Homeຂ່າວຕ່າງປະເທດອິນໂດເນເຊຍ ອົບພະຍົບປະຊາຊົນອີກ 1,200 ຄົນ ຫລັງພູເຂົາໄຟຊິນາບຸງອອກລິດ!

ອິນໂດເນເຊຍ ອົບພະຍົບປະຊາຊົນອີກ 1,200 ຄົນ ຫລັງພູເຂົາໄຟຊິນາບຸງອອກລິດ!

Published on

558000007019101

ຊາວອິນໂດເນເຊຍຫລາຍກ່ວາ 1,200 ຄົນ ຕ້ອງອົບພະຍົບອອກຈາກທີ່ຢູ່ອາໄສເພີ່ມຕື່ມ ຫລັງຈາກທີ່ພູເຂົາໄຟຊິນາບຸງ ເທິງເກາະສຸມາດຕາ ເກີດການລະເບີດຮອບໃໝ່ໃນທ້າຍອາທິດທີ່ຜ່ານມາ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ມິຖຸນານີ້ວ່າ ທາງການອິນໂດເນເຊຍໄດ້ມີຄຳສັ່ງໃຫ້ອົບພະຍົບປະຊາຊົນ ໃນມື້ວັນຈັນທີ 15 ມິຖຸນາຜ່ານມານີ້ ຫລັງຈາກທີ່ພູເຂົາໄຟຊິນາບຸງ ເຊິ່ງມີຄວາມສູງປະມານ 2,600 ແມັດ ໄດ້ມີການລະເບີດຂຶ້ນຮອບໃໝ່ ໃນທ້າຍອາທິດທີ່ຜ່ານມາ ເຮັດໃຫ້ມີຂີ້ເຖົ່າຮ້ອນໄຫລອອກມາຕາມທາງລາດອຽງຂອງເນີນພູ ເຮັດໃຫ້ການອົບພະຍົບໃນເທື່ອນີ້ ລວມກັບຄັ້ງກ່ອນທີ່ມີການອົບພະຍົບຊາວບ້ານອອກກ່ອນແລ້ວໃນຕົ້ນເດືອນຜ່ານມາ ເປັນທັງໝົດເກືອບ 4,000 ຄົນ ແລ້ວ ແລະ ທາງເຈົ້າໜ້າທີ່ທະຫານໃນທ້ອງຖິ່ນກໍລະບຸວ່າ ພວກເຂົາມີແຜນຈະອົບພະຍົບປະຊາຊົນອອກຕື່ມອີກ 5 ເຖິງ 6 ບ້ານ ໃນອີກບໍ່ພໍເທົ່າໃດມື້ຂ້າງໜ້ານີ້ ເຊິ່ງມີປະຊາຊົນລວມກັນກ່ວາ 2,500​ ຄົນ.

ທັງນີ້ ພູເຂົາໄຟຊິນາບຸງ ແມ່ນມີການລະເບີດຄັ້ງຮຸນແຮງມາແລ້ວໃນເດືອນກຸມພາ ປີ2014 ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ແລະ ຫລາຍພັນຄົນຕ້ອງອົບພະຍົບໄປສູ່ສະຖານທີ່ປອດໄພ ເຊິ່ງພູເຂົາໄຟລູກດັ່ງກ່າວນີ້ ແມ່ນເປັນໜຶ່ງໃນຈຳນວນພູເຂົາໄຟທັງໝົດປະມານ 129 ໜ່ວຍ ທີ່ຍັງຄົງມີພະລັງຢູ່ໃນທົ່ວອິນໂດເນເຊຍ.

558000007019102 558000007019103

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...