Homeຂ່າວພາຍ​ໃນປະຫວັດຫຍໍ້ໆ ຍາທ່ານຄຳຕັນ

ປະຫວັດຫຍໍ້ໆ ຍາທ່ານຄຳຕັນ

Published on

11178211_917760651620605_4255602479575012125_n

ຍາທ່ານ ຄຳຕັນ ວໍຣະຣາດ ເປັນຄົນເມືອງທຸລະຄົມ ບ້ານຢູ່ໃກ້ໆ ກັບພູເຂົາຄວາຍ ທ່ານບາດເປັນສາມະເນນ ຕັ້ງແຕ່ອາຍຸ 13 ປີ ແລະກໍຢູ່ໃນພູເຂົາສັກສິດ(ພູເຂົ້າຄວາຍ) ມາຕັ້ງແຕ່ນ້ອຍ ໂດຍທ່ານຢູ່ກັບ ຍາທ່ານເພັດ ຫຼ້າສຸດເປັນເປັນເຈົ້າອາວາດວັດດົງປ່າລານ ແລະວັດປ່າພູເຂົາຄວາຍ, ເປັນທີ່ປຶກສາ ອົງການພຸດທະສາດສະໜາສຳພັນລາວ ສູນກາງ, ແລະຈະທຽວຂຶ້ນໄປວັດປ່າ ພະບາດພູເຂົາຄວາຍ ເປັນໄລຍະໆ. ມໍຣະນະພາບ ໃນວັນທີ່ 14/06/2015(2558) ເວລາ 20:40 ນາທີ ລວມອາຍຸ 97 ປີ.

ຫລວງປູ່ຄຳຕັນ ວໍຣະຣາຊ ແມ່ນເປັນຜູ້ນຳພາສ້າງວັດປ່າພຣະບາດພູເຂົາຄວາຍ ເຊິ່ງຕາ່ມຄວາມເຊື່ອຂອງຜູ້ສັດທາໃນເລື່ອງຂອງໄສຍະສາດໄດ້ເຊື່ອວ່າ ພູເຂົາຄວາຍ ເປັນສະຖານທືີ່ສັກສິດ ມີຖ້ຳຄູຫານ້ອຍໃຫຍ່ສະຫລັບຊັບຊ້ອນໄປມາຢ່າງລຶກລັບ ແລະ ງຽບສະຫງົບ ໂດຍເປັນສະຖານທີ່ຢູ່ອາໄສ ສຳລັບຜູ້ທີ່ຕ້ອງການບຳເພັນພຽນຝຶກຈິດຂອງບັນດາພະທຸດົງ ແລະ ເຫລົ່າຜູ້ສະແຫວງບຸນທັງຫລາຍ ແລະ ເປັນຈຸດໝາຍສູງສຸດຂອງບັນດາຈອມຂະມັງເວດ ທີ່ຕ້ອງການເດີນທາງມາ ເພື່ອສຶກສາຄາຖາວິຊາອາຄົມ ແລະ ເວດມົນຕ່າງໆ.

 

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...