Homeຂ່າວການສຶກສາທົ່ວ ນ.ວ ມີນັກຮຽນສອບເສັງຈົບຊັ້ນມັດທະຍົມ ຫຼາຍກວ່າ 20 ພັນຄົນ

ທົ່ວ ນ.ວ ມີນັກຮຽນສອບເສັງຈົບຊັ້ນມັດທະຍົມ ຫຼາຍກວ່າ 20 ພັນຄົນ

Published on

20140625115604
(ພາບປະກອບ) ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫລວງວຽງຈັນ ລົງຕິດຕາມການສອບເສັງຈົບຊັ້ນມໍ 6 ສົກປີຜ່ານມາ ທີ່ ມ.ສ ວຽງຈັນ ວັນທີ 25 ມິຖຸນາ 2014.

ທ່ານ ສຸດ​ທະນີ ໄຊ​ຍະ​ສານ ຮອງ​ຫົວໜ້າ​ພະ​ແນກ​ສຶກ​ສາ​ທິການ ແລະ ກີລາ ນະຄອນຫຼວງວຽງ​ຈັນ (ນວ) ໄດ້​ກ່າວ​ວ່າ: ການຫ້າງ​ຫາ​ກະກຽມ​ສອບເສັງ ມ4 ແລະ ມ7 ໄດ້​ເລີ່ມ​ມາ​ແຕ່​ພາກຮຽນ​ທີ II ເປັນຕົ້ນ​ມາ​ ໂດຍ​ສະເພາະ ໄດ້​ເປີດ​ກອງ​ປະຊຸມ​ຜູ້​ອຳນວຍ​ການ​ໂຮງຮຽນ ເພື່ອ​ພ້ອມກັນ​ຄົ້ນຄວ້າ​ປຶກສາ​ຫາລື​ໃນ​ການກະກຽມ ຄວາມ​ພ້ອມ​ເຂົ້າ​ສູ່​ການສອບເສັງ.

ທົ່ວ ນະຄອນຫລວງວຽງຈັນ ມີ​ໂຮງຮຽນ​ມັດ​ທະຍົມ 158 ແຫ່ງ (ລວມ​ທັງ​ໂຮງຮຽນ​ສົງ 6 ແຫ່ງ) ໃນ​ນັ້ນ ໂຮງຮຽນ​ມັດທະຍົມ​ຕົ້ນ 70 ແຫ່ງ ໂຮງຮຽນ​ມັດທະຍົມ​ປາຍ 10 ແຫ່ງ ແລະ ໂຮງຮຽນ​ມັດທະຍົມສຶກ​ສາ​ສົມບູນ 78 ແຫ່ງ ຊັ້ນ ມ4 ມີ​ນັກຮຽນ​ທັງ​ໝົດ 12.409 ຄົນ ຍິງ 6.057 ຄົນ ມ7 ມີ​ທັງໝົດ 9.049 ຄົນ ຍິງ 4.439 ຄົນ ແລະ ທົ່ວ ນວ ໄດ້​ແບ່ງ​ສູນ​ສອບເສັງ​ຂັ້ນ ມ4 ມີ 24 ສູນ ແບ່ງ​ເປັນ 503 ຫ້ອງ ສະເລ່ຍ​ໃສ່​ນັກຮຽນສອບເສັງ 25 ຄົນ​ຕໍ່​ຫ້ອງ ມ7 ມີ 18 ສູນ ແບ່ງ​ເປັນ 403 ຫ້ອງ ສະເລ່ຍ​ຫ້ອງ​ລະ 22 ຄົນ.

ຊັ້ນ ມ4 ກຳນົດ​ການ​ສອບເສັງ​ໃນ​ລະຫວ່າງ​ວັນ​ທີ 16-18 ມິຖຸນາ 2015 ມີ​ຈຳນວນ 5 ວິຊາ​ຄື: ວິຊາ​ຄະນິດສາດ ວິທະຍາສາດ​ທຳ​ມະ​ຊາດ ພາສາ​ລາວ-ວັນນະຄະດີ ວິທະຍາສາດ​ສັງຄົມ ແລະ ວິຊາ​ສຶກ​ສາ​ພົນລະເມືອງ ສ່ວນ​ຊັ້ນ ມ7 ກຳນົດ​ການ​ສອບເສັງລະຫວ່າງ​ວັນ​ທີ 23-26 ມິຖຸນາ 2015 ມີ 8 ວິຊາຄື: ວິຊາ​ຄະນິດສາດ ຟີ​ຊິກ​ສາດ ເຄ​ມີສາດ ຊີວະ​ສາດ ພາສາ​ລາວ-ວັນນະ​ຄະດີ ພູມ​ສາດ ປະຫວັດສາດ ແລະ ສຶກ​ສາ​ພົນລະເມືອງ ມາຮອດ​ປັດຈຸບັນ​ ຖື​ວ່າການ​ກຽມຄວາມ​ພ້ອມ​ໃນ​ການ​ສອບເສັງແມ່ນ​ສຳເລັດ 100%.

ພິທີ​ເປີດ​ຂະ​ບວນ​ການ​ສອບເສັງ​ຊັ້ນ​ມັດທະຍົມ​ສຶກ​ສາ ​ປະຈຳສົກຮຽນ 2014-2015 ໄດ້​ຈັດ​ຂຶ້ນວັນ​ທີ 12 ມິຖຸນາ 2015 ທີ່​ໂຮງຮຽນ​ມັດທະຍົມ​ສຶກ​ສາ​ຕອນ​ປາຍມິດຕະພາບ ນະຄອນຫຼວງ​ວຽງຈັນ-ໂຮ່​ຈິ​ມິງ (ມັດທະຍົມ​ສຶກ​ສາຕອນ​ປາຍ​ສີ​ໂຄດ​ຕະບອງ) ໂດຍມີ​ທ່ານ ​ດຣ.ນາງ ສີ​ສຸກ ວົງ​ວິຈິດ ຫົວໜ້າ​ກົມ​ມັດທະຍົມ​ສຶກ​ສາ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ທັງ​ເປັນ​ປະທານ​ຄະນະ​ກຳ​ມະການ​ສອບເສັງ​ລະດັບ​ຊາດ ທ່ານຫົວໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລາ ນະຄອນຫລວງວຽງຈັນ ບັນດາ​ຫົວໜ້າຫ້ອງການ​ສຶກ​ສາ​ເມືອງ ຜູ້​ອຳນວຍ​ການ​ໂຮງຮຽນ ພະນັກງານ ຄູ-ອາຈານ ແລະ ນັກຮຽນ​ເຂົ້າຮ່ວມ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...