Homeມຸມຂ່າວ AECປະເທດອາຊຽນ ຈະຮ່ວມມືກັນເອົາໃຈໃສ່ ການຄວບຄຸມພະຍາດໄຂ້ຍຸງລາຍ

ປະເທດອາຊຽນ ຈະຮ່ວມມືກັນເອົາໃຈໃສ່ ການຄວບຄຸມພະຍາດໄຂ້ຍຸງລາຍ

Published on

20150615114626

ກອງ​ປະຊຸມ​ແລກປ່ຽນ ແລະ ຖອດ​ຖອນ​ບົດຮຽນ​ວຽກ​ງານ​ຄວບຄຸມ ແລະ ຕອບ​ໂຕ້​ພະຍາດ​ໄຂ້ຍຸງລາຍ​ໃນ​ຂົງເຂດ​ອາ​ຊຽນ ໄດ້​ຈັດຂຶ້ນ​ວັນ​ທີ 15 ມິຖຸນາ 2015 ທີ່ໂຮງແຮມ​ລາວ​ພລາ​ຊາ ນະຄອນຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະທານຂອງ​ທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ມີທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ ນະຄອນຫຼວງ​ວຽງຈັນ ພ້ອມ​ດ້ວຍ​ຜູ້ຕາງໜ້າ​ກອງເລຂາ​ອາ​ຊຽນ ບັນດາ​ປະເທດ​ສະມາ​ຊິກ​ອາ​ຊຽນ ແລະ ຄູ່​ຮ່ວມ ຫົວໜ້າ​ກົມ ຫົວໜ້າ​ພະ​ແນກ ແລະ ພະນັກງານ​ຈາກ​ພາກສ່ວນ​ທີ່ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ໄດ້​ກ່າວວ່າ: ​ສປປ ລາວ ໄດ້​ຮັບ​ກຽດ​ເປັນເຈົ້າພາບ​ສະເຫຼີມສະຫຼອງ ​ວັນ​ໄຂ້ຍຸງ​ອາ​ຊຽນ​ ຄັ້ງ​ທີ 5 ປະຈຳ​ປີ 2015 ເຊິ່ງ​ໃນ​ວັນ​ທີ 15 ມິຖຸນາຂອງ​ທຸກ​ປີ ບັນດາ​ປະເທດ​ສະ​ມາຊິກ​ອາ​ຊຽນ ຈະ​ໝູນວຽນ​ກັນ​ເປັນເຈົ້າພາບ ໂດຍ​ກອງ​ປະຊຸມ​ຖອດຖອນ​ບົດຮຽນ​ການ​ຄວບ​ຄຸມພະຍາດ​ໄຂ້ຍຸງ​ລາຍ ໃນ​ຂົງເຂດ​ອາຊຽນ​ໃນ​ຄັ້ງ​ນີ້ ​ແມ່ນ​ກິດຈະກຳ​ໜຶ່ງທີ່​ນອນ​ຢູ່​ໃນ​ການ​ສະເຫຼີມສະຫຼອງວັນ​ດັ່ງກ່າວ ໂດຍ​ຖື​ໂອກາດ​ນີ້​ເຕົ້າໂຮມ​ບັນດາ​ປະເທດ​ອາ​ຊຽນ ​ໃນການ​ປຸ້ມລຸມ​ສາມັກຄີ​ຮ່ວມ​ກັນ​ແກ້​ໄຂ​ບັນຫາ​ໄຂ້ຍຸງ​ລາຍ ເພາະ​ບັນຫາ​ໄຂ້ຍຸງ​ລາຍ​ໄດ້ ​ກາຍເປັນ​ບັນຫາ​ຂົງເຂດ​ພາກ​ພື້ນ ແລະ ທົ່ວໂລກ ມີ​ແຕ່​ການ​ຮ່ວມ​ມື​ກັນ​ຢ່າງໃກ້ຊິດ​ເທົ່າ​ນັ້ນ ພ້ອມ​ທັງ​ການແລກປ່ຽນ​ປະສົບ​ການ​ວິຊາ​ສະເພາະ​ຕ່າງໆ​ເທົ່າ​ນັ້ນ ຈຶ່ງ​ຈະ​ປອດຈາກ​ການ​ເປັນ​ພະຍາດ​ໄຂ້ຍຸງລາຍ ບໍ່​ໃຫ້​ເກີດ​ການ​ລະບາດໃຫຍ່​ຂຶ້ນ.

ການ​ຄວບ​ຄຸມ​ໜອນ​ນ້ຳ​ຍຸງລາຍ ​ທຸກ​ພາກສ່ວນ​ຕ້ອງ​ຮ່ວມແຮງ​ຮ່ວມ​ໃຈ​ກັນ​ ເອົາໃຈໃສ່​ຕໍ່ວຽກ​ງານ​ດັ່ງກ່າວ ​ກາຍເປັນ​ວຽກຂອງ​ອຳນາດ​ການ​ປົກຄອງ ແລະ ຂັ້ນ​ນຳ​ທຸກ​ພາກສ່ວນ​ໃນ​ສັງຄົມ ພ້ອມ​ທັງ​ເປັນ​ວຽກ​ຂອງ​ແຕ່​ລະຄອບຄົວ ເປັນ​ນິໄສ​ຂອງ​ທຸກ​ຄົນ ບໍ່​ວ່າ​ທັງ​ພາກ​ລັດ ແລະ ເອກະ​ຊົນ ຕາມ​ສະຖານທີ່​ສາທາລະນະຕ່າງໆ ​ໄດ້​ມີ​ການ​ເອົາໃຈໃສ່​ໃນການ​ຄວບ​ຄຸມ​ທຳລາຍ​ ແຫຼ່ງ​ເພາະພັນ​ໜອນ​ນ້ຳ​ຍຸງ​ລາຍ ​ພາຍ​ໃຕ້​ຄຳຂວັນ​ທີ່​ວ່າ “ຄອບຄົວ​ເປັນ​ເຈົ້າການ ບໍ່​ມີ​ໜອນ​ນ້ຳ​ຍຸງ​ລາຍ ບໍ່​ມີໄຂ້ຍຸງ” ເຊິ່ງ​ເປັນ​ຄຳ​ຂວັນ​ໃນ​ການສະເຫຼີມສະຫຼອງ​ວັນ​ດັ່ງກ່າວ ທີ່ລາວ​ເປັນ​ເຈົ້າພາບ​ໃນ​ປີ​ນີ້.

ການ​ຈັດ​ສະເຫຼີມສະຫຼອງ​ວັນດັ່ງກ່າວ​ຂຶ້ນ ​ໃນ​ແຕ່​ລະ​ປີ​ນັ້ນ ກໍ່ເພື່ອ​ແນໃສ່​ປຸກລະດົມ​ໃຫ້​ຊຸມ​ຊົນ ແລະ ບັນດາ​ອົງ​ການຈັດຕັ້ງຕ່າງໆ​ຂອງ​ແຕ່​ລະ​ປະເທດ ເອົາໃຈ​ໃສ່​ແກ້​ໄຂ​ວຽກ​ງານ​ໄຂ້ຍຸງລາຍ ເຊິ່ງ​ລາວ​ໄດ້​ວາງ​ຍຸດ​ທະສາດ​ໃນ​ການ​ຕ້ານ​ໄຂ້ຍຸງ​ລາຍ ໂດຍ​ໄດ້​ປຸກລະດົມ​ໃຫ້​ປະຊາຊົນ ເປັນ​ເຈົ້າ​ການໃນ​ການ​ຄວບ​ຄຸມໜອນ​ນ້ຳ​ຍຸງ​ລາຍ ໂດຍ​ສະເພາະ ຄອບຄົວໂດຍ​ອີງໃສ່​ການຈັດຕັ້ງປະຕິບັດ​ຫຼັກການ 5ປ ໂດຍ​ສະເພາະ ໃນ​ໄລຍະ​ລະດູຝົນ ແລະ ຊຸກຍູ້​ໃຫ້​ຄອບຄົວ​ມີ​ສ່ວນ​ຮ່ວມ ພ້ອມ​ນັ້ນ ລາວ​ກໍ່​ໄດ້​ຕິດຕາມ​ເຝົ້າລະວັງ​ ສະພາບ​ໄຂ້ຍຸງ​ລາຍ​ທຸກແຂວງ​ໃນ​ທຸກ​ມື້ໆ ກໍ່​ຄື​ໄດ້​ຕິດຕາມຢ່າງ​ໃກ້ຊິດ ເຮັດ​ໃຫ້​ທຸກ​ພາກສ່ວນ​ມີ​ຄວາມ​ຕື່ນ​ຕົວ ​ປະກອບສ່ວນ​ໃນ​ການ​ຕ້ານ ແລະ ຄວບຄຸມພະ​ຍາດ​ດັ່ງກ່າວ ສຳລັບ​ປີ​ນີ້ ມາ​ຮອດ​ປັດຈຸບັນ ​ລາວ​ເຮົາ​ມີ​ຄົນເຈັບເປັນ​ພະຍາດ​ໄຂ້ເລືອດອອກ 200 ກໍລະນີ ຖ້າ​ທຽບໃສ່​ປະເທດອື່ນ​ແມ່ນ​ໜ້ອຍ​ທີ່​ສຸດ ນັ້ນ​ກໍ່​ຍ້ອນຄວາມ​ເອົາໃຈໃສ່​ຂອງ​ທຸກ​ພາກສ່ວນ ​ທີ່​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈກັນ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກງານ​ປ້ອງ​ກັນ ແລະ ຕ້ານ​ພະຍາດໄຂ້ຍຸງ​ລາຍ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...