Homeຂ່າວທ້ອງຖິ່ນຝູງຕັກກະແຕນ ບຸກທຳລາຍຜົນຜະລິດກະສິກຳ ເສຍຫາຍເກືອບ 2.000 ເຮັກຕາ ຢູ່ແຂວງຫຼວງພະບາງ!

ຝູງຕັກກະແຕນ ບຸກທຳລາຍຜົນຜະລິດກະສິກຳ ເສຍຫາຍເກືອບ 2.000 ເຮັກຕາ ຢູ່ແຂວງຫຼວງພະບາງ!

Published on

(ພາບປະກອບຂ່າວ)
(ພາບປະກອບຂ່າວ)

ເກີດ​ເຫດ​ຕັກແຕນທຳລາຍ​ຜົນ​ຜະລິດ​ຂອງ​ປະຊາຊົນ ​ເສຍ​ຫາຍ​ເກືອບ 2.000 ເຮັກຕາ​ໃນ 2 ເມືອງຄື: ໂພນ​ທອງ ແລະ ເມືອງ​ວຽງ​ຄຳ ແຂວງ​ຫຼວງ​ພະ​ບາງ ປະຊາຊົນ​ສ່ວນ​ໃຫຍ່​ໄດ້​ລະດົມ​ກຳລັງ​ຮ່ວມ​ກັນ​ ຂ້າ​ຕັກແຕນ​ຕາຍ​ແລ້ວ 8 ໂຕນ​ກວ່າ ເພື່ອ​ນຳ​ເອົາ​ໄປ​ປຸງ​ແຕ່ງ​ເປັນ​ອາຫານ ແລະ ເຮັດ​ເປັນ​ປຸ໋ຍ​ຊີວະ​ພາບ.

ທ່ານ​ນາງ ສຸດາ​ລັດ ແກ້ວ​ບົວລະພາ ຮອງ​ຂະແໜງ​ປູກຝັງ ພະ​ແນກ​ກະສິກຳ ແລະ ປ່າໄມ້​ແຂວງ​ຫຼວງ​ພະ​ບາງ ໄດ້​ເປີດເຜີຍ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ​ປະເທດ​ລາວ ໃນ​ວັນ​ທີ 16 ມິຖຸນາ 2015 ນີ້​ວ່າ: ນັບ​ແຕ່​ເດືອນ​ກັນຍາ 2014 ເປັນຕົ້ນ​ມາ ໄດ້​ເກີດ​ມີ​ຝຸງ​ຕັກແຕນ​ບິນ​ອອກ​ມາ​ຈາກ​ປ່າ​ສະຫງວນ ແລະ ໄດ້​ເຂົ້າ​ທຳລາຍ​ພືດ​ຜົນ​ຜະລິດ​ຂອງ​ປະຊາຊົນ ຢູ່​ເມືອງ​ໂພນ​ທອງ ເຊິ່ງ​ໃນ​ໄລຍະ​ນັ້ນ ມີ​ຜົນ​ຜະລິດ​ຂອງ​ປະຊາຊົນ​ເສຍ​ຫາຍ​ໃນ​ວົງ​ແຄບ ແລະ ສາມາດ​ຂ້າ​ຕັກແຕນ​ໄດ້​ປະມານ 3 ໂຕນ ຕໍ່​ມາ​ປະມານ​ເດືອນ​ມີນາ ຫາ​ມິຖຸນາ 2015 ຝຸງ​ຕັກແຕນ​ໄດ້​ລະບາດ​ແຜ່​ລາມ​ອອກ​ເປັນ​ວົງ​ກວ້າງ ເຂົ້າ​ຫາ​ເມືອງ​ວຽງ​ຄຳ​ ຈົນ​ບໍ່​ສາມາດ​ຄວບ​ຄຸມ​ໄດ້ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ລະດົມ​ປະຊາຊົນ ໃຊ້​ວິທີ​ແບບ​ຊາວບ້ານ​ຂ້າ​ຕັກແຕນ ແຕ່​ເຫັນ​ວ່າ​ຍິ່ງ​ແຜ່​ຫຼາຍ​ເພີ່ມ​ຂຶ້ນ​ນັບ​ມື້ ປັດຈຸບັນ​ນີ້ ພວກ​ເຮົາ​ສາມາດ​ຂ້າ​ຕັກແຕນ​ໄດ້​ແລ້ວ​ປະມານ 8 ໂຕນ ມີ​ບາງ​ຄອບຄົວ ກໍ່​ນຳ​ເອົາ​ໄປ​ປຸງ​ແຕ່ງ​ເປັນ​ອາຫານ ແລະ ບາງ​ຄອບຄົວ ກໍ່​ນຳ​ເອົາ​ໄປ​ເຮັດ​ປຸ໋ຍ​ຊີວະ​ພາບ.

ທ່ານນາງ ສຸດາ​ລັດ ຍັງ​ແຈ້ງ​ໃຫ້​ຮູ້​ຕື່ມ​ວ່າ: ການ​ລະບາດ​ຄັ້ງ​ນີ້​ ຖື​ວ່າ​ເປັນ​ປາກົດການ​ຄັ້ງ​ທຳ​ອິດ ເທົ່າ​ທີ່​ເຄີຍ​ເຫັນ​ຜ່ານ​ມາ ຍິ່ງ​ກວ່າ​ນັ້ນ​ຕັກແຕນ​ສາຍ​ພັນ​ນີ້ ມີ​ລັກສະນະ​ການ​ອອກ​ແມ່​ແຜ່​ລູກ​ໄວ ແລະ ມີ​ຈຳນວນ​ຫຼາຍ​ທີ່​ສຸດ ໂດຍ​ສະ​ເລັ່ຍ 1 ໂຕ​ສາມາດ​ເກີດ​ລູກ​ໄດ້ 14 ໂຕ ນອກຈາກ​ນັ້ນ ​ຍັງ​ເປັນ​ສາຍ​ພັນ​ທີ່​ຕາຍ​ຍາກ ເພາະວ່າ​ພວກ​ເຮົາ​ໄດ້​ເອົາ​ຢາ​ປາບ​ສັດຕູ​ພືດ​ສີດ​ໃສ່ ແລະ ບາງ​ໂຕ​ສາມາດ​ກັບ​ມາ​ມີ​ຊີວິດ​ໄດ້​ອີກ ແນວໃດ​ກໍ່​ດີ ປັດຈຸບັນ​ນີ້ ພວກ​ເຮົາ​ໄດ້​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ລັດ​ຖະ​ບານ​​ ສປ ຈີນ ແລະ ສາມາດ​ກຳຈັດ​ຕັກແຕນ​ໄດ້​ຈຳນວນ​ໜຶ່ງ​ແລ້ວ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...