Homeຂ່າວເຫດການສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ອົງຄະນະພັກຮາກຖານ ມະຫາວິທະຍາໄລແຫ່ງຊາດ

ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ອົງຄະນະພັກຮາກຖານ ມະຫາວິທະຍາໄລແຫ່ງຊາດ

Published on

20150616143729

ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ IV ຂອງ​ອົງຄະ​ນະ​ພັກ​ມະຫາ​ວິທະຍາໄລ​ແຫ່ງ​ຊາດ (​ມຊ) ໄດ້​ຈັດ​ຂຶ້ນ ວັນ​ທີ 16 ມິຖຸນາ 2015 ທີ່ ​ມຊ ໂດຍ​ເປັນ​ປະທານ​ຂອງ​ສະຫາຍ ​ສຈ.​ດຣ. ສຸກ​ກົງ​ແສງ ໄຊ​ຍະ​ເລີດ ກຳມະການ​ສູນ​ກາງ​ພັກ ຄະນະປະຈຳ​ພັກ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ອະທິການ​ບໍດີ ​ມຊ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ​ດຣ. ພັນ​ຄຳ ວິພາ​ວັນ ກຳມະ​ການ​ກົມ​ການເມືອງ​ສູນ​ກາງພັກ ຮອງ​ນາຍົກລັດຖະມົນຕີ ລັດຖະ​ມົນຕີ​ວ່າການ​ກະຊວງ​ສຶກ​ສາທິ​ການ ແລະ ກີລາ ມີ​ຮອງ​ເລຂາຄະນະ​ພັກ ບັນດາ​ຄະນະ​ພັກ​ກະຊວງ ເລຂາ​ຄະນະ​ພັກ ພະນັກງານ​ອາວຸໂສ​ບຳນານ ແຂກ​ຖືກເຊີນ ແລະ  ສະມາຊິກ​ພັກ.

ໃນ​ກອງ​ປະຊຸມ​ສະຫາຍ ​ຮສ.​ດຣ.ສາຍ​ຂອງ ສາຍ​ນາ​ສິນ ເລຂາ​ຄະນະ​ພັກ ຮອງ​ອະທິການ​ບໍດີ ​ມຊ ກໍ່​ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາຄືນ ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງປະຊຸມ​ໃຫຍ່​ ຄັ້ງ​ທີ III ຂອງ​ອົງຄະນະ​ພັກ ​ມຊ ນັບ​ແຕ່​ທ້າຍ​ປີ 2010 ເປັນຕົ້ນ​ມາ ໂດຍ​ໄດ້​ຍົກ​ໃຫ້​ຜົນງານ​ອັນ​ພົ້ນ​ເດັ່ນ​ ໃນ​ການຈັດຕັ້ງປະຕິບັດ​ວຽກ​ງານ​ໄລຍະ​ຜ່ານ​ມາ ເຊິ່ງ​ເຫັນ​ໄດ້​ວ່າ ​ມຊ ແມ່ນ​ສະ​ຖາບັນ​ການ​ສຶກ​ສາ​ຊັ້ນ​ສູງ​ແຫ່ງ​ໜຶ່ງຂອງ​ລາວ ໄດ້​ຮັບ​ການ​ສ້າງຕັ້ງ​ມາ ແຕ່​ປີ 1996 ປັດຈຸບັນ ມີ​ພະນັກງານ​ຄູ-ອາຈານ ທັງ​ໝົດ 1.938 ຄົນ ຍິງ 846 ຄົນ ແລະ ນັກ​ສຶກສາ​ທຸກ​ລະບົບ 26.430 ຄົນ ຍິງ 10.138 ຄົນ ນັກ​ສຶກ​ສາ​ຕ່າງ​ປະເທດ 857 ຄົນ ມາ​ຈາກ 18 ປະເທດ ໂຄງ​ປະກອບ​ການຈັດຕັ້ງ​ມີ 12 ຄະນະ​ວິຊາ 11 ຫ້ອງການ 2 ສະ​ຖາ​ບັນ 1 ຫໍສະໝຸດ​ກາງ 2 ສູນ​ຄົ້ນຄວ້າ ໂຮງຮຽນ​ພອນ​ສະຫວັນ ແລະ ຊົນເຜົ່າ ​ກຽມ​ມະຫາວິທະຍາໄລ ແລະ ໂຮງໝໍ 1 ແຫ່ງ ​ມຊ ປະກອບ​ມີ 5 ວິທະຍາ​ເຂດ ແລະ 1 ສຳນັກງານ​ອະທິການ​ບໍດີ ແລະ ອົງຄະ​ນະ​ພັກ ​ມຊ ປະກອບມີ 13 ຄະນະ​ພັກ​ຮາກ​ຖານ ມີ 75 ໜ່ວຍ​ພັກ ມີ​ຈຳນວນ​ສະມາຊິກພັກ​ທີ່​ເປັນ​ພະນັກງານ​ຄູ-ອາຈານ ແລະ ນັກ​ສຶກ​ສາ ມີ 1.485 ສະຫາຍ ຍິງ 560 ສະຫາຍ ສຳຮອງ 182 ສະຫາຍ.

ດ້ານ​ການ​ຊີ້​ນຳ-ນຳພາ ແມ່ນໄດ້​ເອົາໃຈໃສ່​ທຸກ​ຂົງເຂດ​ວຽກງານ​ອັນ​ເດັ່ນ​ ກໍ່​ແມ່ນ​ຂົງເຂດ​ວຽກງານ​ວິຊາ​ສະເພາະໃນ 5 ປີ​ຜ່ານມາ ໄດ້​ພັດທະນາປັບປຸງ ແລະ ສ້າງ​ບັນດາ​ຫຼັກສູດ​ຕາມ​ມາດ​ຕະຖານ​ຫຼັກສູດ​ແຫ່ງ​ຊາດ ​ທີ່​ກະຊວງສຶກ​ສາ​ທິ​ການ ແລະ ກີລາວາງອອກ ທັງ​ນີ້ ກໍ່​ເພື່ອ​ຍົກ​ສູງ​ຄຸ​ນະພາບ​ຂອງ​ຫຼັກສູດ ໂດຍ​ອີງໃສ່ເງື່ອນໄຂ​ຕົວ​ຈິງ​ຂອງ​ປະເທດ ຂອງຂະແໜງການຜູ້​ສອນ-ຜູ້​ຮຽນ ແລະ ຕາມ​ຄວາມ​ຕ້ອງການ​ຂອງຕະຫຼາດ​ແຮງ​ງານ​ໃນ​ສັງຄົມ ຍ້ອນ​ແນວ​ນັ້ນ ປັດຈຸບັນ ​ມຊ ຈຶ່ງໄດ້​ເປີດ​ສອນ​ທັງ​ໝົດ 192 ຫຼັກສູດ ໃນ​ນັ້ນ​ມີ​ຫຼັກສູດ​ລະດັບ​ປະລິນຍາເອກ 3 ຫຼັກສູດ ປະລິນຍາ​ໂທ 43 ຫຼັກສູດ ປະລິນຍາ​ຕີ 122 ຫຼັກສູດ ແລະ ຫຼັກສູດ​ອະນຸ​ປະລິນຍາ 4 ຫຼັກສູດ ອັນ​ພົ້ນ​ເດັ່ນ​ແມ່ນ​ໄດ້​ລົບລ້າງ​ ລະບົບ​ການ​ຮຽນ​ສາຍ​ພິເສດຢູ່ ​ມຊ ຢ່າງ​ສິ້ນ​ເຊິງ.

ນອກຈາກ​ນີ້ ຍັງ​ໄດ້​ປັບປຸງ​ກົນໄກ​ການ​ຄຸ້ມ​ຄອງ ການຈັດຕັ້ງ​ປະຕິ​ບັດ ການ​ບໍລິຫານ​ວິຊາ​ການ ການ​ປະສານ​ງານ​ກັບ​ຄະນະ​ວິຊາ​ຕ່າງໆ ເພື່ອ​ຄົ້ນຄວ້າ​ເງື່ອນໄຂ ການ​ເຂົ້າ​ຮຽນ​ຫຼັກສູດ​ຕໍ່​ເນື່ອງຂອງ​ນັກ​ສຶກ​ສາ ສະໜອງ​ຂໍ້​ມູນດ້ານ​ວິຊາ​ການ​ໃນ​ການ​ເຂົ້າ​ສຶກສາຢູ່ ​ມຊ ສ້າງ ແລະ ປັບປຸງ​ລະບຽບ​ຫຼັກການ​ໃນ​ການ​ຂຽນ ການແປ ການ​ຮຽບ​ຮຽງ ການ​ພິມ ແລະ ຈຳໜ່າຍ ເອກະສານ​ວິຊາການ​ໃນ​ທົ່ວ ​ມຊ ໂດຍ​ລວມ​ແລ້ວ ສາມາດ​ຍາດ​ໄດ້ຜົນ​ງານ​ຫຼາຍດ້ານ.

ຄຽງ​ຄູ່​ກັບ​ຜົນງານ​ທີ່​ຍາດ​ໄດ້ນັ້ນ ກໍ່​ຍັງ​ມີ​ຈຸດ​ອ່ອນ​ຂໍ້ຄົງຄ້າງ​ທີ່ຄະນະ​ພັກ​ຊຸດ​ໃໝ່ ​ຈະ​ຕ້ອງ​ໄດ້​ສືບຕໍ່​ປັບປຸງ​ແກ້​ໄຂ​ໃນ 5 ປີ​ຕໍ່ໜ້າ ເພື່ອເຮັດ​ໃຫ້​ທຸກ​ຂົງເຂດ​ວຽກ​ງານ ​ໄດ້ຮັບ​ການ​ພັດທະນາ​ດີ​ຂຶ້ນ​ເປັນກ້າວໆ ເອົາໃຈໃສ່​ການ​ຂະຫຍາຍ​ພັກ ການ​ປັບປຸງ​ການ​ຈັດຕັ້ງ​ປັບປຸງ​ກົນ​ໄກ​ຄຸ້ມ​ຄອງ ການ​ບໍລິ​ຫານ ແລະ ອື່ນໆ ເພື່ອ​ເຮັດ​ໃຫ້ການ​ຮຽນ-ການ​ສອນ​ນັບ​ມື້​ດີ​ຂຶ້ນ ເຮັດ​ໃຫ້​ເປັນ​ສະ​ຖາ​ບັນ​ການ​ສຶກສາ​ທີ່​ສ້າງ​ຊັບພະຍາກອນ​ມະນຸດ ທີ່​ມີ​ຄຸນະພາບ ເພື່ອ​ຮັບ​ໃຊ້​ສັງຄົມ ແລະ ປະເທດ​ຊາດ.

ຕອນ​ທ້າຍ​ກອງ​ປະຊຸມ​ ຍັງ​ໄດ້ປ່ອນ​ບັດ​ເລືອກ​ເອົາ​ຄະນະ​ບໍ​ລິຫານ​ງານ​ພັກ ​ມຊ ຊຸດ​ໃໝ່ ມີ​ຜູ້ລົງ​ສະໝັກ​ທັງ​ໝົດ 15 ສະຫາຍ ເລືອກ​ເອົາ 11 ສະຫາຍ ໂດຍ​ໄດ້ເຫັນ​ດີ​ເປັນ​ເອກະສັນ​ເລືອກ​ເອົາສະຫາຍ ​ສຈ.​ດຣ.ສົມ​ສີ ຍໍ​ພັນ​ໄຊ ເປັນ​ເລຂາ​ຄະນະ​ພັກ ສະຫາຍ ​ຮສ.​ດຣ.ພຸດ ສິມ​ມາລາ​ວົງ ເປັນຮອງ​ເລຂາ ສະຫາຍ ​ຮສ.​ດຣ.ອຸດົມ ພອນ​ຄຳ​ເພັງ ເປັນ​ປະທານກວດກາ ສະຫາຍ ​ຮສ.​ດຣ.ຮຸ່ງ ເພັດ​ຈັນທະ​ວົງ ແລະ ສະຫາຍ ​ຮສ. ໂພ​ສີ ທິບ​ດາ​ວັນ ເປັນ​ຮອງປະທານ​ກວດກາ ພ້ອມ​ນັ້ນ ກອງປະຊຸມ​ຍັງ​ໄດ້​ເລືອກ​ເອົາ​ຜູ້​ແທນສົມບູນ ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມໃຫຍ່ ​ຄັ້ງ​ທີ VIII ຂອງ​ອົງຄະ​ນະພັກ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ທີ່​ຈະ​ຈັດ​ຂຶ້ນ​ໃນຕໍ່ໜ້າ ນອກນີ້ ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ຮັບ​ຟັງ​ການໂອ້​ລົມ ​ເພື່ອ​ເປັນ​ທິດ​ເຍືອງ​ທາງ​ໃນການຈັດຕັ້ງ​ປະຕິບັດ ​ຜັນ​ຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງຄະນະ​ພັກ​ຕົນ​ຈາກ ສະຫາຍ ​ດຣ. ພັນ​ຄຳ ວິພາ​ວັນ ຕື່ມ​ອີກ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...