spot_img
Homeຂ່າວພາຍ​ໃນຫລວງປູ່ຄຳຕັນ ວໍຣະຣາຊ ຜູ້ນຳພາສ້າງວັດປ່າພຣະບາດພູເຂົາຄວາຍ ມໍລະນະພາບແລ້ວ!

ຫລວງປູ່ຄຳຕັນ ວໍຣະຣາຊ ຜູ້ນຳພາສ້າງວັດປ່າພຣະບາດພູເຂົາຄວາຍ ມໍລະນະພາບແລ້ວ!

Published on

10426070_596197250522229_4080437314581045118_n

ແຈ້ງຂ່າວດ້ວຍຄວາມໂສກເສ້າ ໃຫ້ທຸກທ່ານໄດ້ຮັບຮູ້ວ່າ ຫລວງປູ່ຄຳຕັນ ວໍຣະຣາຊ ອະດີດເຈ້າອາວາດວັດດົງປ່າລານ ອະດີດທີ່ປຶກສາ ອ ພ ສ ສູນກາງ ໄດ້ລະສັງຂານໄປແລ້ວ ໃນມື້ວັນທິດ 14/06/2558 ເວລາ 20:40 ນາທີ.

ຍາທ່ານ ຄຳຕັນ ວໍຣະຣາດ ເປັນຄົນເມືອງທຸລະຄົມ ບ້ານຢູ່ໃກ້ໆ ກັບພູເຂົາຄວາຍ ທ່ານບາດເປັນສາມະເນນ ຕັ້ງແຕ່ອາຍຸ 13 ປີ ແລະກໍຢູ່ໃນພູເຂົາສັກສິດ(ພູເຂົ້າຄວາຍ) ມາຕັ້ງແຕ່ນ້ອຍ ໂດຍທ່ານຢູ່ກັບ ຍາທ່ານເພັດ ປັດຈຸບັນເປັນເຈົ້າອາວາດວັດດົງປ່າລານ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະຈະທຽວຂຶ້ນໄປວັດປ່າ ພະບາດພູເຂົາຄວາຍ ເປັນໄລຍະໆ.

ຫລວງປູ່ຄຳຕັນ ວໍຣະຣາຊ ແມ່ນເປັນຜູ້ນຳພາສ້າງວັດປ່າພຣະບາດພູເຂົາຄວາຍ ເຊິ່ງຕາ່ມຄວາມເຊື່ອຂອງຜູ້ສັດທາໃນເລື່ອງຂອງໄສຍະສາດໄດ້ເຊື່ອວ່າ ພູເຂົາຄວາຍ ເປັນສະຖານທືີ່ສັກສິດ ມີຖ້ຳຄູຫານ້ອຍໃຫຍ່ສະຫລັບຊັບຊ້ອນໄປມາຢ່າງລຶກລັບ ແລະ ງຽບສະຫງົບ ໂດຍເປັນສະຖານທີ່ຢູ່ອາໄສ ສຳລັບຜູ້ທີ່ຕ້ອງການບຳເພັນພຽນຝຶກຈິດຂອງບັນດາພະທຸດົງ ແລະ ເຫລົ່າຜູ້ສະແຫວງບຸນທັງຫລາຍ ແລະ ເປັນຈຸດໝາຍສູງສຸດຂອງບັນດາຈອມຂະມັງເວດ ທີ່ຕ້ອງການເດີນທາງມາ ເພື່ອສຶກສາຄາຖາວິຊາອາຄົມ ແລະ ເວດມົນຕ່າງໆ.

ທັງນີ້ ຜູ້ທີ່ເຊື່ອຖືໃນເລື່ອງດັ່ງກ່າວ ໄດ້ໃຫ້ທັດສະນະວ່າ ພູເຂົາຄວາຍ ແມ່ນປຽບເໝືອນສູນລວມແຫ່ງວິຊາໄສຍະເວດ ເຊັ່ນດຽວກັບສຳນັກຕັກສິລາໃນຊົມພູທະວີບເມື່ອຄັ້ງອະດີດ ຫລື ປະເທດອິນເດຍໃນປັດຈຸບັນ ແລະ ບໍ່ແຕກຕ່າງໄປຈາກສຳນັກວັດເສົ້າຫລິນຂອງຈີນ ທີ່ເປັນແຫລ່ງຝຶກວິທະຍາຍຸດອີກດ້ວຍ ເຮັດໃຫ້ສະຖານທີ່ດັ່ງກ່າວນີ້ ບໍ່ພຽງແຕ່ຜູ້ສັດທາທີ່ເປັນຄົນລາວເທົ່ານັ້ນ ຫາກຍັງມີນັກສະແຫວງວິຊາໄສຍະສາດ ຈາກຕ່າງປະເທດ ເຊັ່ນຈາກປະເທດໄທ, ກຳປູເຈຍ ແລະ ມຽນມາ ກໍມີຄວາມຕ້ອງການທີ່ຈະເດີນທາງມາສະແຫວງຫາວິຊາຄວາມຮູ້ ຢູ່ພູເຂົາຄວາຍດັ່ງກ່າວນີ້.

ປັດຈຸບັນ ເຖິງແມ່ນຫລວງປູ່ຄຳຕັນ ວໍຣະຣາຊ ຈະໄດ້ຈາກໄປແລ້ວກໍຕາມ ແຕ່ວັດປ່າພຣະບາດພູເຂົາຄວາຍ ຍັງຄົງມີພຣະສົງ, ສາມະເນນ ແລະ ແມ່ຊີ ຈຳພັນສາຢູ່ເພື່ອບູລະນະສ້າງສາສືບໄປ.

11156416_596197270522227_2181882221774560093_n

11406939_596197303855557_3073899912253769023_n

ຮູບພາບຈາກ: Phra Phanthong Thong Phomyxay

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...