Homeຂ່າວຕ່າງປະເທດເສືອທີ່ຫລຸດອອກຈາກສວນສັດ ເຫດນ້ຳຖ້ວມຢູ່ຈໍເຈຍ ກັດຄົນເສຍຊີວິດ 1 ຄົນ ກ່ອນຕຳຫລວດຈະຕັດສິນໃຈຍິງຖິ້ມ!

ເສືອທີ່ຫລຸດອອກຈາກສວນສັດ ເຫດນ້ຳຖ້ວມຢູ່ຈໍເຈຍ ກັດຄົນເສຍຊີວິດ 1 ຄົນ ກ່ອນຕຳຫລວດຈະຕັດສິນໃຈຍິງຖິ້ມ!

Published on

EyWwB5WU57MYnKOuXxv9RHEwW4Bbpm2ULAUOxebkcoWql1O4PdfNum

ເກີດເຫດຈົນໄດ້ ເມື່ອເສືອທີ່ຫລຸດອອກມາຈາກສວນສັດ ໃນເມືອງຫລວງປະເທດຈໍເຈຍ ກັດຄົນຈົນເສຍຊີວິດ ກ່ອນທີ່ຕຳຫລວດຈະຕັດສິນໃຈຍິງຖິ້ມ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ມິຖຸນາຜ່ານມານີ້ວ່າ ເສືອໂຕໜຶ່ງທີ່ຫລຸດອອກມາຈາກສວນສັດ ໃນນະຄອນຫລງບີລີຊີ ເມືອງຫລວງຂອງປະເທດຈໍເຈຍ ເນື່ອງຈາກເຫດນ້ຳຖ້ວມກະທັນຫັນ ຕັ້ງແຕ່ອາທິດກ່ອນໜ້ານີ້ ໂດຍເສືອໂຕດັ່ງກ່າວໄດ້ກັດຜູ້ຊາຍຄົນໜຶ່ງຈົນເສຍຊີວິດ ກ່ອນທີ່ເຈົ້າໜ້າທີ່ຕຳຫລວດຈະໄລ່ນຳຈົນເສືອຈົນມູມ ແລະ ຕັດສິນໃຈຍິງມັນຖິ້ມ.

ທັງນີ້ເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດມາຈາກຝົນຕົກໜັກ ຈົນເຮັດໃຫ້ແມ່ນ້ຳລົ້ນຕະຫລິ່ງໄຫລເຂົ້າຖ້ວມເຂດຕົວເມືອງ ເມື່ອອາທິດທີ່ຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ ສູນຫາຍ 6 ຄົນ ແລະ ມີປະຊາຊົນຢ່າງໜ້ອຍ 40 ຄອບຄົວ ຕ້ອງສູນເສຍເຮືອນຂອງຕົນ.

ເຫດການນ້ຳຖ້ວມຄັ້ງນີ້ ຍັງເຮັດໃຫ້ສັດຫລາຍສິບໂຕເຊັ່ນ: ສິງ, ເສືອ, ຊ້າງບນ້ຳ ແລະ ໝີ ຫລຸດອອກຈາກສວນສັດ ຈົນເຮັດໃຫ້ທາງການຕ້ອງໄດ້ປະກາດເຕືອນປະຊາຊົນ ໃຫ້ອາໄສຢູ່ແຕ່ໃນເຮືອນ ໃນຂະນະທີ່ສັດອີກຫລາຍຮ້ອຍໂຕພາຍໃນສວນສັດ ຕ້ອງຈົມນ້ຳຕາຍ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...