້ອງຖິ່ນ.

ດ້ານສະຖານີຕຳຫລວດຊາເລສຕັນ ໄດ້ແຈ້ງຂ່າວໃນໂລກອອນລາຍວ່າ ປັດຈຸບັນເຈົ້າໜ້າທີ່ຕຳຫລວດ ກຳລັງຄົ້ນຫາຊາຍຜິວຂາວຄົນໜຶ່ງ ອາຍຸປະມານ 20-30 ປີ ຖືກຕ້ອງສົງໄສເປັນຜູ້ລົງມືກໍ່ເຫດຢູ່.

NjpUs24nCQKx5e1D7Rs9Sb3yURqqAcnDuYfKqpy5Nz6

NjpUs24nCQKx5e1D7Rs9Sb3yURqqAcsjJIYeGFcNtes

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...