Homeຂ່າວພາຍ​ໃນໃບຕາດິນປອມລະບາດຢູ່ ນ.ວ! ລັດເລັ່ງແກ້ໄຂ ພ້ອມເຕືອນປະຊາຊົນໃຫ້ມີສະຕິ ກ່ອນຊື້ - ຂາຍ!

ໃບຕາດິນປອມລະບາດຢູ່ ນ.ວ! ລັດເລັ່ງແກ້ໄຂ ພ້ອມເຕືອນປະຊາຊົນໃຫ້ມີສະຕິ ກ່ອນຊື້ – ຂາຍ!

Published on

land-title-tax2
(ພາບປະກອບ)

ພະ​ແນກ​ຊັບພະຍາກອນ​ທຳມະ​ຊາດ ແລະ ສິ່ງແວດລ້ອມ ນະຄອນ​ຫຼວງ​ວຽງ​ຈັນ ນວ ຈະ​ເລັ່ງແກ້​ໄຂ​ບັນຫາ​ການ​ລັກລອບ​ປອມແປງ​ເອກະສານ ແລະ ການ​ອອກໃບ​ຕາດິນ​ປອມ​ຂອງ​ບັນດາ 7 ຕົວເມືອງ​ໃນ ນວ ຄື: ເມືອງ​ສີ​ສັດຕະນາກ ສີ​ໂຄດ​ຕະບອງ ນາ​ຊາຍທອງ ຈັນທະ​ບູ​ລີ ໄຊ​ທານີ ແລະ ເມືອງ​ຫາດ​ຊາຍ​ຟອງ ໂດຍ​ໄວ ພາຍຫຼັງ​ເມື່ອ​ພົບ​ເຫັນ​ການ​ປອມແປງ​ເອກະສານ​ການ​ອອກ​ໃບ​ຕາດິນ​ປອມ​ທັງ 36 ໃບຂອງ​ບັນດາເມືອງ​ດັ່ງກ່າວ​ໃນ​ໄລຍະ​ຜ່ານ​ມາ ແລະ ສ້າງ​ຄວາມ​ເສຍ​ຫາຍ​ຢ່າງຫຼວງຫຼາຍ​ຕໍ່​ປະຊາຊົນ ແລະ ພາກ​ລັດ.

ວັນ​ທີ 16 ມິຖຸນາ 2015 ທ່ານ ບຸນ​ໂຮມ ເຮືອງ​ສະ​ຫວັດ ຫົວໜ້າພະ​ແນກ​ຊັບພະຍາກອນ ທຳ​ມະຊາດ ແລະ ສິ່ງແວດລ້ອມ ນວ ໄດ້​ໃຫ້​ສຳພາດ​ວ່າ: ໃນ​ທ້າຍເດືອນ​ກຸມພາ​ທີ່​ຜ່ານ​ມາ​ນີ້ ໄດ້​ມີປາກົດການ​ກ່ຽວ​ກັບ​ບັນຫາ​ການປອມ​ແປງ​ໃບ​ຕາດິນ​ໃນ ນວ ເຊິ່ງມີ​ຄວາມ​ຮຸນ​ແຮງ​ຫຼາຍ​ພໍ​ສົມຄວນ​ຂອງ​ການ​ປອມ​ແປງ​ໃບ​ຕາດິນ​ໃນ 7 ຕົວ​ເມືອງ ສ່ວນ​ເມືອງທີ່​ບໍ່​ມີ​ການ​ປອມ​ແປງ​ຕາດິນ​ມີພຽງ​ເມືອງ​ປາກ​ງື່ມ ແລະ ເມືອງສັງ​ທອງ ເທົ່າ​ນັ້ນ ມີ​ຜູ້​ເສຍ​ຫາຍທັງ​ໝົດ 17 ຄົນ ລວມ​ມູນ​ຄ່າ​ເສຍຫາຍ​ເຖິງ 3 ຕື້​ກວ່າ​ກີບ ຕໍ່​ບັນຫາປາກົດການ​ຫຍໍ້ທໍ້​ດັ່ງກ່າວ​ນີ້​ ທາງການ​ນຳ ນວ ໂດຍ​ສະເພາະກໍ່ແມ່ນ​ທ່ານ​ເຈົ້າ​ຄອງ ນວ ກໍ່​ໄດ້ເອົາໃຈໃສ່​ຊີ້​ນຳ-ນຳພາ ແລະ ຫາ​ວິທີ​ການ​ປັບປຸງ ແກ້​ໄຂ​ ສະກັດກັ້ນ ​ເພື່ອ​ບໍ່​ໃຫ້​ບັນຫາ​ການ​ລັກລອບ​ປອມ​ແປງ​ເອກະສານ​ທາງລັດ​ຖະ​ການ​ຕ່າງໆ ແຜ່​ລາມ​ໄປຕື່ມ​ອີກ.

ດັ່ງນັ້ນ ຈຶ່ງ​ສະເໜີ ແລະ ຮຽກຮ້ອງ​ໃຫ້​ບັນດາ​ປະຊາຊົນ ຫຼື ຜູ້​ຊື້-ຂາຍ​ທີ່​ດິນ​ຕ່າງໆ ກ່ອນ​ຈະ​ມີ​ການຊວດ​ຈຳ​ທີ່​ດິນ​ຂອງ​ທ່ານ ​ແມ່ນຕ້ອງ​ໃຫ້​ໄດ້​ມີ​ການ​ຜ່ານ​ຂະ​ບວນການ​ຂັ້ນ​ຕອນ​ທີ່​ຖືກຕ້ອງ​ຕາມ​ລະບຽບ​ ການ ​ທີ່​ທາງ​ພະ​ແນກ​ຊັບ​ພະຍາ​ທຳ​ມະ​ຊາດ ແລະ ສິ່ງ​ແວດລ້ອມ ນວ ວາງ​ອອກ​ຢ່າງ​ຄັກແນ່ ເພື່ອ​ຈະ​ບໍ່​ຕົກ​ເປັນ​ຜູ້​ເສຍ​ຫາຍ​ຄືດັ່ງກ່າວ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...