spot_img
Homeຂ່າວຕ່າງປະເທດບົດຄວາມຂອງພະນະທ່ານ ມີຄາອິນ ບາຣານົບ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍປະຈຳສປປລາວເນື່ອງໃນໂອກາດວັນຊາດຂອງລັດເຊຍ

ບົດຄວາມຂອງພະນະທ່ານ ມີຄາອິນ ບາຣານົບ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍປະຈຳສປປລາວເນື່ອງໃນໂອກາດວັນຊາດຂອງລັດເຊຍ

Published on

ວັນຊາດຂອງລັດເຊຍໄດ້ສະເຫຼີມສະຫຼອງກັນມາແຕ່ປີ 1992 ເຊີ່ງສະຫະພັນລັດເຊຍ ໃນຖະນະເປັນຜູ້ສືບທອດຂອງ ສະຫະພາບໂຊວຽດ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນດັ່ງກ່າວບໍ່ພຽງແຕ່ສະທ້ອນເຖິງການປ່ຽນແປງທາງດ້ານປະຊາທິປະໄຕ ແລະ ເສດຖະກິດຢ່າງເລິກເຊິ່ງທີ່ໄດ້ເລີ້ມຕົ້ນຂຶ້ນຢູ່ປະເທດພວກເຮົາຫຼາຍກວ່າ 20 ປີມາແລ້ວເທົ່ານັ້ນ, ແຕ່ມັນຍັງສະທ້ອນເຖິງເສັ້ນທາງປະຫວັດສາດທັງໝົດຂອງປະເທດລັດເຊຍທີ່ໄດ້ພັດທະນາຢ່າງຕໍ່ເນື່ອງຫຼາຍກວ່າສິບເອັດສັດຕະວັດມາແລ້ວ.

ຊາດລັດເຊຍ ແລະ ຄົນລັດເຊຍທີ່ອາໃສຢູ່ນອກປະເທດລັດເຊຍ ແມ່ນສ່ວນໜຶ່ງທີ່ໃຫຍ່ສົມຄວນຂອງຄວາມສີວິໄລຂອງໂລກ, ພວກເຮົາ ຍາມໃດກໍ່ບໍ່ຄວນລືມເລີຍວ່າ ລັດເຊຍໄດ້ໃຫ້ຕົວຢ່າງທີ່ບໍ່ສາມາດສົມທຽບໄດ້ແກ່ໂລກ ຄວາມເສຍສະຫຼະຕົວເອງຢ່າງແທ້ຈິງ, ຄວາມກ້າຫານ ແລະ ຄວາມເຂັ້ມແຂງແຫ່ງຈິດວິນຍານໃນກອງທັບ, ໃນຂົງເຂດການອອກແຮງງານ ແລະ ພົນລະເຮືອນ. ບໍ່ຄວນລືມເລີຍວ່າຜົນງານທາງດ້ານວັດທະນະທຳ ແລະ ວິທະຍາສາດທີ່ບໍ່ຊ້ຳຮອຍໃຜ ແລະ ສິ່ງປະດິດສ້າງຫຼາຍຢ່າງ ຖືກຊາວລັດເຊຍສ້າງຂຶ້ນ ເຫັນໄດ້ຊັດເຈນວ່າ ປະຊາຊົນລັດເຊຍໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຄວາມຄືບໜ້າຂອງການພັດທະນາທົ່ວໂລກ ຜົນສຳເລັດປັດຈຸບັນຂອງນັກວິທະຍາສາດ, ນັກຂຽນ ແລະ ສິນລະປິນ ຄົນລັດເຊຍ ແມ່ນ ຫຼັກຖານທີ່ຢືນຢັນວ່າ ຄວາມຕໍ່ເນື່ອງລະຫວ່າງຍຸກສະໄຫມຕ່າງໆ, ຄວາມຄິດ ແລະ ການສຳຫຼວດດ້ານແນວຄິດສ້າງສັນຍັງສືບຕໍ່ໄປເລື້ອຍໆ.

ໃນຂະນະທີ່ສົງຄາມເຢັນໄດ້ສິ້ນສຸດລົງ ແລະ ສະຫະພາບໂຊຫວຽດກໍ່ຫລົ້ມສະລາຍ, ປະຊາຊົນພວກເຮົາຈະຕ້ອງໄດ້ປະສົບກັບການປ່ຽນແປງແບບໂສກນາດຕະກຳ ໂດຍບໍ່ເອົາຫົວຊາຕໍ່ຄວາມຫຍຸ້ງຍາກເຫຼົ່ານີ້, ຊົນຊາດລັດເຊຍສາມາດລະດົມທຸກໆຄວາມສາມາດບົ່ມຊ້ອນພາຍໃນທັງໝົດ ແລະ ຜ່ານຜ່າຊ່ວງເວລາທີ່ຍາກລຳບາກ ໃນຊ່ວງປີດັ່ງກ່າວໄດ້ສຳເລັດເຮັດຫຼາຍສິ່ງຫຼາຍຢ່າງ, ໃນນັ້ນ ລະບົບການເມືອງຂອງພວກເຮົາກາຍເປັນໜຶ່ງຂອງລະບົບປະຊາທິປະໄຕ ເຊີ່ງມີເສລີພາບຂັ້ນພື້ນຖານການຍຶດຖື ແລະ ຮູບແບບທີ່ເນັ້ນອ່ຽງແບບການຕະຫຼາດຂອງການພັດທະນາທີ່ຖືກຈັດຕັ້ງຂຶ້ນ, ປະເທດລັດເຊຍໄດ້ຜ່ານຜ່າຮັກສາຕົວໄວ້ໄດ້ ແລະ ກາຍເປັນປະເທດທີ່ມີຖານະທີ່ເຂັ້ມແຂງເທື່ອໃຫມ່.

ໃນຊ່ວງທ້າຍຂອງສັດຕະວັດທີ20 ລະບົບສອງຂົ້ວໄດ້ກາຍເປັນປະຫວັດສາດ ຍ້ອນບໍ່ພຽງແຕ່ການຫລົ້ມສະລາຍຂອງສະຫະພາບໂຊຫວຽດ, ແຕ່ຍັງທິດທາງຂອງການພັດທະນານານາຊາດອີກດ້ວຍ ຊ່ວງເວລາທີ່ໄດ້ມີມະຫາອຳນາດໃນຈຳນວນຈຳກັດຄຸມຄອງຊະຕາກຳຂອງປະເທດອື່ນໆໃນທົ່ວໂລກ ມັນໄດ້ສິ້ນສຸດລົງແລ້ວ. ໃນເວລານີ້, ຢູ່ທົ່ວໂລກຄວາມຫຼາກຫຼາຍອັນກວ້າງຂວາງຂອງປະຊາຊົນ ແລະ ປະເທດທີ່ມີເອກະລາດໄດ້ປາກົດຂຶ້ນຢ່າງແທ້ຈິງ ແລະ ເຂົາເຈົ້າກໍ່ເຊື່ອໝັ້ນຕົວເອງທີ່ຈະກຳນົດເສັ້ນທາງພັດທະນາຂອງຕົນເອງໄດ້ປາສະຈາກການແນະນຳ ແລະ ການສະໜີຈາກພາຍນອກ.

ທ່າມກາງສະຖານະການປັ່ນປ່ວນຂອງໂລກທີ່ກຳລັງດຳເນີນຢູ່ໃນປັດຈຸບັນນີ້ ສິ່ງສຳຄັນທີ່ຈະຕ້ອງຈົດຈຳ ແມ່ນ ອັນຕະລາຍຂອງ ຄວາມພະຍາຍາມໃນການຄອບຄອງທົ່ວໂລກ, ຄວາມເຊື່ອຖືແບບງົມງວາຍໃນຄວາມວິເສດຂອງຕົນ, ທາງເລືອກແບບຕາມໃຈນຶກຂອງວິທີການເພື່ອບັນລຸເປົ້າໝາຍທາງພູມິສາດການເມືອງ ເຊີ່ງມັນອາດສາມາດນຳໄປສູ່ຜົນກະທົບອັນຮ້າຍແຮງສຳລັບທົ່ວໂລກ.

ຂ້າພະເຈົ້າເຊື່ອໝັ້ນວ່າ ໄລຍະປ່ຽນຜ່ານຢູ່ໃນການພົວພັນສາກົນ ເຊີ່ງເລີ່ມຕົ້ນຈາກການຫລົ້ມສະລາຍຂອງສະຫະພາບໂຊຫວຽດ ໃນປັດຈຸບັນນີ້ ມັນຄ່ອຍໆກ້າວເຂົ້າສູ່ຈຸດຈົບຂອງມັນ, ມັນເຖິງເວລາແລ້ວທີ່ຈະເລືອກເອົາລະບຽບການຂອງໂລກແບບໃຫມ່ໂດຍມີພື້ນຖານເປັນລະບົບຫຼາຍຂົ້ວ, ຄວາມສະເໝີພາບ, ການນັບຖືຊຶ່ງກັນ ແລະ ກັນ ແລະ ການຄຳນຶງເຖິງຜົນປະໂຫຍດຂອງຊາດອື່ນໆຊຶ່ງກັນ ແລະ ກັນ ໃນການພົວພັນສາກົນ ຈະຕ້ອງບໍ່ມີບ່ອນຫວ່າງ ສຳລັບ ການແຊກແຊງແບບຈົງໃຈເຂົ້າໃນກິດຈະການອະທິປະໄຕພາຍໃນ, ການໃຫ້ຄຳປຶກສາ ແລະ ການບີບບັງຄັບຮູບແບບການພັດທະນາອັນໃດອັນໜຶ່ງ, ການປົກປັກຮັກສາໂລກຂອງພວກເຮົາຮ່ວມກັນແມ່ນສິ່ງທີ່ພວກເຮົາຕ້ອງການໃຫ້ມີເພື່ອຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຢູ່ບົນຜືນແຜ່ນດິນຂອງພວກເຮົາຮ່ວມກັນ ລະບຽບການຂອງໂລກແບບໃໝ່ຈະຕ້ອງ ສະທ້ອນແສງເຖິງທຳມະຊາດອັນແທ້ຈິງຂອງຄວາມສີວິໄລຂອງມວນມະນຸດຄື ຄວາມຫຼາກຫຼາຍ ແລະ ຄວາມແຕກຕ່າງ.

ຕົວຢ່າງທີ່ດີຂອງການສົນທະນາລະຫວ່າງປະເທດ ແມ່ນສາຍພົວພັນລະຫວ່າງສະຫະພັນລັດເຊຍ ແລະ ສປປລາວ ອັນນີ້ບໍ່ແມ່ນຄວາມລັບ, ປະຫວັດສາດແຫ່ງສາຍພົວພັນຂອງພວກເຮົາ ແມ່ນມາຈາກອະດີດຂອງການປະຕິວັດ ແລະ ການຕ້ານການລ່າເມືອງຂຶ້ນ ເຖິງແມ່ນວ່າ ສະຫະພາບໂຊວຽດໄດ້ສະລາຍຕົວ ແລະ ມີສະຫະພັນລັດເຊຍສ້າງຕັ້ງຂຶ້ນແທນມາ ແຕ່ຄວາມສຳພັນຂອງພວກເຮົາກັບປະເທດລາວ ກໍ່ຍັງແມ່ນອ້າຍນ້ອງທີ່ແທ້ຈິງຢູ່, ຂ້າພະເຈົ້າຍັງເຊື່ອໝັ້ນຢ່າງເລິກເຊິ່ງວ່າ ເຫດຜົນສຳລັບຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈນັ້ນແມ່ນພວກເຮົາມີຕົ້ນກຳເນີດມາຈາກແຫຼ່ງແຫ່ງຄວາມນັບຖືເຊີ່ງກັນ ແລະ ກັນ ແລະ ຄວາມຈິງໃຈທີ່ຈະເວົ້າກັນຄືຄູ່ຮວ່ມທີ່ເທົ່າທຽມກັນໂດຍບໍ່ຄຳນຶງເຖິງຂະໜາດ ແລະ ຄວາມອາດສາມາດຂອງແຕ່ລະຝ່າຍ ຖ້າພວກເຮົາຫາກບໍ່ສູນເສຍສັກກະຍະພາບນີ້, ມິດຕະພາບ ລັດເຊຍ-ລາວ ຈະບໍ່ຫາຍສາບສູນໄປເລີຍ ຂ້າພະເຈົ້າຫວັງວ່າປີນີ້ຈະເອົາສິ່ງດີໆໃຫມ່ຕື່ມມາເຂົ້າໃນສາຍພົວພັນຄວາມເປັນຄູ່ຮ່ວມຍຸດຖະສາດຂອງພວກເຮົາ ເພາະວ່າ ປີ2015ນີ້ ສະເຫຼີມສະຫຼອງ ຄົບຮອບ55ປີຂອງການສ້າງຕັ້ງສາຍພົວພັນການທູດລະຫວ່າງລັດເຊຍແລະລາວ, ຂ້າພະເຈົ້າເຊື່ອໝັ້ນວ່າປີນີ້ຈະຊ່ວຍຊຸກຍູ້ໃຫ້ມີການຍົກລະດັບສາຍພົວພັນລະຫວ່າສອງປະເທດສອງຊາດເຮົາໃຫ້ສູງຂຶ້ນ.

20407_1635440840002636_4421116534468056632_n

ບົດຄວາມຫຼ້າສຸດ

ໄທຜ່ານແລ້ວ! ກົດໝາຍສົມລົດເທົ່າທຽມ ສາມາດຈົດທະບຽນສົມລົດໄດ້ໃນຕົ້ນປີ 2025

ອີງຕາມສຳນັກຂ່າວ BBC ລາຍງານໃນວັນທີ 25 ກັນຍາ 2024 ນີ້ວ່າ ເວັບໄຊ້ ຣາຊກິດຈານຸເບກສາ ປະກາດ ກົດໝາຍສົມລົດເທົ່າທຽມ ມີຜົນບັງຄັບໃຊ້ 120 ວັນຫຼັງປະກາດ...

ສະພາບອາກາດປະຈຳວັນທີ 25 ກັນຍາ 2024

ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງຂອງປະເທດ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັ້ກຢູ່ບາງທ້ອງຖິ່ນພາກກາງພ້ອມມີລົມພັດແຮງບາງໂອກາດ (ອ່ານເພິ່ມລຸ່ມນີ້)

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ,...

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...