spot_img
Homeຂ່າວການສຶກສາພະແນກສຶກສາ​ ແລະ ກິລາ ນ.ວ ພ້ອມສຳລັບການ​ສອບ​ເສັງ​​ຈົບ​ຊັ້ນ ມໍ ຕົ້ນ ​ແລະ ມໍ ປາຍ ພາຍໃນເດືອນມິຖຸນານີ້!

ພະແນກສຶກສາ​ ແລະ ກິລາ ນ.ວ ພ້ອມສຳລັບການ​ສອບ​ເສັງ​​ຈົບ​ຊັ້ນ ມໍ ຕົ້ນ ​ແລະ ມໍ ປາຍ ພາຍໃນເດືອນມິຖຸນານີ້!

Published on

sueksa

ທ່ານຊົມ​ພູ ​ແກ້ວ​ປັນຍາ ຫົວໜ້າ​ພະ​ແນ​ກສຶກສາ​ທິການ ​ແລະ ກິລານະຄອນຫລວງ​ວຽງ​ຈັນ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ລາວ​ພັດທະນາ​ໃນ​ວັນ​ທີ 12 ມິຖຸນາ​ນີ້​ວ່າ: ມາ​ຮອດ​ປັດຈຸບັນນີ້ການ​ກະກຽມ​ຈັດການ​ສອບ​ເສັງ​​ເລື່ອນ​ຂັ້ນທົ່ວ​ນະ ຄອນຫລວງ​ວຽງຈັນໃນສົກ​ປີ 2014-2015 ນີ້ແມ່ນ​ມີ​ຄວາມ​ພ້ອມ​ແລ້ວ 100% ບໍ່​ວ່າ​ຈະ​ເປັນ​ສະຖານ​ທີ່ກໍ​ຄື​ສູນ​ສອບ​ເສັງ, ອຸປະກອນ​ຮັບ​ໃຊ້​ເຂົ້າ​ໃນ​ການ​ສອບ​ເສັງ, ງົບປະມານ ​ແລະ ​ອື່ນໆ​.

ການ​ສອບ​ເສັງ​ຈົບ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ (ມ 4) ​ທົ່ວ​ນະຄອນຫລວງ​ວຽງ​ຈັນແມ່ນ​ຈະ​ມີ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 16-18 ມິຖຸນາ​ນີ້, ​ໂດຍ​ຈະ​ມີ​ນັກຮຽນ​ເຂົ້າ​ຮ່ວມ​ສອບ​ເສັງ​ທັງ​ໝົດ​ 12.409 ຄົນ, ຍິງ 6.057 ຄົນ, ​ແບ່ງ​ອອກ​ເປັນ 24 ສູນສອບ​ເສັງ, ລວມມີ 503 ຫ້ອງສອບ​ເສັງ, ​​ເຊິ່ງຫ້ອງ 1 ສາມາດບັນຈຸ​ນັກ​ສອບ​ເສັງ​ໄດ້​ປະມານ 23 ຄົນ, ມີ​ກຳມະການ​ຍາມ​ຫ້ອງ​ເສັງ​ 2 ຄົນ/ຫ້ອງ ແລະ ວິຊາ​ທີ່ຈະ​

ສອບ​ເສັງ​ມີ 5 ວິຊາ​ຄື: ວິຊາ​ຄະນິດສາດ, ວິທະຍາສາດ-ທຳ​ມະ​ຊາດ, ວິທະ ຍາສາດ-ສັງຄົມ, ພາສາ​ລາວ-ວັນນະຄະດີ ​ແລະສຶກສາ​ພົນລະ​ເມືອງ. ສ່ວນຊັ້ນ​ມັດທະຍົມ​ຕອນ​ປາຍ (ມ7) ​ແມ່ນ​ຈະ​ຈັດ​ຂຶ້ນ​ໃນລະຫວ່າງ​ວັນ​ທີ 23-26 ມິຖຸນາ​ນີ້, ຄາດ​ວ່າ​ຈະມີ​ນັກ​ສອບ​ເສັງ​ເຂົ້າ​ຮ່ວມ​ທັງ​ໝົດ​ 9.049 ຄົນ, ຍິງ 4.439 ຄົນ, ​ແບ່ງ​ອອກ​ເປັນ 18 ສູນ, ລວມມີ 403 ຫ້ອງສອບ​ເສັງ, ​​ເຊິ່ງ​ແຕ່ລະຫ້ອງຈະ​ມີນັກ​ສອບ​ເສັງ​ປະມານ 22 ຄົນ/​ກຳມະການ​ ​2 ຄົນ/ຫ້ອງ ແລະ ​ມີ 8 ວິຊາ​ຄື: ວິຊາ​ຄະນິດສາດ, ຟີ​ຊິກ​ສາດ, ຊີວະ​ສາດ, ​ເຄມີ​ສາດພາສາ​ລາວ, ພູມ​ສາດ, ສຶກສາ​ພົນລະ​ເມືອງ ​ແລະ ປະ​ຫວັດ​ສາດ.

ທ່ານຊົມ​ພູ ​ແກ້ວ​ປັນຍາ ຍັງ​​ໃຫ້​ຮູ້​​ຕື່ມ​ວ່າ: ອີງຕາມ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ສຶກສາ ​​ແຕ່ລະໄລຍະ​​ຂອງ​ກະ ຊວງ​ສຶກສາ​ທິການ​ ​ແລະ ກິລາ​ວາງ​ອອກ ​ໃຫ້ມີ​ປະສິດທິ​ຜົນ​, ​ທາງ​ພະ​ແນ​ກການ​ພວກ​ເຮົາກໍໄດ້​ເລັ່ງຍົກ​ສູງ​ຄຸນ​ນະພາ​ບການ​ຮຽນ-ການ​ສອນ​ຕາມ​ຫລັກສູດ ​ແລະ ນຳ​ໃຊ້​ປຶ້ມ​ແບບຮຽນ​ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​ການ​ສຶກສາ​ໄດ້​ພັດທະນາ​ຂຶ້ນ, ພ້ອມ​ຈັດ​ສົ່ງ​​ຄູ-ອາຈານ​ໄປຍົກ​ລະດັບຢູ່​ວິທະຍາ​ໄລ​ຕ່າງໆ ​ແລະ ​ໄດ້​ຈັດ​ຕັ້ງ​ການ​ຮຽນ​ເພີ່ມ​ໃຫ້​ນັກຮຽນ​ຜູ້​ຮຽນ​ອ່ານ​ຕື່ມ​ອີກ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...