Homeຂ່າວເຫດການກະຊວງການເງິນ ຈັດກອງປະຊຸມເປີດກວ້າງຂອງອົງຄະນະພັກກະຊວງ!

ກະຊວງການເງິນ ຈັດກອງປະຊຸມເປີດກວ້າງຂອງອົງຄະນະພັກກະຊວງ!

Published on

financial

ກອງປະຊຸມເປີດກວ້າງຂອງອົງຄະນະພັກກະຊວງການເງິນໄດ້ໄຂ ຂຶ້ນໃນລະຫວ່າງ ວັນທີ 17-18 ມິຖຸນານີ້, ໂດຍການເປັນປະທານຂອງສະຫາຍ ດຣ ລຽນ ທີແກ້ວ ກຳມະການສູນກາງ, ເລຂາຄະນະພັກ, ລັດຖະມົນຕີວ່າ ການກະຊວງການເງິນ, ມີບັນດາສະຫາຍຄະນະພັກຮາກຖານກະຊວງດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການກະກຽມບົດສະຫລຸບຕີລາຄາ ວຽກງານຮອບດ້ານ 6 ເດືອນຜ່ານມາ, ການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ, ມາດຕະການ 6 ເດືອນທ້າຍປີ ແລະ ທິດທາງ, ຄາດໝາຍ, ໜ້າທີ່ແຜນງານງົບປະມານສົກປີ 2015 – 2016, ນອກຈາກນີ້, ກໍກະກຽມເນື້ອໃນບົດການສຳຫລວດນຳພາ ຂອງຄະນະພັກກະຊວງ ແລະ ບົດລາຍງານການເມືອງຕໍ່ກອງ ປະຊຸມໃຫຍ່ອົງຄະນະພັກກະຊວງການເງິນຄັ້ງທີ II ທີ່ຈະມີຂຶ້ນໃນບໍ່ດົນນີ້.

ສະຫາຍເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງການເງິນ ໃຫ້ຮູ້ວ່າ: ມະຕິຂອງກອງປະຊຸມຄັ້ງນີ້ຈະເປັນພື້ນ ຖານສຳຄັນເພື່ອເຮັດໃຫ້ການກະກຽມດຳເນີນກອງໃຫຍ່ອົງຄະນະພັກກະຊວງການເງິນຄັ້ງທີ II ມີເນື້ອໃນເລິກເຊິ່ງ, ສາມາດບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍວາງໄວ້, ທັງເປັນການສຸມໃສ່ຈັດຕັ້ງປະຕິບັດແຜນລາຍ ຮັບ- ລາຍຈ່າຍງົບປະມານແຫ່ງລັດສົກປີ 2014-2015 ໃຫ້ບັນລຸຕາມແຜນກຳນົດໄວ້.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...