spot_img
Homeຂ່າວການພັດທະນາແຂວງສະຫວັນນະເຂດ ສຶກສາການສ້າງສວນທູນໄຊ ເພື່ອດຶງດູດນັກທ່ອງທ່ຽວ!

ແຂວງສະຫວັນນະເຂດ ສຶກສາການສ້າງສວນທູນໄຊ ເພື່ອດຶງດູດນັກທ່ອງທ່ຽວ!

Published on

151

ຂປລ. ປັດຈຸບັນ ແຂວງສະຫວັນນະເຂດ ກຳລັງສຶກສາຄວາມເປັນໄປໄດ້ ຂອງໂຄງການສວນທູນໄຊ ​ເຊິ່ງ​ເປັນໂຄງການລົງທຶນຂະໜາດໃຫຍ່ ດ້ານການ ບໍລິການ-ທ່ອງທ່ຽວ ທີ່ນອນໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ (ຂສສຊ) ເຊິ່ງຈະກາຍເປັນຈຸດດຶງດູດ ນັກທ່ອງທ່ຽວ ໃຫ້ເຂົ້າມາແຂວງ ສະຫວັນນະເຂດ ຫລາຍຂຶ້ນ.

ໃນວັນທີ11 ມິຖຸນາ 2015 ທີ່ຫ້ອງການເສດຖະກິດພິເສດ ສະຫວັນ-ເຊໂນ ໄດ້ເປີດກອງປະຊຸມ ຜ່ານບົດວິພາກເສດຖະກິດເຕັກນິກ ກ່ຽວກັບການຂະຫຍາຍ​ເນື້ອທີ່ເພີ່ມເຕີມຂອງ ຂສສຊ ໃນໂຄງການສວນທູນໄຊ ໂດຍມີ ທ່ານນາງ ບົວທາ ຂັດຕິຍະ ລັດຖະມົນຕີຊ່ວຍວ່າການ ຫ້ອງວ່າການ ລັດຖະບານ, ທັງເປັນຫົວໜ້າ ກອງເລຂາ ຄະນະກຳມະການ ແຫ່ງຊາດລາວ ເພື່ອຄຸ້ມຄອງ ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ, ພ້ອມດ້ວຍຂະແໜງການ ກ່ຽວຂ້ອງທັງຂັ້ນສູນກາງ ແລະ ທ້ອງຖິ່ນ​ເຂົ້າຮ່ວມ.

 ທ່ານ ທອງໃສ ໄຊຍະວົງຄຳດີ ຮອງຫົວໜ້າຜູ້ວ່າການ ຂສສຊ ກ່າວວ່າ:  ສຳລັບການຂະຫຍາຍເນື້ອທີ່ ເພີ່ມເຕີມຂອງ ຂສສຊ ໃນໂຄງການ ສວນທູນໄຊນີ້, ປັດຈຸບັນ ແມ່ນຢູ່ໃນຂັ້ນຕອນການອະນຸມັດຈາກຂັ້ນເທິງ ໃນກອງປະຊຸມຄັ້ງນີ້, ພາກສ່ວນກ່ຽວຂ້ອງຈະໄດ້ພ້ອມກັນປຶກສາຫາລື ແລະ ປະກອບຄຳຄິດເຫັນ ໃສ່ບົດວິພາກເສດຖະກິດ ເຕັກນິກດັ່ງກ່າວ ໃນໄລຍະຜ່ານມາ ໄດ້ສຳເລັດ ໃນການສຶກສາເບື້ອງຕົ້ນ ກ່ຽວກັບຜົນຕໍ່ສິ່ງແວດລ້ອມ ແລະ ສັງຄົມແລ້ວ. ​ໃນ​ປັດຈຸບັນ ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ລວມມີເນື້ອທີ່ທັງໝົດ 1 ພັນເຮັກຕາ ແລະ ມີແຜນຈະຂະຫຍາຍເນື້ອທີ່ອອກຕື່ມອີກ ຈຳນວນ 250 ເຮັກຕາ.

ທ່ານ ວົງໄຕ້ຟ້າ ສີສຸວົງ ຫົວໜ້າທີມງານ ບໍລິສັດທີ່ປຶກສາ ສະຫວັນ ທີວີເອັສ ໄດ້ລາຍງານໃຫ້ຮູ້ວ່າ: ສວນທູນໄຊ ຕັ້ງຢູ່ຈຸດ E1, ຂອງເຂດເສດຖະກິດພິເສດ ສະຫວັນ-ເຊໂນ, ລວມມີເນື້ອທີ່ 250 ເຮັກຕາ ຂອງຈຳນວນເນື້ອທີ່ທັງໝົດ 332 ເຮັກຕາ, ເຊິ່ງກວມເອົາ 4 ບ້ານຄື: ບ້ານນາຈະຫລີດ, ເຄືອເຂົາກາດ, ດົງດຳດວນ ແລະ ໜອງໂກ່ມ, ຂຶ້ນກັບເມືອງໄກສອນພົມວິຫານ, ຈຸດ E1 ຕັ້ງຢູ່ຫ່າງຈາກ ເທສະບານແຂວງ ໄປທາງທິດຕາເວັນອອກຕາມທາງເລກ 9 ປະມານ 18 ກິໂລແມັດ, ສວນທູນໄຊ ປະກອບ​ມີ: ສວນນ້ຳ, ໂຄງລ່າງພື້ນຖານ, ເຂດເຮືອນພັກ, ສະໜາມກ໊ອຟ, ເດີ່ນກິລາເທັນນິດ, ຣີສອດ, ສະໂມສອນກິລາ, ສະປາ, ສວນ ສີຂຽວ/ເຂດທ່ອງທ່ຽວນິເວດ ແລະ  ອື່ນໆ. ໂດຍແມ່ນບໍລິສັດ ສວນທູນໄຊ ຈຳກັດຜູ້ດຽວ ເປັນຜູ້ພັດທະນາໂຄງການ, ຄາດຄະເນມູນຄ່າ ການລົງທຶນ ປະມານ 217 ລ້ານໂດລາສະຫະລັດ.

ຜ່ານການສຶກສາເບື້ອງຕົ້ນ ເຫັນວ່າໂຄງການ ບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ, ບໍ່ມີຜົນກະທົບ ທີ່ກ່ຽວກັບ ການປ່ຽນແປງ ທີ່ດິນຂອງປະຊາຊົນ, ດິນສຳລັບໂຄງການ ເປັນກຳມະສິດ ຂອງສ່ວນບຸກຄົນ, ຜູ້ພັດທະນາໂຄງການ ມີເອກະສານ ໃບຕາດິນຖືກຕ້ອງ, ບັນດາບ້ານທີ່ຢູ່ໃກ້ຄຽງ ຈະໄດ້ຮັບ ຜົນກະທົບຊົ່ວຄາວຈາກໂຄງການ ໂດຍສະເພາະໄລຍະ ກໍ່ສ້າງໂຄງການ ແລະ ລຽບຕາມເສັ້ນທາງເຂົ້າຫາໂຄງການ, ​ໂຄງການ​ຈະສ້າງ ຄວາມຈະເລີນຮຸ່ງເຮືອງ ໃຫ້ແກ່ຊຸມຊົນ ເຂດທີ່ຕັ້ງໂຄງການ, ດຶງດູດການທ່ອງທ່ຽວ​ ເຂົ້າມາ​ແຂວງ​ສະຫວັນ​ນະ​ເຂດ, ການສະໜອງ ລະບົບໄຟຟ້າ-ນ້ຳປະປາ, ການນຳໃຊ້ແຮງງານທ້ອງຖິ່ນ, ສ້າງໂອກາດ ໃນການທຳມາຫາກິນຊື້-ຂາຍ, ທຸລະກິດຂະໜາດນ້ອຍ-ກາງ ໃຫ້​ແກ່​ປະຊາຊົນ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...