Homeຂ່າວຕ່າງປະເທດນ້ຳຖ້ວມຈໍເຈຍ ສັດປ່າໜີອອກສວນສັດ ກະຈາຍຕາມຕົວເມືອງຫລາຍສິບໂຕ!

ນ້ຳຖ້ວມຈໍເຈຍ ສັດປ່າໜີອອກສວນສັດ ກະຈາຍຕາມຕົວເມືອງຫລາຍສິບໂຕ!

Published on

624865-01

ນ້ຳຖ້ວມໜັກ ນະຄອນຫລວງບີລີຊີ ຂອງຈໍເຈຍ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 12 ຄົນ ແລະ ສູນຫາຍຫລາຍກ່ວາ 24 ຄົນ ອີກທັງຍັງມີສັດໜີອອກຈາກສວນສັດອີກຫລາຍໂຕ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ມິຖຸນານີ້ວ່າ ເຫດການນ້ຳຖ້ວມຄັ້ງໃຫຍ່ໃນຈໍເຈຍ ໄດ້ເຮັດໃຫ້ຖະໜົນຫລາຍສາຍກາຍເປັນແມ່ນ້ຳ ຂະນະທີ່ໜ່່ວຍກູ້ໄພ ໄດ້ເຂົ້າຊ່ວຍເຫລືອອົບພະຍົບປະຊາຊົນຜ່ານທາງອາກາດ ໂດຍອຸທົກກະໄພຄັ້ງນີ້ ໄດ້ເຮັດໃຫ້ສັດຫລາຍໂຕຫລຸດອອກມາຈາກສວນສັດ ແລ້ວເຂົ້າມາໃນບໍລິເວນນະຄອນຫລວງບິລີຊີ ເຊິ່ງນາຍົກລັດຖະມົນຕີຈໍເຈຍ ໄດ້ອອກປະກາດຂໍໃຫ້ປະຊາຊົນຢູ່ແຕ່ພາຍໃນທີ່ພັກ ໂດຍມີສັດປ່າອັນຕະລາຍອອກມາຍ່າງເລາະຕາມຕົວເມືອງ ເຊິ່ງເຈົ້າໜ້າທີ່ໄດ້ເລັ່ງຕາມລ່າສັດອັນຕະລາຍ ເພື່ອຈັບເຂົ້າສວນສັດຄືນໄດ້ບາງສ່ວນ ແລະ ບາງສ່ວນກໍຈຳເປັນຈະຕ້ອງຍິງໃຫ້ຕາຍ.  ໃນນັ້ນສັດທີ່ຫລຸດອອກມາ ແມ່ນປະກອບມີໝາປ່າ 20 ໂຕ, ສິງໂຕ 8 ໂຕ ອີກທັງຍັງມີເສືອ, ໝາໄນ ແລະ ອື່ນໆອີກ.

 

NjpUs24nCQKx5e1D7RtDjRXUJFCYN1IVh6ouCU1sFCO

NjpUs24nCQKx5e1D7RtDjRXUJFCYN1KkkdkdoZecn7o

NjpUs24nCQKx5e1D7RtDjRXUJFCYN1PgEBpvvJSFNTE

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...