Homeເກາະຕິດກິລາຊີເກມມຽນມາຈະສາມາດລ້າງຕາຄວ້າຫຼຽນຄຳໄດ້ໃນຊີເກມຄັ້ງທີ28ຫຼືບໍ່!

ມຽນມາຈະສາມາດລ້າງຕາຄວ້າຫຼຽນຄຳໄດ້ໃນຊີເກມຄັ້ງທີ28ຫຼືບໍ່!

Published on

ສຳລັບການແຂ່ງຂັນບານເຕະ ຊີເກມ ຄັ້ງທີ 28 ທີ່ ປະເທດສິງກະໂປໃນຮອບຊີງຊະນະເລີດ ລະຫວ່າງ ທີມຊາດໄທ ແຊ້ມເກົ່າ ທັງເປັນແຊ້ມ 14 ສະໄໝ ພົບກັບ ທີມຊາດມຽນມາ ອະດີດແຊ້ມ 5 ສະໄໝ ເຊິ່ງຖືວ່າ ເປັນຮູບເງົາມ້ວນເກົ່າເລີຍກໍ່ວ່າໄດ້, ເຊິ່ງຮູບເງົາເລື່ອງນີ້ຕ້ອງຍ້ອນຄືນຫຼັງໄປເມື່ອປີ 1993 ຫຼື 22 ປີກ່ອນ ໃນຊີເກມ ຄັ້ງທີ 17 ທີ່ປະເທດ ສິງກະໂປ ເປັນເຈົ້າພາບເຊັ່ນດຽວກັນ, ເຊິ່ງໃນຕອນນັ້ນ ໄທ ເອົາຊະນະ ມຽນມາ ໄປຫວຸ ຫວິດ 4-3 ປະຕູໃນຮອບຊີງຊະນະເລີດນອກຈາກໄທຈະຄວ້າຫຼຽນຄຳໄປຄອງແລ້ວຍັງເປັນການແຈ້ງເກີດຂອງ ກຽດຕິ ສັກເສນາເມືອງ (ຊິໂກ້) (ຄູເຝິກທີມຊາດໄທຊຸດໃຫຍ່ ໃນປັດຈຸບັນ) ຜູ້ທີ່ຍິງປະຕູໄຊໃນຄັ້ງນັ້ນ.

ເຖິງຢ່າງໃດກໍ່ຕາມ, ເສັ້ນທາງສູ່ຮອບຊີງຊະນະເລີດບານເຕະ ຊີເກມ 2015 ຂອງທັງ 2 ທີມ ຖືວ່າຂ້ອນຂ້າງສົດໃສໂດຍມຽນມາເປັນທີມແຊ້ມກຸ່ມ A ມີ 10 ຄະແນນ ນັດທຳອິດ ຖະຫຼົ່ມ ອິນໂດເນ ເຊຍ 4-2 ເຊິ່ງເປັນການລ້າງແຄ້ນຫຼັງຈາກທີ່ພວກເຂົາເຂ່ຍ ມຽນມາ ຕົກຮອບທຳອິດໄປຢ່າງເຈັບແສບໃນຊີເກມ 2013, ນັດທີ 2 ເອົາຊະນະ ສິງກະໂປ ເຈົ້າພາບ ຫວຸດຫວິດ 2-1 ກ່ອນຈະໄລ່ຖະຫຼົ່ມພ້ອມທັງສົ່ງ ຟີລິບປິນ ກັບບ້ານ 5-1 ແລະ ນັດສຸດທ້າຍ ຫືດຂຶ້ນຄໍກ່ອນໄລ່ຕີສະເໝີ ກຳປູເຈຍ ສຸດມັນໃນທ້າຍເກມ 3-3 ຫຼັງເປັນຮອງເຖິງ 1-3 ປະຕູ ຜ່ານເຂົ້າຮອບຮອງຊະນະເລີດ ໄປພົບກັບ ທີມຊາດ ສສ ຫວຽດນາມ ທີມເຕັງແຊ້ມທີ່ມາພ້ອມກັບຜົນງານທີ່ຮ້ອນແຮງດ້ວຍການຖະຫຼົ່ມ ບູໄນ 6-0, ຊະນະ ລາວ 1-0, ຖະຫຼົ່ມ ມາເລເຊຍ 5-1, ຖະຫຼົ່ມ ຕີມໍ ເລສເຕ 4-0 ກ່ອນຈະເສຍ ໃຫ້ໄທ 1-3 ນັດນີ້ທຸກຄົນຕ່າງກໍ່ເຫັນວ່າ ມຽນມາ ເປັນຮອງຢ່າງສິ້ນເຊີງແຕ່ໃນທີ່ສຸດ ‪‎ຊິຕູອອງ‬ ກັບ ເນລິນຕັນ ກໍ່ຊ່ວຍກັນຍິງຄົນລະປະຕູໃຫ້ມຽນມາ ເອົາຊະນະ ຫວຽດນາມ ຫວຸດ ຫວິດ 2-1 ຜ່ານເຂົ້າຮອບຊີງຊະນະເລີດໄດ້ເປັນຄັ້ງທຳອິດ ໃນຮອບ 22 ປີ ສ່ວນ ຫວຽດນາມ ຮັກສາສະຖິຕິເຂົ້າໄດ້ພຽງຮອບ 4 ທີມເປັນສະໄໝທີ 2 ຕິດຕໍ່ກັນ.

ໃນຂະນະທີ່ ທີມຊາດໄທ ພວກເຂົາມາເພື່ອປ້ອງກັນແຊ້ມເຊິ່ງຜົນງານກໍ່ໂດດເດັ່ນບໍ່ໜ້ອຍໜ້ານັດທຳອິດເອົາຊະນະ ລາວ ໄປແບບຂາດຮອຍ 6-0, ນັດທີ 2 ຊະນະ ຕີມໍ ເລສເຕ 2-1, ນັດທີ 3 ຊະນະ ມາເລເຊຍ 1-0, ນັດທີ 4 ຖະຫຼົ່ມ ບຣູໄນ 5-0 ແລະ ປິດທ້າຍ ດ້ວຍການກອດຄໍ ຫວຽດນາມ ເຂົ້າຮອບ 4 ທີມ 3-1 ປະຕູ ເປັນແຊ້ມ ກຸ່ມ A ມີ 15 ຄະແນນ ຜ່ານເຂົ້າຮອບ 4 ທີມໄປພົບກັບ ອິນໂດເນເຊຍ ຮອງແຊ້ມປີ 2013 ທີ່ຜ່ານເຂົ້າຮອບ 4 ທີມ ແບບຊ໊ອກແຟນບານເຈົ້າພາບ, ຫຼັງຈາກນັດສຸດທ້າຍພວກເຂົາເອົາຊະນະ ສິງກະໂປ ຫວຸດຫວິດ 1-0 ເຊິ່ງກ່ອນໜ້ານັ້ນ ທັງ 2 ທີມຕ້ອງລຸ້ນເຂົ້າຮອບໃນນັດສຸດທ້າຍ ໂດຍມີ 6 ຄະ ແນນເທົ່າກັນ.

ທັງນີ້, ຈາກສະຖິຕິພົບກັນຫຼ້າສຸດໃນຊີເກມ ທີມຊາດ ມຽນມາ ຖືວ່າບໍ່ໄດ້ເປັນຮອງ ທີມຊາດໄທ ແຕ່ຢ່າງໃດກໍ່ຕາມໂດຍໃນຊີເກມ 2013 ທີ່ມຽນມາເປັນເຈົ້າພາບ ໄທ ສະເໝີ ມຽນມາ 1-1 ໃນຮອບແບ່ງກຸ່ມ ນັດທີ 3 ຂອງກຸ່ມ ຕິດຕາມໄປພ້ອມກັນວ່າ ຢູ-23 ມຽນມາ ຈະເອົາຊະນະ ຢູ-23 ໄທ ແຊ້ມເກົ່າພ້ອມຄວ້າຫຼຽນຄຳມາຄ້ອງຄໍໄດ້ຫຼືບໍ່.
ຢ່າພາດ ມື້ນີ້ (15 ມິຖຸນາ) ເວລາ 19:30 ຖ້າຕິດຕາມວ່າໃຜຈະເປັນແຊ້ມບານເຕະໃນກິລາຊີເກມຄັ້ງທີ 28 ທີ່ປະເທດສິງດະໂປປເປັນເຈົ້າພາບ

11401453_1639032766309897_1315863973976056306_n

ແຫຼ່ງຂ່າວຈາກ: ໜສພ ສຶກສາ-ກິລາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...