Homeຂ່າວພາຍ​ໃນມອບ-ຮັບໜ້າທີ່ຫົວໜ້າກົມ ວັດທະນະທໍາມະຫາຊົນ ຄົນໃໝ່

ມອບ-ຮັບໜ້າທີ່ຫົວໜ້າກົມ ວັດທະນະທໍາມະຫາຊົນ ຄົນໃໝ່

Published on

11406784_1451818371801579_3861865080666793028_n
ຂປລ. ໃນວັນທີ 12 ມິຖຸນາ 2015 ນີ້ ທີ່ກົມວັດທະນະທໍາມະຫາຊົນ ກະຊວງຖະແຫລງ ຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ)ໄດ້ຈັດພິທີມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ສີແພງ ວົງປັນຍາ ຫົວໜ້າກົມວັດທະນະທໍາມະຫາຊົນຜູ້ເກົ່າ ແລະ ທ່ານນາງ ຈັນເພັດ ຄໍາຟອງ ຮັກສາການຫົວໜ້າກົມວັດທະນະທໍາມະຫາຊົນຜູ້ໃໝ່. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສຈ.ດຣ.ບໍ່ແສງຄໍາ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຫົວໜ້າກົມ-ຮອງກົມ ແລະ ພະ ນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ສຈ.ດຣ ບໍ່ແສງຄໍາ ວົງດາລາ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນໍາວຽກງານບາງດ້ານ ໃຫ້ແກ່ຫົວໜ້າກົມຜູ້ໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ຊີ້ນໍາໆພາ ດ້ານການເມືອງແນວຄິດ ແລະ ມີຫລັກໝັ້ນການເມືອງໜັກແໜ້ນ, ນຳພາວຽກງານວິຊາສະເພາະ, ວຽກງານຄົ້ນຄ້ວາ ໃນການເປັນເສນາທິການໃຫ້ຂັ້ນເທິງ ໃນການຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍ ຂອງ ພັກ-ລັດ ແນໃສ່ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...