Homeເກາະຕິດກິລາຊີເກມນັກກິລາປັນຈັກສີລັດທີມຊາດລາວເປັນອີກໜື່ງຄວາມຫວັງຫຼຽນຄຳໃນຊີເກມທີ່ສິງກະໂປ

ນັກກິລາປັນຈັກສີລັດທີມຊາດລາວເປັນອີກໜື່ງຄວາມຫວັງຫຼຽນຄຳໃນຊີເກມທີ່ສິງກະໂປ

Published on

ນັກກິລາປັນຈັກສີລັດ ທີມຊາດລາວ ນາງ ອໍລະໄທ ສຸນທະວົງ ຜ່ານເຂົ້າຊີງຫລຽນຄຳໄດ້ແລ້ວ, ຫລັງຈາກທີ່ລົງແຂ່ງຂັນໃນຕອນເຊົ້າຂອງມື້ນີ້ ວັນທີ 13 ມິຖຸນາ 2015 ເອົາຊະນະນັກກິລາຈາກເຈົ້າພາບ ສິງກາໂປ ໄປຂາດຮອຍ 4-1 ໃນລຸ້ນນໍ້າຫນັກ 50-55 ແຂ່ງຂັນໃນເວລາ 11:40 ໂມງ, ເຊີ່ງປະຈຸບັນລາວເຮົາຍັງບໍ່ທັນໄດ້ຫຼຽນຄຳມາໃຫ້ແຟນກິລາລາວເຮົາຈັກຫຼຽນ ແລະ ນັກກິລາ ປັນຈັກສິລັດ ລາວ ຜ່ານເຂົ້າຮອບຮອງຊະນະເລີດເຖິງ 4 ລຸ້ນ ແຂ່ງຂັນໃນມື້ນີ້ທັງໝົດມາລຸ້ນຫຼຽນນຳກັນກັບທັບນັກກິລາລາວໃນກິລາປະເພດປັນຈັກສິລັດ ແລະ ຕາມດ້ວຍ ລຸ້ນນໍ້າຫນັກ 55-60 ທ້າວ ໂຕໂຕ້ ທຳມະວົງ ພົບນັກກິລາຈາກ ຫວຽດນາມ ແຂ່ງຂັນໃນເວລາ 13:30 ໂມງ ເສຍໄປແບບຂາດລອຍ 0-5 , ລຸ້ນນໍ້າຫນັກ 55-60 ນາງ ນ້ອງອ້ອຍ ວົງພັກດີ ພົບນັກກິລາຈາກ ຫວຽດນາມ ແຂ່ງຂັນໃນເວລາ 13:50 ໂມງ ເສຍໄປແບບຂາດລອຍ 0-5  ,ລຸ້ນນໍ້າຫນັກ 60-65 ທ້າວ ຫນູຄິດ ລາດຊະເພົາ ພົບນັກກິລາຈາກມາເລເຊຍ ແຂ່ງຂັນໃນເວລາ 14:10 ໂມງ, ເຖິງຢ່າງໃດກໍ່ຕາມລາວເຮົາກໍ່ສາມາດເກັບຫຼຽນເພີ່ມເປັນຫຼຽນທອງຈຳນວນ 3 ຫຼຽນ

 

11401419_1615220932028759_1280223363702277964_n

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...