spot_img
Homeຂ່າວພາຍ​ໃນລັດວິສາຫະກິດນໍ້າປະປາລາວຊີ້ແຈງ ເຫດຜົນນໍ້າປະປາມາບໍ່ສະດວກ 3 ວັນ

ລັດວິສາຫະກິດນໍ້າປະປາລາວຊີ້ແຈງ ເຫດຜົນນໍ້າປະປາມາບໍ່ສະດວກ 3 ວັນ

Published on

11109291_1452409005075849_8255189686530762351_n
ຂປລ. ລັດວິສາຫະກິດນໍ້າປະປາລາວໄດ້ຊີ້ແຈງສາເຫດນໍ້າປະປາມາບໍ່ສະດວກເປັນເວລາ 3 ວັນຜ່ານສໍານັກຂ່າວສານປະເທດລາວໃນວັນທີ 15 ມິຖຸນາ 2015 ນີ້ວ່າ: ໂຮງງານຜະລິດນໍ້າປະປາດົງບັງ ແລະ ໂຮງງານຜະລິດນໍ້າປະປາເກົ້າລ້ຽວບໍ່ສາມາດສະໜອງນໍ້າໃຫ້ຜູ້ບໍລິໂພກໃນບາງຈຸດ ແລະ ບາງບ້ານໃນນະຄອນຫລວງວຽງຈັນໄດ້ຢ່າງເຕັມສ່ວນເປັນເພາະລະບົບໄຟຟ້າຂັດຂ້ອງນັບແຕ່ວັນທີ 12-14 ມິຖຸນາ ເຊິ່ງບັນຫາດັ່ງກ່າວໄດ້ສ້າງຄວາມເດືອດຮ້ອນຕໍ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ແລະ ອື່ນໆຕ້ອງຜະເຊີນໜ້າກັບບັນຫາຂາດເຂີນນໍ້າກິນນໍ້າໃຊ້ພໍສົມຄວນ.
ກ່ຽວກັບບັນຫາທີ່ເກີດຂຶ້ນນັ້ນ, ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ຜູ້ອໍານວຍການລັດວິສາຫະກິດນໍ້າປະປາລາວໄດ້ເປີດເຜີຍຕໍ່ນັກຂ່າວຈາກສໍານັກຂ່າວສານປະເທດລາວໃນມື້ດຽວກັນວ່າ: ໂດຍປົກກະຕິແລ້ວພວກເຮົາມີໂຮງງານຜະລິດນໍ້າປະປາຫລາຍແຫ່ງທົ່ວນະຄອນຫລວງວຽງຈັນ ເຊິ່ງສາມາດສະໜອງນໍ້າປະປາໃຫ້ຜູ້ບໍລິໂພກ-ອຸປະໂພກໄດ້ເກືອບ 2 ແສນແມັດກ້ອນຕໍ່ມື້ ແຕ່ສິ່ງບໍ່ຄາດຄິດໄດ້ເກີດຂຶ້ນນັບແຕ່ວັນທີ 12 ມິຖຸນາເປັນຕົ້ນມາ ເມື່ອໂຮງງານຜະລິດນໍ້າປະປາດົງບັງ ແລະ ໂຮງງານຜະລິດນໍ້າປະປາເກົ້າລ້ຽວໄດ້ຮັບແຈ້ງວ່າບໍ່ສາມາດສະໜອງນໍ້າໄດ້ຢ່າງປົກກະຕິເພາະລະບົບໄຟຟ້າຕິດຂັດ ສົ່ງຜົນເຮັດໃຫ້ໂຮງງານນໍ້າປະປາ 2 ແຫ່ງດັ່ງກ່າວບໍ່ສາມາດດູດນໍ້າຂຶ້ນມາອ່າງເພື່ອຜະລິດນໍ້າປະປາໄດ້ຄືໄລຍະຜ່ານມາ ສະນັ້ນມາຮອດປັດຈຸບັນນີ້ ການສາມາດສະໜອງນໍ້າປະປາຈາກ 2 ແສນແມັດກ້ອນຕໍ່ມື້ມາເປັນ 1 ແສນ 70 ພັນແມັດກ້ອນຕໍ່ມື້.
ດ້ວຍເຫດດັ່ງກ່າວ ທາງລັດວິສາຫະກິດນໍ້າປະປາຂໍອະໄພໃນຄວາມບໍ່ສະດວກຕໍ່ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ແລະ ອົງການຈັດຕັ້ງກ່ຽວຂ້ອງ ແລະ ຄາດວ່າພາຍໃນຕອນແລງຂອງວັນທີ 15 ມິຖຸນາ 2015 ນີ້ ທາງລັດວິສາຫະກິດຈະຮ່ວມກັບລັດວິສາຫະກິດໄຟຟ້າປຶກສາຫາລື ແລະ ແກ້ໄຂສະພາບທີ່ຂຶ້ນໃຫ້ຖ່ວງທັນ.

ໂດຍ: ຮັກຊາດ ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...