Homeຂ່າວທ້ອງຖິ່ນຝົນຕົກໜັກ! ນໍ້າຖ້ວມກະທັນຫັນຢູ່ 3 ບ້ານ ໃນແຂວງໄຊຍະບູລີ!

ຝົນຕົກໜັກ! ນໍ້າຖ້ວມກະທັນຫັນຢູ່ 3 ບ້ານ ໃນແຂວງໄຊຍະບູລີ!

Published on

123 16.06.3

ຂປລ. ໃນຕອນເຊົ້າຂອງວັນທີ 15 ມິຖຸນາ 2015 ປະມານ 7:30, ເກີດເຫດນໍ້າຖ້ວມກະທັນ ຫັນຢູ່3 ບ້ານ ຄື: ບ້ານແກ້ງສາວ, ບ້ານໃຫຍ່ບວມເລົາ ແລະ ຜາແກ້ວ ເມືອງປາກລາຍ ແຂວງໄຊ ຍະບູລີ ໂຊກດີບໍ່ມີຜູ້ເສຍຊີວິດ ແລະ ​ໄດ້ຮັບບາດເຈັບ.

ທ່ານ ສະໝຽນ ຂຽນທອງ ນາຍໆບ້ານແກ້ງສາວໄດ້ໃຫ້ສໍາພາດຕໍ່ ນັກຂ່າວສໍານັກຂ່າວສານ ປະເທດລາວ ໃນວັນທີ 15 ມິຖຸນາ 2015 ນີ້ວ່າ: ສາເຫດນໍ້າຖ້ວມກະທັນຫັນແມ່ນເກີດຈາກຝົນຕົກ ໜັກ ແຕ່ 23:00 ໂມງຂອງວັນທີ 14 ຈົນເຖິງ 7:30 ຂອງວັນທີ 15 ມິຖຸນາ 2015 ເຊິ່ງໄດ້ເຮັດ ໃຫ້ເກີດນໍ້າອັ່ງ​ນອງໄຫລເຂົ້າບ້ານເຮືອນ, ເນື້ອທີ່ປູກຝັງຂອງປະຊາຊົນ ແລະ ສາມາດວັດ​ແທກ​ລະດັບ ນໍ້າສູງ ລະຫວ່າງ 30-100 ຊັງຕີແມັດ. ໂຊກດີບໍ່ມີຜູ້ໃດເສຍຊີວິດ ແລະ ​ໄດ້ຮັບບາດເຈັບ. ນໍ້າຖ້ວມ​ໃນຄັ້ງນີ້ໄດ້ສົ່ງຜົນກະທົບພຽງ 5 ຫລັງຄາເຮືອນ. ນາຍບ້ານແກ້ງສາວ ກ່າວຕື່ມວ່າ: ປັດຈຸບັນນີ້ ພວກ ເຮົາ​ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນ ຢູ່ບໍລິເວນ​ໃກ້​ຄຽງ​ດັ່ງກ່າວ ມີສະຕິເພີ່ມຄວາມລະມັດລະວັງ​ໃຫ້ຫລາຍ ຂຶ້ນ​ໂດຍ​​ແນະນຳໃຫ້ປະຊາຊົນຫລີກເວັ້ນ ບ່ອນຢູ່ອາໃສທີ່ມີຄວາມສ່ຽງສູງເປັນຕົ້ນ ຢູ່ໃກ້ພູ ແລະ ແຄມ ຫ້ວຍ ສິ່ງ​ສຳຄັນ​ປະຊາຊົນສ່ວນໃຫຍ່ບໍ່ໄດ້ຮັບຂໍ້ມູນຂ່າວສານ ຈາກກົມອຸຕຸນິຍົມ ສະນັ້ນ ຢາກໃຫ້ພາກ ສ່ວນກ່ຽວຂ້ອງ ເອົາ​ໃຈໃສ່ໃນການແຈ້ງເຕືອນສະພາບອາກາດ ທີ່ມີການປ່ຽນແປງ​ເປັນແຕ່ລະໄລຍະ.

123 16.06.4

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...