Homeຂ່າວຕ່າງປະເທດເຟສບຸກ ຖືກຄະນະກຳມະການຂອງແບນຊິກຟ້ອງສານ ຂໍ້ຫາລະເມີດຄວາມເປັນສ່ວນຕົວ!

ເຟສບຸກ ຖືກຄະນະກຳມະການຂອງແບນຊິກຟ້ອງສານ ຂໍ້ຫາລະເມີດຄວາມເປັນສ່ວນຕົວ!

Published on

EyWwB5WU57MYnKOuXxv9rCWtMDkUBFknk6noIztiUrqp1kZzvGvYhC

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ມິຖຸນາຜ່ານມານີ້ວ່າ ຄະນະກຳມາທິການປົກປ້ອງສິດທິຄວາມເປັນສ່ວນຕົວຂອງແບນຊິກ  (Commission for the Protection of Privacy) ໄດ້ຍື່ນຟ້ອງເຟສບຸກ ຕໍ່ສານແພ່ງແຫ່ງນະຄອນຫລວງບຣຸກແຊນ ໃນຂໍ້ຫາຕິດຕາມຂໍ້ມູນສ່ວນຕົວຂອງຜູ້ໃຊ້ອິນເຕີເນັດ ທັງທີ່ບໍ່ໄດ້ບັນຊີຜູ້ໃຊ້ນຳເຟສບຸກແຕ່ປະການໃດ ເຊິ່ງນາງ ຊາຣ່າ ບູເລຊາ ໂຄສົກຂອງຄະນະກຳມະການປົກປ້ອງສິດທິຄວາມເປັນສ່ວນຕົວຂອງແບນຊິກ ໄດ້ກ່າວວ່າ ສານໄດ້ຮັບຄຳຟ້ອງ ແລະ ຈະເລີ່ມຕົ້ນພິຈາລະນາຄະດີ ໃນມື້ວັນພະຫັດທີ 18 ມິຖຸນານີ້.

ທັງນີ້ ການພິຈາລະນາຄະດີດັ່ງກ່າວ ແມ່ນຈະໄດ້ມີການກວດສອບເສຍກ່ອນວ່າ ສານແບນຊິກມີອຳນາດໃນການພິຈາລະນາຄະດີກັບເຟສບຸກ ຫລື ບໍ່ ເນື່ອງຈາກສຳນັກງານໃຫຍ່ຂອງເຟສບຸກເອີຣົບ ແມ່ນຕັ້ງຢູ່ນະຄອນຫລວງດັບລິນ ປະເທດອຽກລັງ ເຊິ່ງເຟສບຸກເອງ ກໍຍອມຮັບການກວດສອບ ໂດຍຄະນະກຳມາທິການປົກປ້ອງຄວາມເປັນສ່ວນຕົວຂອງອຽກລັງ ແລະ ຢູ່ພາຍໃຕ້ຜົນບັງຄັບຕາມກົດໝາຍອຽກລັງເທົ່ານັ້ນ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...