Homeຄວາມງາມອຸ​ທາ​ຫອນ​ສັນຍະ​ກຳ​ດັງດ້ວຍການສີດ​ຊິ​ລິ​ໂຄນ​ແຫລວ

ອຸ​ທາ​ຫອນ​ສັນຍະ​ກຳ​ດັງດ້ວຍການສີດ​ຊິ​ລິ​ໂຄນ​ແຫລວ

Published on

page

       ນ້ອງ​ຟ້າ ເນັດ​ໄອ​ດໍຄົນ​ງາມໂພດເຕືອນ​ສາວໆທີ່​ຄິດ​ສັນຍະ​ກຳ​ດັງ​ວ່າໃຫ້​ເຊັກ​ຂໍ້​ມູນ​ດີໆບໍ່ດັ່ງນັ້ນອາດ​ເຈີ​ພິດ​ສັນລະຍະ​ກຳ​ຈົນ​ໜ້າ​ປ່ຽນ​ແບບ​ນາງ
ເປັນ​ອີກ​ໜຶ່ງ​ສາວ​ງາມ​ໃນ​ໂລກ​ໂຊ​ຊຽນ​ທີ່​ມີ​ແຟນ​ຄັບ​ຕິດ​ຕາມ​ນັບ​ແສນ​ຄົນຈາກ​ຜົນ​ງານ​ແນວ​ເຊັກ​ຊີ່​ ແລະ​ຫຸ່ນດີ​ຂອງ​ນາງສຳລັບ ນ້ອງ​ຟ້າ ເນັດ​ໄອ​ດອນ​ຄົນ​ງາມ ແຕ່​ລ່າ​ສຸດ (15 ມິ​ຖຸນາ 2015) ຊາວ​ເນັດ​ກໍ​ຕົກ​ໃຈ​ເມື່ອ​ໄດ້​ເຫັນ​ພາ​ບ​​ຂອງ​ນາງ​ທີ່​ຫາກໍ່​ໂພດ​ພາບ​ແລະ​ຂໍ້ຄວາມ​ເຕືອນ​ໃຈ​ສາວໆທີ່​ຄິດ​ເຮັດ​ສັນຍະ​ກຳ​ດັງ​ລົງ​ເຟ​ຊະ​ບຸ໊​ກ Tawanrat Fah Chaiamnuay  ໂດຍ​ເຈົ້າ​ຕົວ​ລະ​ບຸ​ວ່າ
“ບໍ່​ເຄີຍ​ຄິດ​ສີດ​ດັງ​ໃນ​ຊີວິດ​ແຕ່​ດ້ວຍ​ເປັນ​ນັກ​ສຶກ​ສາ​ເກັບ​ເງີນ​ໝື່ນ​ໄດ້​ກໍ​ຢາກ​ງາມ ເປັນແນວໃດເຮັດລັກ​ໝື່ນ​ແກ້​ສອງ​ແສນ
ນ້ອງຟ້າ​ຢ້ຳ​ເລີຍ​​ວ່າ​ຖືກ​ໝໍ​ລັກ​ສີດ​ຊິ​ລິ​ໂຄນ​ແຫລວ​ມາ​ໃຫ້​ໂດຍ​ທີ່​ບໍ່​ເຄີຍ​ຮູ້​ເລີຍຮູ້​ແຕ່​ວ່າ​ຂ້ອຍ​ງາມ​ຂຶ້ນ​ຈາກ​ການ​ເສີມ​ດັງ
ຮູບ​ຊິ​ລິ​ໂຄນ​ແຫລວ ຜ່າ​ທັງ​ໝົດ 7 ຊົ່ວ​ໂມງກວ່າ​ຈະ​ເອົາ​ອອກ​ໄດ້ຍາກຫລາຍແລະ​ແຂງ​ຫລາຍ ທີ່​ຍາກທີ່ສຸດຍ້ອນ​ສີດ​ເຂົ້າ​ຫົວ​ຕາ​ແລະ​ກໍ​ໜ້າ​ຜາກ​,ປາກ ບໍ່ແມ່ນ​ພຽງແຕ່ສີດ​ດັງ​ທຳມະດາ”
ພໍ​ເຫັນ​ພາບ​ແບບ​ນີ້ຄົງ​ເຕືອນ​ໃຈ​ສາວໆທີ່​ຢາກ​ສັນຍະ​ກຳ​ໃຫ້​ເຊັກ​ຂໍ້​ມູນ​ຂອງ​ສະຖານ​ບໍລິການ​ເສີມ​ຄວາມ​ງາມຕະຫລອດ​ຈົນ​ແພດ​ທີ່​ຈະ​ລົງ​ມີດ​ແປງ​ໂສມ​ກັນ​ໃຫ້​ດີໆກ່ອນບໍ່​ດັ່ງນັ້ນ​ອາດ​ໄດ້​ງາມ​ສົມ​ໃຈ​ພຽງຊົ່ວ​ຄາວແລ້ວ​ຕ້ອງ​ມາ​ນັ່ງ​ເສຍ​ທັງ​ເງີນແລະ​ເສຍ​ນ້ຳ​ຕາ​ພາຍຫລັງ​ກໍ​ເປັນ​ໄດ້

z 3

z 5

z-1

z-2

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...